spot_img
Homeຂ່າວຕ່າງປະເທດນະ​ຄອນ​ຊຽງ​ໄຮ​້ ຫ້າມ​ຜົວ​ ຫລື ເມຍ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ເຮັດ​ທຸ​ລະ​ກິດ!

ນະ​ຄອນ​ຊຽງ​ໄຮ​້ ຫ້າມ​ຜົວ​ ຫລື ເມຍ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ເຮັດ​ທຸ​ລະ​ກິດ!

Published on

ศิวิไลซ์ใน World Expo 2010

ນະ​ຄອນຊຽງ​ໄຮ້​ຂອງ​ຈີນ ປະ​ກາດ​ຫ້າມ​ຄູ່​ສົມ​ລົດ​ຂອງ​ເຈົ້າ​ໜ້າ​ທີ່​ລັດ​ລະ​ດັບ​ສູງ ເຮັດ​ທຸ​ລະ​ກິດ ເພື່ອ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫລວງ.

ສຳ​ນັກ​ຂ່າວ​ຊິນຫົວຂອງຈີນ ໄດ້​ລາຍ​ງານໃນ​ວັນ​ທີ 5 ພຶດ​ສະ​ພາ​ຜ່ານ​ມາ​ນີ້ວ່າ ທາງ​ການ​ນະ​ຄອນ​ຊຽງ​ໄຮ້​ຂອງ ສ​ປ ຈີນ ໄດ້​ອອກ​ບັງ​ຄັບ​ໃຊ້​ກົດ​ລະ​ບຽບ​ດັ່ງ​ກ່າວ ເພື່ອ​ປ້ອງ​ກັນ​​​ຜົນ​ປະ​ໂຫຍດ​ທັບ​ຊ້ອນ ກ່ຽວ​ກັບ​ການ​ຮັ່ງ​ມີ​ຜິດ​ປົກ​ກ​ະ​ຕິ ຂອງ​ພະ​ນັກ​ງານ – ສະ​ມາ​ຊິກ​ພັກ ໂດຍ​ຄູ່​ສົມ​ລົດ​ຂອງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ລັດ​ຖະ​ມົນ​ຕີ, ລະ​ດັບ​ແຂວງ, ເລ​ຂາ​ທິ​ການ​ພັກ, ຫົວ​ໜ້າ​ລັດ​ວິ​ສາ​ຫະ​ກິດ​ຕ່າງໆ ແມ່ນ​ຖືກ​ຫ້າມ​ບໍ່​ໃຫ້​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ ພາຍ​ໃນ​ນະ​ຄອນ​ຊຽງ​ໄຮ້​ໂດຍ​ເດັດ​ຂາດ ເຊິ່ງ​ລວມ​ໄປ​ເຖິງລູກ​ຂອງ​ພວກ​ເຂົາ ກໍ​ຖືກ​ຫ້າມ​ເຊັ່ນ​ດຽວ​ກັນ​ອີກ​ດ້ວຍ ເພື່ອ​ປ້ອງ​ກັນ​ຜົນ​ປະ​ໂຫຍ​ດ​ທັບ​ຊ້ອນ.

ທັງ​ນີ້ ທ່ານ ອິງ ຢົງ ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຊຽງ​ໄຮ້​ ໄດ້​ກ່າວ​ວ່າ ຄຳ​ສັ່ງ​ຫ້າມ​ດັ່ງ​ກ່າວ​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ທີ່​ບັນ​ດາ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ມີ​ທ່າ​ອ່ຽງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄ່າ​ເຊົ່າ, ຄ່າ​ນາຍ​ໜ້າ​ຕ່າງໆ​ ລວມ​ໄປ​ເຖິງ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຮູບ​ແບບ​ອື່ນໆ ໂດຍ​ການ​ອອກ​ກົດ​ລະ​ບຽບ​ດັ່ງ​ກ່າວ​ນີ້ ແມ່ນ​ມີ​ເປົ້າ​ໝາຍ ເພື່ອ​ສົ່ງ​ສັນ​ຍານ​ທີ່​ຊັດ​ເຈນ​ເຖິງ​ພະ​ນັກ​ງານ – ສະ​ມາ​ຊິກ​ພັກວ່າ ​ຈະ​ເລືອກຫຍັງ ລະ​ຫວ່າງ​ການ​ມຸ່ງ​ໝັ້ນ​ໃນໜ້າ​ທີ່​​ລັດ​ຖະ​ການ​ ຫລື ຈະ​ສຸມ​ຄວາມ​ພະ​ຍາ​ຍາມ​ຫາ​ເງິນ​ໃນ​ພາກ​ເອ​ກະ​ຊົນ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...