spot_img
Homeຂ່າວຕ່າງປະເທດບໍ​ລິ​ສັດ Siemens AG ຂອງ​ເຢຍ​ລະ​ມັນ​ ປະ​ກາດ​ເຊົາ​ຈ້າງ​ພະ​ນັກ​ງານ 4,500 ຕຳ​ແໜ່ງ​ທົ່ວ​ໂລກ!

ບໍ​ລິ​ສັດ Siemens AG ຂອງ​ເຢຍ​ລະ​ມັນ​ ປະ​ກາດ​ເຊົາ​ຈ້າງ​ພະ​ນັກ​ງານ 4,500 ຕຳ​ແໜ່ງ​ທົ່ວ​ໂລກ!

Published on

558000005396401

ບໍ​ລິ​ສັດ ຊິ​ເມັນ ເອ​ຈີ (Siemens AG) ເຊິ່ງ​ເປັນ​ບໍ​ລິ​ສັດ​ຍັກ​ໃຫຍ່​ດ້ານ​ວິ​ສະ​ວະ​ກຳ​ຂອງ​ເຢຍ​ລະ​ມັນ ອອກ​ຖະ​ແຫລງ​ປົດ​ພະ​ນັກ​ງານ​ທົ່ວ​ໂລກ ເພີ່ມ 4,500 ຕຳ​ແໜ່ງ ຕາມ​ແຜນ​ປັບ​ປຸງ​ໂຄງ​ສ້າງ​ບໍ​ລິ​ສັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ບໍ​ລິ​ສັດ ຊີ​ເມັນ ເອ​ຈີ ໄດ້​ຖະ​ແຫລງ​ຈະ​ຢຸດ​ເຊົາ​ຈ້າງ​ພະ​ນັກ​ງານ ຈຳ​ນວນ 4,500 ຕຳ​ແໜ່ງໃນ​ທົ່ວ​ໂລກ ໂດຍ​ໃນ​ນັ້ນ ປະ​ມານ 2,200 ຄົນ​ແມ່ນ​ຢູ່​ໃນ​ປະ​ເທດ​ເຢຍ​ລະ​ມັນ​ເອງ ທີ່​ຈະ​ໄດ້​ຮັບ​ຜົນ​ກະ​ທົບ ເຊິ່ງ​ປັດ​ຈຸ​ບັນ​ບໍ​ລິ​ສັດ​ດັ່ງ​ກ່າວ ແມ່ນ​ມີ​ພະ​ນັກ​ງານ​ປະ​ຈຳ​ການ​ທັງ​ໝົດ 300,000 ຄົນ ໃນ​ທົ່ວ​ໂລກ ເພື່ອ​ໃຫ້​ເປັນ​ໄປ​ຕາ​ມ​ແຜນ​ການ​ປັບ​ປຸງ​ໂຄງ​ສ້າງ​ຂອງ​ບໍ​ລິ​ສັດ ເຊິ່ງ​ຈະ​ມີ​ການ​ຫລຸດ​ຈຳ​ນວນ​ພະ​ແນກ​ການ​ພາຍ​ໃນ​ອົງ​ກອນ​ລົງ ລວມ​ໄປ​ເຖິງ​ຕຳ​ແໜ່ງ​ງານ​ຕ່າງໆ​ພາຍ​ໃນ​ບໍ​ລິ​ສັດ​ທີ່​ຊັບ​ຊ້ອນ​ໃຫ້​ສຳ​ເລັດກ່ອນ​ປີ 2016.

ແຜນ​ການ​ປັບ​ປຸງ​ໂຄງ​ສ້າງ​ດັ່ງ​ກ່າວ​ນີ້ ບໍ​ລິ​ສັດ​ຄາດ​ວ່າ​ຈະ​ສາ​ມາດ​ປະ​ຢັດ​ເງິນ​ໄດ້​ເຖິງ 1 ຕື້​ເອີ​ໂຣ ແລະ ບໍ​ລິ​ສັດ ຈະ​ເລັ່ງ​ເພີ່ມ​ຜົນ​ກຳ​ໄລ ໃນ​ຂະ​ແໜງ​ການ​ຜະ​ລິດ​ທີ່​ໃຫ້​ຜົນ​ຕອບ​ແທນ​ສູງ​ກ່​ວາເຊັ່ນ: ດ້ານ​ພະ​ລັງານ, ເຄື່ອງ​ມື​ທາງ​ການ​ແພດ ແລະ ການ​ພັດ​ທະ​ນາ​ລະ​ບົບ​ຕິ​ຈິ​ຕອນ ໃນ​ລະ​ບົບ​ອຸດ​ສາ​ຫະ​ກຳ ແລະ ການ​ຄົມ​ມະ​ນາ​ຄົມ.

 

ບົດຄວາມຫຼ້າສຸດ

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...

ເຈົ້າຂອງຟາມແຂ້ຈຳໃຈ ປິດຊີວິດແຂ້ໝົດຟາມ ເນື່ອງຈາກຢ້ານນ້ຳຖ້ວມຈະເຮັດໃຫ້ຫຼຸດອອກໄປກັດຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ກັນຍາ 2024 ຜ່ານມານີ້ວ່າ, ຟາມໂຕແຂ້ແຫ່ງໜຶ່ງໃນຈັງຫວັດລຳພູນ ປະເທດໄທ ໄດ້ທຳການປິດຊີວິດໂຕແຂ້ໝົດທັງໝົດໃນຟາມເກືອບຮ້ອຍໂຕເນື່ອງຈາກຢ້ານນ້ຳຖ້ວມ ແລະ ເຮັດໃຫ້ແຂ້ຫຼຸດອອກມາກັດຄົນໃນພຶ້ນທີ່ດັ່ງກ່າວ. ເຈົ້າຂອງຟາມໄດ້ລະບຸວ່າ: ໄດ້ຕັດສິນໃຈນຳໂຕແຂ້ພໍ່-ແມ່ ພັນທີ່ຢູ່ດ້ວຍກັນມາຕັ້ງແຕ່ທຳອິດເມື່ອ 17 ປີອອກຈາກອ່າງທັງໝົດ...

ບໍ່ແກ້ວ ລົງກວດກາຮ້ານຄາ-ລາຄາສິນຄ້າ ພາຍໃນແຂວງໃຫ້ກຳນົດເປັນເງິນກີບ

ວັນທີ 24 ກັນຍາ 2024, ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງບໍ່ແກ້ວ ນໍາໂດຍ ທ່ານ ຄໍາລື ແກ້ວປະເສີດ ຫົວໜ້າຂະແໜງການຄ້າພາຍໃນ,...