spot_img
Homeຄວາມງາມຫຸ່ນດີ ຜິວພັນງາມ ສຸຂະພາບແຂງແຮງ ລອງແລ້ວໄດ້ຜົນດີ !

ຫຸ່ນດີ ຜິວພັນງາມ ສຸຂະພາບແຂງແຮງ ລອງແລ້ວໄດ້ຜົນດີ !

Published on

CHIA SEED (ເມັດເຊຍ) ຊື່ທາງວິທະຍາສາດວ່າ Salvia Hispanisca

ຖ້າຢ້ອນອາດີດກັບໄປພົບວ່າ CHIA SEED(ເມັດເຊຍ) ຖືກປູກຢູ່ຕາມພູເຂົາຂອງ ເມັກຊີໂກ ແລະ ເປັນອາຫານ ທີ່ຄົນແຖບປະເທດເມັກຊີໂກ ແລະ ໂບລີເວຍ ກິນມານານກົ່ວ 5000 ປີ ໂດຍຊາວອິນເດຍແດງ ແລະ ຊາວແອເທັກ(Aztecs) ພວກເຂົາໄດ້ນຳ CHIA SEED(ເມັດເຊຍ) ມາໃຊ້ເປັນອາຫານ ໂດຍປະສົມກັບເຂົ້າໂພດ,ຖົ່ວ ແລະ ຍັງໃຊ້ເປັນຢາຮັກສາ ນອກຈາກນີ້ CHIA SEED(ເມັດເຊຍ) ຍັງໃຊ້ສຳລັບບູຊາພະເຈົ້າໃນງານພິທີຕ່າງໆ ລວມເຖິງຍັງໃຊ້ແທນເງິນໃນການແລກປ່ຽນສີ່ງຂອງອີກດ້ວຍ ຈາກປະຫວັດສາດກ່າວໄວ້ວ່າ ເມື່ອໃດກໍ່ຕາມທີ່ ຊາວແອເທັກ(Aztecs)ອອກລົບເພື່ອພິຊິດດິນແດນໃຫ່ມຊຶ່ງຕ້ອງໃຊ້ພະລັງງານໃນການເດີນທາງ ແລະ ເຮັດສົງຄາມ ນກຮົບແຕ່ລະຄົນຈະຕ້ອງມີ CHIA SEED(ເມັດເຊຍ)ຕິດຕົວໄປນຳ ເພາະຈະເຮັດໃຫ້ນັກຮົບມີກຳລັງໃນການລົບ ແລະ ປະໂຫຍດຂອງມັນຍັງຊ່ວຍສ້ອມແຊມຮ່າງກາຍໃນເວລາບາດເຈັບ.

11225992_974472915919859_1269843174_n

ເສີມຄວາມແຂງແຮງ ແຂງແກ່ນ ໃຫ້ກັບນັກກິລາ

ຕໍ່ມາໃນປະຈູບັນ CHIA SEED(ເມັດເຊຍ)ໄດ້ຮັບຄວາມນິຍົມຢ່າງຫລວງຫລາຍໃນຕ່າງປະເທດໃນກຸ່ມຄົນຮັກສຸກຂະພາບ ແລະ ໃນກຸ່ມນັກກິລາໂດຍສະເພາະນັກແລ່ນ ພຽງແຕ່ຍິບມືດຽວຈະໃຫ້ພະລັງງານສູງຫລາຍ ເຮັດໃຫ້ຮ່າງກາຍແລະກະດູກແຂງແຮງ ອີກທັງຍັງເຮັດໃຫ້ບໍ່ມີໄຂມັນສະ ສົມ ແລະ ຕອນນີ້ໄດ້ຮັບຄວາມນິຍົມຫລາຍສຸດໃນປະເທດໄທ

11210372_974473082586509_832197161_n

10 . ຄຸນປະໂຫຍດສຳຄັນ ຂອງເມັດ CHIA SEED

1. ເປັນພືດທີ່ມີນ້ຳມັນ Omega-3 (ໂອເມກາສາມ) ສູງກົ່ວປາແຊວມອນແລະ ພືດຊະນິດອື່ນໆເຖິງ 8 ເທົ່າ ເຊິ່ງເປັນນໍ້າມັນທີ່ດີຕໍ່ສຸກຂະພາບ ບຳລຸງສະຫມອງແລະປະສາດຕາ ທັງປ້ອງກັນໂລກຫົວໃຈຂາດເລືອດ ລົດໄຂມັນໃນເລືອດຊະນິດ Triglyceride (ໄຕຣກຣີດເຊີລາຍ) ແລະ ລົດຄວາມຮຸນແຮງຂອງໂລກປວດຂໍ້ Rheumatoid arthritis (ຣູມາຕອຍ)
2. ມີ Calcium (ແຄວຊຽມ) ຫລາຍກົ່ວນົມສົດເຖີງ 6 ຈອກ, ເຮັດໃຫ້ກະດູກ ແລະ ແຂ້ວແຂງແຮງ ລົດຄວາມເຊື່ອມຂອງກະດູກໃນຜູ້ສູງອາຍຸ
3. ມີ Boron (ໂບຣອນ) ທີ່ຊ່ວຍໃນການດູດຊືມ ແຄວຊຽມເຂົ້າສູ່ກະດູກໄດ້ດີ
4. ມີ Fiber (ໄຟເບີ້) ສູງຫລາຍ ເປັນກາກໄຍອາຫານທີ່ສຳຄັນຕໍ່ການຂັບຖ່າຍສຳລັບຜູ້ທີ່ທ້ອງຜູກ ຫລື ມີບັນຫາລະບົບຂັບຖ່າຍ
5. ສຳລັບຜູ້ທີ່ປ່ວຍໂລກເບົາຫວານ ຄວນປະສົມເມັດ CHIA SEED ໃນນໍ້າລ້າ ແຊ່ໃຫ້ເມັດພອງຕົວແລ້ວຮັບປະທານລະຫວ່າງມື້ອາຫານທຸກມື້ ເພາະ ເມັດ CHIA SEED ຈະມີ Mucilahe(ມູຊິວເລດ)ສູງ ກາກໄຍຊະນິດນີ້ຈະທຳຫນ້າທີ່ຊະລໍຂະບວນການປ່ຽນແປ້ງເປັນນໍ້າຕານ ເຊິ່ງດີຕໍ່ກັບຜູ້ເປັນໂລກເບົາຫວານທີ່ຕ້ອງການຄວບຄູມລະດັບນໍ້າຕານ

11225630_974472882586529_510641479_n
6. ມີ Protein (ໂປຣຕີນ)ສູງ ຊ່ວຍເສິມສ້າງກ້າມເນື້ອແລະຊ້ອມແຊມສ່ວນທີ່ເສື່ອມສະພາບ ໂດຍສານອາຫານຈະຜ່ານເຂົ້າໄປຕາມລະບົບໄຫລວຽນຂອງເລືອດ ແລະ ໄປສູ່ອະໄວຍະວະຕ່າງໆເໝາະແກ່ທຸກເພດໄວ
7. CHIA SEED ຈະດູດຊັບນໍ້າໄດ້ສູງ ຊຶ່ງຈະອຸ້ມນໍ້າໄວ້ເມື່ອທ່ານດື່ມເຂົ້າໄປ ຮ່າງກາຍຈະບໍ່ຂາດນໍ້າ ໃຫ້ຄວາມສົດຊື່ນທີ່ຍາວນານຂື້ນ
8. ຜູ້ທີ່ມີບັນຫາກົດ ແກັດ ໃນກະເພາະອາຫານສູງ ເຊື່ງເປັນສາຍເຫດຂອງອາຫານບໍ່ຍ່ອຍ ຫາກທ່ານກິນ ເມັດ CHIA SEED ເປັນປະຈຳຈະຊ່ວຍລົດບັນຫານີ້ໄດ້
9. ສຳລັບທ່ານທີ່ມີບັນຫາເລື່ອງຄວາມອ້ວນ ກິນ ເມັດ CHIA SEED ເປັນອີກຫນື່ງຕົວຊ່ວຍໃນການຄວບຄູມນໍ້າຫນັກ ເພາະວ່າ ເມັດ CHIA SEED ຈະມີການດູດຊືມນໍ້າແລະຜະລິດເຈວໃນປະລິມານຫລາຍອອກມາເຊິ່ງເຮັດໃຫ້ອື່ມນານຂື້ນ ແລະ ຍັງໃຫ້ພະລັງງານ ໂປຮຕີນ ສານອາຫານຕ່າງສູງຫລາຍ ດັ່ງນັ້ນນອກຈາກອີ່ມນານແລ້ວຍັງໄດ້ຮັບສານອາຫານສູງອີກ ແນະນຳໃຫ້ປະສົມເມັດ CHIA SEED ໃນນໍ້າລ້າ ດື່ມລະຫວ່າງວັນ ເພື່ອຄວບຄຸມນໍ້າຫນັກ
10. ຊ່ວຍສະລໍຄວາມແກ່ ຊະລໍຄວາມເຊື່ອມຂອງຜິວພັນ ຊ່ວຍໃຫ້ຜິວພັນສົດໄສ ເນື່ອງເຈວຂອງເມັດແລະ ນໍ້າມັນໂອເມກາສາມນັ້ນເຮັດໃຫ້ຜິວພັນຊຸ່ມຊື່ນ ບໍ່ແຫ້ງແຕກ ເຮັດໃຫ້ເບິ່ງອ່ອນກົ່ວໄວ.

ປັດຈຸບັນມີຈຳໜ່າຍແລ້ວໃນປະເທດລາວ

ສົນໃຈເບິ່ງລາຍລະອຽດຄລິກທີ່: ຮ້ານມີສຸກອອນລາຍຊ໊ອບ
ຫຼື whatapp/ line : 02059166668

ເບິ່ງວິດີໂອລາຍລະອຽດ: ລາຍການປາກມ້າ
11219144_839511239468768_8604942768980780689_n

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...