spot_img
Homeຂ່າວຕ່າງປະເທດອົງ​ການ​ອາ​ຫານ​ໂລກ ຮ່ວມ​ກັບ​ລັດ​ຖະ​ບານ​ເນ​ປານ ແລະ ສາ​ກົນ ສ້າງ​ສາງ​ເກັບ​ອາ​ຫານ ທີ່​ໄດ້​ຮັບ​ຈາກ​ການ​ບໍ​ລິ​ຈາກ

ອົງ​ການ​ອາ​ຫານ​ໂລກ ຮ່ວມ​ກັບ​ລັດ​ຖະ​ບານ​ເນ​ປານ ແລະ ສາ​ກົນ ສ້າງ​ສາງ​ເກັບ​ອາ​ຫານ ທີ່​ໄດ້​ຮັບ​ຈາກ​ການ​ບໍ​ລິ​ຈາກ

Published on

(ພາບ​ປະ​ກອບ)
(ພາບ​ປະ​ກອບ)

ອົງ​ການ​ອາ​ຫານ​ໂລກ ຮ່ວມ​ມື​ກັບ​ລັດ​ຖະ​ບານ​ເນ​ປານ ສ້າງ​ສາງ​ເກັບ​ອາ​ຫານທີ່​ຈະ​ຈັດ​ສົ່ງ​ໄປ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 6 ພຶດ​ສະ​ພາ​ນີ້​ວ່າ ອົງ​ການ​ອາ​ຫານ​ໂລ​ກ ລ​ຫື WFP ໄດ້​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ເນ​ປານ ພ້ອມ​ກັບ​ເຈົ້າ​ໜາ​ທີ່​ປະ​ເທດ​ພັນ​ທະ​ມິດ ເຊັ່ນ ສ​ປ ຈີນ ແລະ ອົງ​ການ​ທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ ຫລື NGO ເພື່ອ​ສ້າງ​ສາງ​ເກັບ​ອາ​ຫານ​ຂະ​ໜາດ​ໃຫຍ່ ສຳ​ລັບ​ຮອງ​ຮັບ​ວັດ​ຖຸ​ສິ່ງ​ຂອງ​ທີ່​ໄດ້​ຮັບ​ຈາກ​ການ​ບໍ​ລິ​ຈາກ ເພື່ອ​ສົ່ງ​ຕໍ່​ໄປ​ຍັງ​ພື້ນ​ທີ່​ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ​ເຫດ​ແຜ່ນ​ດິນ​ໄຫວ ໂດຍ​ສາງ​ເກັບ​ອາ​ຫານ​ດັ່ງ​ກ່າວ ຈະ​ສ້າງ​ຂຶ້ນ​ໃນ​ເຂດ​ພື້ນ​ທີ່​ສະ​ໜາມ​ບິນ​ທິບ​ພູ​ວານ ແລ້ວ​ນຳ​ໃຊ້​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ້ 3 ລຳ ເປັນ​ພາ​ຫະ​ນະ​ໃນ​ການ​ລຳ​ລຽງ​ຈັດ​ສົ່ງ​ອາ​ຫານ​ ພ້ອມ​ທັງ​ສິ່ງ​ຂອງ​ຊ່ວຍ​ເຫລືອ​ອື່ນໆ​ໄປ​ຍັງ​ພື້ນ​ທີ່​ປະ​ສົບ​ໄພ, ພ້ອມ​ກັນ​ນີ້ ຍັງ​ກຽມ​ທີ່​ຈະ​ເພີ່ມ​ຈຳ​ນວນ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ້​ຂົນ​ສົ່ງ ເພີ່ມ​ຂຶ້ນ​ໃນ​ອາ​ນາ​ຄົດ​ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...

ເຈົ້າຂອງຟາມແຂ້ຈຳໃຈ ປິດຊີວິດແຂ້ໝົດຟາມ ເນື່ອງຈາກຢ້ານນ້ຳຖ້ວມຈະເຮັດໃຫ້ຫຼຸດອອກໄປກັດຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ກັນຍາ 2024 ຜ່ານມານີ້ວ່າ, ຟາມໂຕແຂ້ແຫ່ງໜຶ່ງໃນຈັງຫວັດລຳພູນ ປະເທດໄທ ໄດ້ທຳການປິດຊີວິດໂຕແຂ້ໝົດທັງໝົດໃນຟາມເກືອບຮ້ອຍໂຕເນື່ອງຈາກຢ້ານນ້ຳຖ້ວມ ແລະ ເຮັດໃຫ້ແຂ້ຫຼຸດອອກມາກັດຄົນໃນພຶ້ນທີ່ດັ່ງກ່າວ. ເຈົ້າຂອງຟາມໄດ້ລະບຸວ່າ: ໄດ້ຕັດສິນໃຈນຳໂຕແຂ້ພໍ່-ແມ່ ພັນທີ່ຢູ່ດ້ວຍກັນມາຕັ້ງແຕ່ທຳອິດເມື່ອ 17 ປີອອກຈາກອ່າງທັງໝົດ...

ບໍ່ແກ້ວ ລົງກວດກາຮ້ານຄາ-ລາຄາສິນຄ້າ ພາຍໃນແຂວງໃຫ້ກຳນົດເປັນເງິນກີບ

ວັນທີ 24 ກັນຍາ 2024, ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງບໍ່ແກ້ວ ນໍາໂດຍ ທ່ານ ຄໍາລື ແກ້ວປະເສີດ ຫົວໜ້າຂະແໜງການຄ້າພາຍໃນ,...

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...