spot_img
Homeຄວາມງາມ10 ວິທີ​ເລືອກ​ຊື້ເຄື່ອງ​ສຳ​ອາງຢ່າງ​ປອດ​ໄພໜ້າ​ບໍ່​ພັງ!

10 ວິທີ​ເລືອກ​ຊື້ເຄື່ອງ​ສຳ​ອາງຢ່າງ​ປອດ​ໄພໜ້າ​ບໍ່​ພັງ!

Published on

cometic-600x399

 

  1. ຄວນ​ຊື້​ເຄື່ອງ​ສຳ​ອາງ​ຈາກຮ້ານທີ່​ມີ​ສະຖານ​ທີ່​ຈຳ​ໜ່າຍ​ທີ່​ເປັນ​ຫລັກ​ແຫລ່ງ​ແນ່ນອນເພາະ​ຫາກ​ມີບັນຫາ​ຈະ​ໄດ້​ສາມາດ​ຕິດ​ຕໍ່​ກັບ​ໄດ້
  2. ຊື້​ເຄື່ອງ​ສຳ​ອາງ​ທີ່​ມີ​ສະ​ຫລາກ​ທີ່​ລະ​ບຸ​ຄວາມ​ສຳຄັນ​ຄົບ​ຖ້ວນໄດ້​ແກ່,ຊື່,ປະ​ເພດ​ຂອງເຄື່ອງ​ສຳ​ອາງ ສ່ວນ​ປະກອບ,ຊື່​ແລະ​ທີ່​ຕັ້ງ​ຂອງ​ຜູ້​ຜະລິດຫລື​ຜູ້​ນຳ​ເຂົ້າເດືອນ​ປີ​ທີ່​ຜະລິດ,ວິທີ​ໃຊ້​ແລະປະລິມານ​ສຸດ​ທິ​ເປັນ​ຕົ້ນ
  3. ຫາກ​ຈະ​ໃຊ້​ເຄື່ອງ​ສຳ​ອາງ​ຊະນິດ​ໃດ​ເປັນ​ເທື່ອ​ທຳອິດ​ກໍ​ຄວນທົດສອບ​ການ​ແພ້ກ່ອນ​ໃຊ້​ດ້ວຍ​ການ​ທາ​ຜະລິດຕະພັນ​ນັ້ນ​ໃນ​ປະລິມານ​ນ້ອຍ​ທີ່​ບໍລິເວນ​ທ້ອງ​ແຂນຫລື​ບໍລິເວນ​ຕິ່ງ​ຫູ​ແລ້ວ​ປະ​ໄວh24-48 ຊົ່ວ​ໂມງຫາກ​ບໍ່​ມີ​ຄວາມ​ຜິດ​ປົກກະຕິ​ໃດໆ​ເກີດ​ຂຶ້ນກໍ​ສະແດງ​ວ່າ​ໃຊ້​ເຄື່ອງ​ສຳ​ອາງ​ນັ້ນ​ໄດ້
  4. ປະຕິບັດ​ຕາມ​ວິທີ​ໃຊ້​ທີ່​ລະ​ບຸ​ໄວ້ແລະ​ໃຊ້​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ​ຕາມ​ຄຳ​ເຕືອນ​ທີ່​ລະ​ບຸ​ໄວ້​ທີ່​ສະ​ຫລາກຢ່າງ​ເຄັ່ງຄັດ
  5. ຫາກ​ໃຊ້​ເຄື່ອງ​ສຳ​ອາງ​ໃດ​ແລ້ວ​ມີ​ຄວາມ​ຜິດ​ປົກກະຕິ​ເກີດ​ຂຶ້ນບໍ່​ວ່າ​ຈະ​ເປັນ​ການ​ໃຊ້​ເທື່ອ​ທຳອິດຫລື​ໃຊ້​ມາ​ໄລ​ຍະ​ໜື່ງ​ແລ້ວ​ກໍ​ຕາມຕ້ອງ​ຢຸດ​ໃຊ້​ທັນທີແລະ​ຖ້າ​ຢຸດ​ໃຊ້​ແລ້ວ​ອາການ​ຍັງ​ບໍ່ດີ​ຂຶ້ນກໍ​ຄວນ​ປຶກ​ສາ​ແພດ ເພື່ອ​ຫາ​ສາ​ເຫດ​ແລະ​ກໍ່ການ​ປິ່ນປົວ​ໃຫ້​ຖືກ​ຕ້ອງ​ເໝາະ​ສົມ​ຕໍ່ໄປ
  6. ເມື່ອ​ໃຊ້​ເຄື່ອງ​ສຳ​ອາງ​ສຳເລັດ​ແລ້ວຄວນ​ປິດ​ພາ​ຊະນະ​ບັນ​ຈຸ​ໃຫ້​ແໜ້ນເພື່ອ​ປ້ອງ​ກັນ​ການ​ປົນ​ເປື້ອນ
  7. ເກັບ​ເຄື່ອງ​ສຳ​ອາງ​ໄວ້​ໃນ​ບ່ອນແຫ້ງເຢັນບໍ່​ຖືກ​ຄວາມ​ຮ້ອນ​ຫລື​ແສງ​ແດດເພາະ​ຄວາມ​ຮ້ອນ​ຫລືແສງ​ແດດຈະ​ເຮັດໃຫ້ເຄື່ອງ​ສຳ​ອາງເສື່ອມ​ຄຸນນະພາບ​ໄວ​ກວ່າ​ທີ່​ຄວນ
  8. ຫ້າມ​ເຕີມ​ສານ​ໃດໆລົງ​ໃນ​ເຄື່ອງ​ສຳ​ອາງຍົກ​ເວັ້ນ​ກໍລະນີ​ທີ່​ລະ​ບຸ​ໄວ້​ທີ່​ສະ​ຫລາກເພາະ​ຈະ​ເຮັດ​ໃຫ້​ຄຸນນະພາບ​ຂອງ​ຜະລິດຕະພັນ​ປ່ຽນ​ແປງ​ໄປເກີດ​ການ​ປົນ​ເປື້ອນ​ຈາກ​ສານ​ອື່ນໆ​ລວມ​ທັງ​ເຊື້ອ​ພະຍາດ​ດ້ວຍ
  9. ຢ່າ​ໃຊ້​ເຄື່ອງ​ສຳ​ອາງ​ຮ່ວມ​ກັບ​ຜູ້​ອື່ນເພາະ​ອາດ​ຕິດ​ເຊື້ອ​ພະຍາດ​ໄດ້
  10. ຫາກ​ເຄື່ອງ​ສຳ​ອາງ​ມີ​ລັກສະນະ​ປ່ຽນ​ແປງ​ໄປບໍ່​ວ່າ​ສີ​ກິ່ນຫລື​ຄວາມ​ຂັ້ນຢ່າ​ໄປເສຍ​ດາຍ​ໃຫ້​ຖິ້ມ​ໄປ​ເລີຍ ເພາະ​ສະແດງ​ວ່າເຄື່ອງ​ສຳ​ອາງນັ້ນ​ເສື່ອມ​ຄຸນນະພາບ​ແລ້ວ​ນັ້ນ​ເອງຢ່າ​ຫລົງ​ເຊື່ອ​ໂຄສະ​ນາ​ເຄື່ອງ​ສຳ​ອາງ​ເກີນ​ຈິງຜູ້​ບໍຫລິ​ໂພກ​ຄວນ​ໃຊ້​ຫລັກຢ່າ​ຫລົງ​ເຊື່ອ​ງາຍຢ່າ​ໜ່າຍ​ກວດ​ສອບຕ້ອງ​ອ່ານ​ສະ​ຫລາກສອບ​ຖາມ​ຜູ້​ຮູ້​ກວດ​ສອບ​ສິນ​ຄ້າ​ເງື່ອນ​ໄຂ​ໃຫ້​ຊັດເຈັນປະກອບ​ການ​ພິຈາລະນາ​ກ່ອນ​ເລືອກ​ຊື້

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...