spot_img
Homeຄວາມງາມສອນ​ເຮັດ​ແປ້ງ​ດິນ​ນ້ຳ​ມັນງາມ​​ໄດ້ສະບາຍ​ກະ​ເປົ໋າ!

ສອນ​ເຮັດ​ແປ້ງ​ດິນ​ນ້ຳ​ມັນງາມ​​ໄດ້ສະບາຍ​ກະ​ເປົ໋າ!

Published on

210141

ສິ່ງ​ທີ່​ຕ້ອງ​ຕຽມ​ຄື

  1. ຖ້ວຍ​ແກ້ວ,ຊາມ​ແກ້ວ,ເຊ​ລາ​ມິກຫລື​ສະ​ແຕນ​ເລດຂະໜາດ​ພໍ​ປະ​ມານ 1 ຖ້ວຍ(ບໍ່​ເອົາ​ພາດ​ຕິກ​ຫລື​ອະ​ລູ​ມິ​ນຽມ​)
  2. ໄມ້​​ຕັກ​ຄີມ​ອັນ​ໃຫຍ່ 1 ອັນແລະ​ອັນ​ນ້ອຍ 1 ອັນ
  3. ຮອງ​ພື້ນ​ຂອງ​ຫຍັງ​ກໍ​ໄດ້​ທີ່​ຕົວ​ເອງ​ໃຊ້​ແລ້ວ​ບໍ່​ກໍ່​ໃຫ້​ເກີດ​ອາການ​ແພ້ຫລື BB cream, CC Cream ຫຍັງ​ກໍ​ແລ້ວ​ແຕ່​ທີ່​ໃຊ້​ຢູ່​ແລ້ວ
  4. ແປ້ງ​ເດັກ​ຍີ່​ຫໍ້​ໃດ​ກໍ​ໄດ້​ຕາມ​ຄວາມ​ມັກ(ສະຫລຸບ​ຄື​ໃຊ້​ແລ້ວ​ບໍ່​ແພ້​)
  5. ແປ້ງ​ພັຟ​ທີ່​ເຮົາ​ໃຊ້​ແຕ່ງ​ໜ້າ​ເປັນ​ປະຈຳຍີ່​ຫໍ້​ໃດ​ກໍ​ໄດ້​ທີ່​ໃຊ້​ແລ້ວ​ບໍ່​ແພ້​ເອົາ​ຕະ​ຫລັບ​ທີ່​ເຫລືອ​ຕິດ​ກົ້ນໆມາ​ລວມ​ກັນ​ຈະ​ໄດ້​ປະ​ຫຍັດ(ແປ້ງ​ພັຟເດີ້ຢ້ຳ​ ບໍ່​ເອົາ​ແປ້ງ​ຝຸ່ນ​ສີ​ເນື້ອເພາະ​ການ​ປະ​ສານ​ຕົວ​ຈະ​ແຕກ​ຕ່າງ​ກັນ)
  6. ກະ​ປຸກ​ໃສ່​ແປ້ງ​ຫລັງ​ຈາກ​ເຮັດ​ສຳເລັດ​ແລ້ວ

 

ເມື່ອ​ຕຽມ​ອຸປະກອນ​ຮຽບຮ້ອຍ​ກໍ​ມາ​ເລີ່ມ​ເຮັດ​ກັນ​ເລີຍ

ຄວນ​ເຮັດ​ເທື່ອລະ​ນ້ອຍ​ເພື່ອ​ໃຫ້​ໄດ້​ແປ້ງ​ທີ່​ໃໝ່​ຕະຫລອດລຸດ​ການ​ປົນ​ເປື້ອນ​ຂອງ​ສິ່ງ​ສົກກະປົກ​

  1. ກຽມ​ພາ​ຊະນະ​ໃນ​ການເຮັດ​ແປ້ງ​ດິນ​ນ້ຳ​ມັນ
  2. ກຽມ​ແປ້ງ​ສ່ວນ​ປະສົມ
  3. ກຽມ​ກັນຄີມ​ແດດ ຫລື BB Cream, ຮອງ​ພື້ນ

ຂັ້ນ​ທີ່ 1  ເອົາ​ແປ້ງ​ພັ​ຟ​ອອກຈາກ​ຖາດ

-ບົດ​ແປ້ງ​ພັ​ຟະໃຫ້​ລະ​ອຽດ

-ເຕີມ​ແປ້ງ​ເດັກ​ລົງ​ໄປ​ເພື່ອ​ປັບ​ສີ​ໃຫ້​ອ່ອນ​ລົງ ຕາມ​ສີ​ຜິວ​ຈິງ (ແປ້ງ​ລົງ​ສາມາດ​ຊ່ວຍ​ເພີ່ມ​ຄວາມ​ນວນ​ໃຫ້​ກັບ​ເນື້ອ​ແປ້ງ​ໄດ້​ດ້ວຍ​ຄ່ະ)

ຄົນ​ໃຫ້ເປັນ​ເນື້ອ​ດຽວ​ກັນ

-ບີບ BB Cream ABSABELL ລົງ​ໄປ​ເທື່ອ-ລະ​ນ້ອຍ ແລະ​ຄົນ​ໃຫ້​ທົ່ວ ຈົນ​ເປັນ​ເນື້ອ​ດຽວ​ກັນ **ຫາກ​ເຕີມ BB Aloe Vera ຈະ​ເຮັດໃຫ້​ມີ​ນ້ຳ​ອອກ​ມາ​ຫລາຍຫາກ​ຕ້ອງ​ການ​ເຕີມ​ຄວນ​ໃຊ້​ພຽງ​ເລັກນ້ອຍ ເພື່ອ​ການ​ປະສົມ​ທີ່​ງ່າຍ​ບໍ່​ຫຍຸ້ງຍາກປົນ.ໃຜ​ໃຊ້​ຍີ່​ຫໍ້​ໃດ​ກໍ​ໃຊ້​ທີ່​ຕົວ​ເອງ​ມີ​ຈະ​ໄດ້​ບໍ່​ສິ້ນ​ເປືອງແລະ​ບໍ່​ກໍ່​ໃຫ້​ເກີດ​ການແພ້

– ໃສ່ ABSABELL UV SHIELD ລົງ​ໄປ​ເທື່ອລະ​ນ້ອຍເພື່ອ​ເພີ່ມ​ຄວາມ​ໜືດ​ແລະ​ຍັງ​ປົກ​ປ້ອງ​ແສງ​ແດດ​ໄດ້​ດີຈາກ​ນັ້ນ​ຄົນ​ໃຫ້​ເຂົ້າ​ກັນຄົນ​ໃຫ້​ດົນ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ເພື່ອ​ຄວາມ​ນຽນ​ຂອງ​ແປ້ງ​ທີ່​ໄດ້

– ສາມາດ​ໃຊ້​ກັນ​ແດດ​ທີ່​ຕົວ​ເອງ​ມີ​ຢູ່​ໄດ້ເມື່ອ​ຄົນ​ແປ້ງ​ໄດ້​ທີ່​ຈະ​ໄດ້​ດັ່ງ​ນີ້​ລອງ​ເອົາ​ນິ້ວ​ກົດ​ເບິ່ງ​ຈະ​ນຸ່ມໆ

ຄວາມ​ນຸ່ມ​ຂອງ​ແປ້ງ​ໄດ້​ທີຕຽມ​ເອົາ​ລົງ​ກະ​ປຸກ​

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...