spot_img
Homeຄວາມງາມວິທີ​ເຮັດ​ແປ້ນ​ເກັບ​ຕ່າງ​ຫູ​ແບບ​ງ່າຍ ໆ ປະ​ຫຍັດ

ວິທີ​ເຮັດ​ແປ້ນ​ເກັບ​ຕ່າງ​ຫູ​ແບບ​ງ່າຍ ໆ ປະ​ຫຍັດ

Published on

1

      ວິທີ​ເຮັດ​ແປ້ນ​ເກັບ​ຕ່າງ​ຫູໄອ​ເດຍ​ສຸດ​ເລີດ​ສຳລັບ​ສາວໆທີ່​ມີ​ຕ່າງ​ຫູ​ຫລາຍແລະ​ບໍ່​ຮູ້​ຈະ​ເກັບ​ແນວໃດລອງ DIY ແປ້ນ​ເກັບ​ຕ່າງ​ຫູ​ດ້ວຍ​ວິທີ​ນີ້​ເບິ່ງບອກ​ເລີຍ​ວ່າ​ປະ​ຫຍັດ​ແລ້ວ​ຍັງ​ສວຍງາມ​ເປັນ​ລະບຽບ​ຫລາຍ​ອີກ​ດ້ວຍມື້​ນີ້​ເຮົາ​ຈະ​ມາ​ຂໍ​ສະເໜີ​ໄອ​ເດຍ​ໃນ​ການເຮັດ​ແປ້ນ​ເກັບ​ຕ່າງ​ຫູໂດຍ​ໃຊ້​ວັດ​ດຸ​ບາງຢ່າງ​ທີ່​ເຮົາ​ມີ​ຢູ່ ແຕ່​ຄາດ​ບໍ່​ເຖິງ​ວ່າ​ຈະ​ໃຊ້​ປະໂຫຍດ​ແບບ​ນີ້​ໄດ້​ນຳຊຶ່ງ​ວັດ​ດຸ​ທີ່​ວ່າເຊື່ອ​ແນ່​ໆວ່າ​ສາວໆຕ້ອງ​ມີ​ທຸກ​ຄົນນັ້ນ​ກໍ​ຄື “ພັບຟອງ​ນ້ຳ” ນັ້ນ​ເອງ

ຂັ້ນ​ຕອນ​ວິທີ​ເຮັດ​ແປ້ນ​ເກັບ​ຕ່າງ​ຫູ​ກໍ​ງ່າຍ​

  1. ກຽມ​ຕ່າງ​ຫູ​ທີ່​ເຮົາ​ເກັບ​ໄວ້
  2. ກຽມ​ພັຟ​ຟອງ​ນ້ຳ​ທີ່​ບໍ່​ໃຊ້​ແລ້ວລ້າງ​ເຮັດ​ຄວາມ​ສະ​ອາດຜຶ່ງ​ໃຫ້​ແຫ້ງ​ກຽມ​ໄວ້ຈຳນວນ​ພັຟຂຶ້ນ​ຢູ່​ກັບ​ຈຳນວນ​ຕ່າງ​ຫູ​ທີ່​ຕ້ອງ​ການ​ເກັບ
  3. ເອົາ​ຕ່າງ​ຫູ​ສຽບປັກ​ລົງ​ໄປ​ເລີຍ​ຈັດ​ເປັນ​ຄູ່​ໆຕາມ​ສະບາຍສຳເລັດ​ແລ້ວ​ໃສ່​ທີ່​ລັອກ​ແປ້ນ​ດ້ານ​ຫລັງ ສ່ວນ​ອັນ​ໃດ​ທີ່​ເປັນ​ແບບ​ຫ້ອຍ​ຕຸ້ງ​ຕິ້ງ​ກໍ​ສຽບ​ໄດ້​ເຊັ່ນ​ກັນ​ໄລ​ຍະ​ຫ່າງ​ຂອງ​ຕ່າງ​ຫູ​ກໍ​ເບິ່ງ​ຕາມ​ຄວາມ​ເໝາະ​ສົມ ແຕ່​ຢ່າ​ໃຫ້​ແໜ້ນ​ເກີນ​ໄປ​ເພາະ​ຈະ​ຍາກ​ຕອນ​ຖອດ​ມາ​ໃຊ້​ງານ
  4. ສຳເລັດ​ແລ້ວ​ເອົາ​ເກັບ​ໄດ້​ເລີຍ​ຕາມ​ສະ​ດວກເວລາ​ໃຊ້​ງານ​ກໍ​ພຽວ​ເລືອກໆວ່າ​ຈະ​ເອົາ​ຄູ່​ໃດ​ກໍ​ຖອດ​ອອກ​ມາ​ໃສ່ແລ້ວ​ເວລາ​ເກັບ​ກໍ​ປັກ​ໄວ້ຄືເກົ່າຊ່ວຍ​ໃຫ້​ການ​ເກັບ​ງ່າຍ​ແລະ​ວ່ອງໄວ​ຂຶ້ນ​ສຳລັບ​ເຮົາອີກ​ທັງ​ເວລາ​ມິກແອນແມດຊ໌​ຕ່າງ​ຫູ​ແຕ່​ລະ​ແບບ​ກໍ​ງ່າຍ​ຂຶ້ນ​
    ແລະ​ນີ້​ກໍ​ຄື​ໄອ​ເດຍ DIY ແປ້ນ​ເກັບ​ຕ່າງ​ຫູ​ທີ່​ງ່າຍ​ທີ່ສຸດແຖມ​ຍັງ​​ເກ໋​ຫລາຍກໍ​ຫວັງ​ວ່າ​ໄອ​ເດຍ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ຕ່າງ​ຫູ​ຂອງ​ສາວໆເກັບ​ໄດ້​ຮຽບຮ້ອຍ​ແລະ​ເປັນ​ລະບຽບ​ຫລາຍ​ຍິ່ງ​ຂຶ້ນທີ່​ສຳຄັນ​ເວລາ​ຈະ​ໃຊ້​ກໍ​ບໍ່​ຕ້ອງ​ຄົ້ນ​ຫາ​ໃຫ້​ວຸ້ນວາຍທັງ​ສະ​ດວກ​ທັງ​ປະ​ຫຍັດ​ແບບ​ນີ້ບໍ່​ເຮັດ​ຕາມ​ບໍ່​ໄດ້​ແລ້ວ​ສາວໆ

 

2

3

4

 6

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...