spot_img
Homeຂ່າວຕ່າງປະເທດໄທ​ກຽມ​ພັດ​ທະ​ນາ​ສະ​ໜາມ​ບິນ​ອູ່​ຕະ​ເພົາ ໃຫ້​ກາຍ​ເປັນ​ສະ​ໜາມ​ບິນ​ພາ​ນິດ!

ໄທ​ກຽມ​ພັດ​ທະ​ນາ​ສະ​ໜາມ​ບິນ​ອູ່​ຕະ​ເພົາ ໃຫ້​ກາຍ​ເປັນ​ສະ​ໜາມ​ບິນ​ພາ​ນິດ!

Published on

z-1_402

ກອງ​ທັບ​ເຮືອ​ໄທ​ກຽມ​ງົບ​ປະ​ມານ 1,800 ລ້ານ​ບາດ ພັດ​ທະ​ນາ​ສະ​ໜາມ​ບິນ​ອູ່​ຕະ​ເພົາ ໃຫ້​ກາຍ​ເປັນ​ສະ​ໜາມ​ບິນ​ພາ​ນິດ​.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 2 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ທ່ານ ພົນ​ເອກ ປ​ຣະ​ຈິນ ຈັ່ນ​ຕອງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມຂອງ​ໄທ ໄດ້​ເປີດ​ເຜີຍ​ເຖິງ​ຄວາມ​ຄືບ​ໜ້າ ກໍ​ລະ​ນີ​ທາງ​ການ​ໄທ​ຈະ​ຫັນ​ເອົາ​ສະ​ໜາມ​ບິນ​ອູ່​ຕະ​ເພົາ ເຊິ່ງ​ເປັນ​ສະ​ໜາມ​ບິນ​ທະ​ຫານ ພາຍ​ໃຕ້​ການ​ຄຸ້ມ​ຄອງຂອງກອງ​ທັບ​ເຮືອ​ ພັດ​ທະ​ນາ​ໃຫ້​ກາຍ​ເປັນ​ສະ​ໜາມ​ບິນ​ພາ​ນິດ, ມາ​ຮອດ​ປັດ​ຈຸ​ບັນ ແມ່ນ​ທາງ​ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ກອງ​ທັບ​ເຮືອ ກຳ​ລັງ​ກຽມ​ລົງ​ນາມ​ບັນ​ທຶກ​ຂໍ້​ຕົກ​ລົງ ໃນ​ການ​ພັດ​ທະ​ນາ​ສະ​ໜາມ​ບິນ​ແຫ່ງ​ນີ້​ຮ່ວມ​ກັນ ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ​ນີ້.

ການ​ພັດ​ທະ​ນາ​ສະ​ໜາມ​ບິນ​ອູ່​ຕະ​ເພົາ ໃຫ້​ກາຍ​ເປັນ​ສະ​ໜາມ​ບິນ​ພາ​ນິດ ຈະ​ໃຊ້​ງົບ​ປະ​ມານ 1,800 ລ້ານ​ບາດ ໂດຍກອງ​ທັບ​ເຮືອ​ຂອງ​ໄທ ມີ​ງົບ​ປະ​ມານ​ໃນ​ການ​ລົງ​ທຶນ 1,000 ລ້ານ​ບາດ ສ່ວນ​ຈຳ​ນວນ​ທີ່​ເຫລືອ ແມ່ນ​ຈະ​ໄດ້​ຊອກ​ຫາ​ງົບ​ປະ​ມານ​ເພີ່ມ​ຕື່ມ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...