spot_img
Homeຂ່າວຕ່າງປະເທດຍອດ​ຜູ້​ເສຍ​ຊີ​ວິດ ແຜ່ນ​ດິນ​ໄຫວ​ເນ​ປານ ທະ​ລຸ 7,250 ຄົນແລ້ວ!

ຍອດ​ຜູ້​ເສຍ​ຊີ​ວິດ ແຜ່ນ​ດິນ​ໄຫວ​ເນ​ປານ ທະ​ລຸ 7,250 ຄົນແລ້ວ!

Published on

616018-01

ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຄັ້ງ​ໃຫຍ່​ໃນ​ເນ​ປານ ທະ​ລຸ 7,250 ຄົນ ແລະ ໄດ້​ຮັບ​ບາດ​ເຈັບ​ກ່​ວາ 14,267 ຄົນ ໂດຍ​ລັດ​ຖະ​ບານ​ເນ​ປານ ຄາດ​ຍອດ​ຜູ້​ເສຍ​ຊີ​ວິດ​ອາດ​ເພີ່ມ​ສູງ​ຂຶ້ນ ພ້ອມ​ເລັ່ງ​ແຈກ​ຢາຍ​ສິ່ງ​ຂອງ​ໃຫ້​ຄວາມ​ຊ່ວຍ​ເຫລືອ.

ສ​ຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ສູນ​ປະ​ຕິ​ບັດ​ການ​ ສະ​ຖາ​ນະ​ການ​ສຸກ​ເສີນ​ແຫ່ງ​ຊາດເນ​ປານ ໄດ້​ຖະ​ແຫລງວ່າ ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຄັ້ງ​ຮຸນ​ແຮງ ເຊິ່ງ​ເລີ່ມ​ມາ​ແຕ່​ວັນ​ທີ 25 ເມ​ສາ​ຜ່ານ​ມາ ເພີ່ມ​ຂຶ້ນ​ເປັນ 7,250 ຄົນ ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 14,267 ຄົນ​ແລ້ວ ແຕ່​ຕົວ​ເລກ​ດັ່ງ​ກ່າວ​ນີ້ ອາດ​ຈະ​ເພີ່ມ​ສູງ​ຂຶ້ນ ໂດຍນອກ​ຈາກ​ຢູ່​ເນ​ປານ​ແລ້ວ ຢູ່​ອິນ​ເດຍ ແລະ ຈີນ ກໍ​ມີ​ຜູ້​ເສຍ​ຊີ​ວິດ​ອີກ​ກ່ວາ 100 ຄົນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ເນ​ປານ ໄດ້​ເປີດ​ເຜີຍ​ວ່າ ພາ​ລະ​ກິດ​ຂອງ​ການ​ກູ້​ໄພ ໄດ້​ປ່ຽນ​ຈາກ​ການ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ ແລ້ວ​ມາ​ແຈກ​ຢາຍ​ສິ່ງ​ຂອງ​ຊ່ວຍ​ເຫລືອ ເພື່ອ​ບັນ​ເທົາ​ທຸກ​ຢ່າງ​ຮີບ​ດ່ວນ​ແທນ ເນື່ອງ​ຈາກ​ຢູ່​ເຂດ​ຫ່າງ​ໄກ​ໃນ​ຊົນ​ນະ​ບົດ ຍັງ​ມີ​ຜູ້​ເຄາະ​ຮ້າຍ​ຈຳ​ນວນ​ຫລາຍ ທີ່​ເຄື່ອງ​ຊ່ວຍ​ເຫລືອ​ເຂົ້າ​ໄປ​ບໍ່​ເຖິງ.

 

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...