spot_img
Homeຂ່າວຕ່າງປະເທດ​ສົມ​ເດັດ ຮຸນ​ແຊນ ປະ​ກາດ​ຈະ​ລົງ​ສະ​ໝັກ​ເລືອກ​ຕັ້ງອີກ​ສະ​ໄໝ ໃນ​ປີ 2018 ນີ້!

​ສົມ​ເດັດ ຮຸນ​ແຊນ ປະ​ກາດ​ຈະ​ລົງ​ສະ​ໝັກ​ເລືອກ​ຕັ້ງອີກ​ສະ​ໄໝ ໃນ​ປີ 2018 ນີ້!

Published on

Cambodian Prime Minister Hun Sen (C) greets people during a ceremony for casting concrete to connect Neak Loeung bridge in Kandal province on January 14, 2014. Cambodian strongman Hun Sen marked three decades as premier on January 14, hailing his role in rebuilding the war-torn nation, as rights groups lambasted him for using "violence, repression and corruption" to cling onto power. AFP PHOTO / TANG CHHIN SOTHY

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ແຊນ ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ປະ​ກາດ​ຈະ​ລົງ​ສະ​ໝັກ​ເລືອກ​ຕັ້ງ​ອີກ​ສະ​ໄໝ​ໜຶ່ງຢ່າງ​ເປັນ​ທາງ​ການ ໃນ​ມື້​ວານ​ນີ້ (29 ເມ​ສາ).

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 30 ເມ​ສາ​ນີ້​ວ່າ ສົມ​ເດັດ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ອາ​ຍຸ 63 ປີ ເຊິ່ງ​ເປັນ​ຜູ້​ນຳ​ທີ່​ຄອງ​ອຳ​ນາດ​ຍາວ​ນານ​ທີ່​ສຸດ​ໃນ​ອາ​ຊີ ໄດ້​ປະ​ກາດ​ໃນ​ມື້​ວັນ​ທີ 29 ເມ​ສາ​ຜ່ານ​ມາ​ນີ້​ວ່າ ຕົນ​ເອງ​ຕັ້ງ​ໃຈ​ຈະ​ລົງ​ສະ​ໝັກ​ເລືອກ​ຕັ້ງ​ອີກ​ສະ​ໄໝໜຶ່ງ​ໃນ​ປີ 2018 ນີ້ ເຊິ່ງ​ສອດ​ຄ່ອງ​ກັບ​ທີ່​ທ່ານ​ເຄີຍ​ປະ​ກາດ​ໃນ​ໄລ​ຍະ​ຜ່ານ​ມາ​ວ່າ ຈະ​ຢູ່​ໃນ​ຕຳ​ແໜ່ງ​ຜູ້​ນຳ​ປະ​ເທດ ໄປ​ຈົນ​ຮອດອາ​ຍຸ 74 ປີ.

ທັງ​ນີ້ ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຄວາມ​ສະ​ຫງົບ​ສຸກ​ໃນ​ສັງ​ຄົມກຳ​ປູ​ເຈຍ ເຊິ່ງ​ເຄີຍ​ຕົກ​ຢູ່​ໃນ​ພາ​ວະ​ສົງ​ຄາມ​ກາງ​ເມືອງ​ມາ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ​ນັ້ນ ໄດ້​ກາຍ​ເປັນ​ສິ່ງ​ທີ່​ຮັບ​ປະ​ກັນ​ວ່າ ທ່ານ ຮຸນແຊນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ປະ​ຊາ​ຊົນ ໃຫ້​ດຳ​ລົງ​ຕຳ​ແໜ່ງ​ທາງ​ການ​ເມືອງ​ອີກ​ສະ​ໄໝ ເຖິງ​ແມ່ນ​ຈະ​ມີ​ສິ່ງ​ທ້າ​ທາຍ​ຈາກ​ພັກ​ຝ່າຍ​ຄ້ານ ແລະ ກຸ່ມ​ຄົນ​ທີ່​ບໍ່​ສະ​ໜັບ​ສະ​ໜູນ​ທ່ານກໍ​ຕາມ.

 

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...