spot_img
Homeຂ່າວຕ່າງປະເທດ​ສະ​ຫະ​ປະ​ຊາ​ຊາດ ປະ​ກາດ​ຈະ​ລະ​ດົມ​ທຶນ 415 ລ້ານ​ໂດ​ລາ​ ເພື່ອ​ຊ່ວຍ​ເຫລືອ​ເນ​ປານ!

​ສະ​ຫະ​ປະ​ຊາ​ຊາດ ປະ​ກາດ​ຈະ​ລະ​ດົມ​ທຶນ 415 ລ້ານ​ໂດ​ລາ​ ເພື່ອ​ຊ່ວຍ​ເຫລືອ​ເນ​ປານ!

Published on

615361-01

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 30 ເມ​ສານີ້​ວ່າ ສະ​ຫະ​ປະ​ຊາ​ຊາດ (UN) ໄດ້​ເປີດ​ເຜີຍຈາກ​ນະ​ຄອນ​ຫລວງ​ກາດ​ມັນ​ດຸ ປະ​ເທດ​ເນ​ປານ​ວ່າ ມີ​ປະ​ຊາ​ຊົນ​ຊາວ​ເນ​ປານ 8 ລ້ານ​ຄົນ ໃນ 39 ເຂດ​ຂອງ​ເນ​ປານ ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ແຜ່ນ​ດິນ​ໄຫວ ໂດຍ​ມີ​ເຮືອນ​ຊານໄດ້​ຮັບ​ຄວາມ​ເສຍ​ຫາຍ​ປະ​ມານ 7 ໝື່ນ​ຫລັງ ໃນ​ຂະ​ນະ​ທີ່​ຜູ້​ປະ​ສົບ​ໄພ​ໃນ​ພື້ນ​ທີ່​ໃກ້​ຄຽງ​ຈຸດ​ສູນ​ກາງ​ແຜ່ນ​ດິນ​ໄຫວ ຕ້ອງ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ ຂາດ​ແຄນ​ອາ​ຫານ, ເຄື່ອງ​ດື່ມ ແລະ ທີ່​ພັກ​ອາ​ໄສ ໂດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍ ເຊິ່ງ​ມີ​ຫລາຍ​ເຖິງ 1 ລ້ານ 7 ແສນ​ຄົນ ຈຳ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ​ຮີບ​ດ່ວນ ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ປະ​ກາດ​ຈະ​ລະ​ດົມ​ເງິນ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພ​ໃນ​ເນ​ປານ ເປັນ​ເງິນ 415 ລ້ານ​ໂດ​ລາ ແລະ ຈະ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ເນ​ປານ ໄປ​ອີກ 3 ເດືອນ ໃນ​ທຸກ​ພາ​ລະ​ກິດ​ບັນ​ເທົາ​ທຸກ​ຢ່າງ​ຮີບ​ດ່ວນ.

 

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...