Homeຂ່າວຕ່າງປະເທດຈີນ​ມີ​ພື້ນ​ທີ່​ປູກ​ໝາກ​ລະ​ແຊັງ ແຊງ​ໜ້າ​ຝ​ຣັ່ງ ກາຍ​ເປັນ​ອັນ​ດັບທີ 2 ຂອງ​ໂລກ!

ຈີນ​ມີ​ພື້ນ​ທີ່​ປູກ​ໝາກ​ລະ​ແຊັງ ແຊງ​ໜ້າ​ຝ​ຣັ່ງ ກາຍ​ເປັນ​ອັນ​ດັບທີ 2 ຂອງ​ໂລກ!

Published on

Vineyard in Jiangyin, China

ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ມີ​ພື້ນ​ທີ່​ປູກ​ໝາກ​ລະ​ແຊັງໃນ​ປັດ​ຈຸ​ບັນ ສູງ​ກ່​ວາ​ປະ​ເທດ​ຝ​ຣັ່ງ​ແລ້ວ ສົ່ງ​ຜົນ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດ​ຜູ້​ປູກ​ໝາກ​ລະ​ແຊັງ ໃຫຍ່​ອັນ​ດັບ​ທີ 2 ຂອງ​ໂລກ ຖັດ​ຈາກ​ແອັດ​ສະ​ປາຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວ​ັນ​ທີ 29 ເມ​ສາ​ນີ້​ວ່າ ຂໍ້​ມູນ​ລ່າ​ສຸດ​ເຊິ່ງ​ຖືກ​ເຜີຍ​ແຜ່​ໃນ​ມື້​ວັນ​ອັງ​ຄານ​ທີ 28 ເມ​ສາ​ຜ່ານ​ມາ ໂດຍ​ອົງ​ການ​ໝາກ​ລະ​ແຊັງ ແລະ ເຫລົ້າ​ແວັງ​ສາ​ກົນ (IOVW) ໃນ​ນະ​ຄອນ​ຫລວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ​ ໄດ້​ຊີ້​ໃຫ້​ເຫັນ​ວ່າ ພື້ນ​ທີ່​ສວນ​ປູກ​ໝາກ​ລະ​ແຊັງ​ໃນ​ຈີນ ເມື່ອ​ນັບ​ມາ​ຮອດ​ທ້າຍ​ປີ 2014 ທີ່​ຜ່ານ​ມາ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເປັນ 800,000 ເຮັກ​ຕາ ສົ່ງ​ຜົນ​ເຮັດ​ໃຫ້​ຈີນ ຂຶ້ນ​ເປັນ​ປະ​ເທດ​ຜູ້​ປູກ​ໝາກ​ລະ​ແຊັງ​ຫລາຍ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ ຖັດ​ຈາກ​ປະ​ເທດ​ແອັດ​ສະ​ປາຍ ໃນ​ຂະ​ນະ​ທີ່​ຝ​ຣັ່ງ​ເອງ ຖືກ​ຈີນ​ແຊງ​ໜ້າ​ຕົກ​ລົງ​ມາ​ຢູ່​ໃນ​ອັນ​ດັບ​ທີ 3.

ຢ່າງ​ໃດ​ກໍ​ຕາມ ເຖິງ​ແມ່ນ​ຈີນ​ຈະ​ມີ​ພື້ນ​ທີ່​ປູກ​ໝາກ​ລະ​ແຊັງ​ເປັນ​ອັນ​ດັບ 2 ຂອງ​ໂລກ ແຕ່​ດ້ວຍ​ປະ​ລິ​ມານ​ຜົນ​ຜະ​ລິດ ແລະ ຂະ​ບວນ​ການ​ປູກ​ຍັງ​ບໍ່​ທັນ​ໄດ້​ມາດ​ຕະ​ຖານ​ສູງ ເຮັດ​ໃຫ້​ຈີນ​ຍັງ​ຄົງ​ມີ​ຜົນ​ຜະ​ລິດ​ໝາກ​ລະ​ແຊັງ ແລະ ເຫລົ້າ​ແວັງ ອອກ​ສູ່​ຕະ​ຫລາດ​ເປັນ​ອັນ​ດັບ​ທີ 7 ຂອງ​ໂລກ ໃນ​ຂະ​ນະ​ທີ່​ຝ​ຣັ່ງ ​ຄອງ​ອັນ​ດັບ​ທີ 1 ແລະ ອີ​ຕາ​ລີ​ ໄດ້​ອັນ​ດັບ​ທີ 2 ຂອງ​ປະ​ເທດ​ທີ່​ມີ​ຜົນ​ຜະ​ລິດ​ໝາກ​ລະ​ແຊັງ ແລະ ເຫລົ້າ​ແວັງອອກ​ສູ່​ຕະ​ຫລາດ​ໃນ​ໂລກ.

558000005039301

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...