spot_img
Homeຂ່າວຕ່າງປະເທດຕັດ​ສິນ​ແລ້ວ! ສານ​ອຸ​ທອນ​ເກົາ​ຫລີ​ໃຕ້ ສັ່ງ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ ກັບ​ຕັນ​ເຮືອ​ເຊວອນ!

ຕັດ​ສິນ​ແລ້ວ! ສານ​ອຸ​ທອນ​ເກົາ​ຫລີ​ໃຕ້ ສັ່ງ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ ກັບ​ຕັນ​ເຮືອ​ເຊວອນ!

Published on

Untitled-16_29

ສານ​ອຸ​ທອນ​ເກົາ​ຫລີ​ໃຕ້ ຕັດ​ສິນ​ໂທດ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ ກັບ​ຕັ​ນ​ເຮືອ​ເຊວອນ ຖານ​ຄາດ​ຕະ​ກຳ​ຜູ້​ໂດຍ​ສານ ພ້ອມ​ທັງ​ໄດ້​ຫລຸດ​ໂທດ​ໃຫ້​ແກ່​ລູກ​ເຮືອ​ຈຳ​ນວນ 14 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງາ​ນ​ໃນ​ວັນ​ທີ 28 ເມ​ສາ​ຜ່ານ​ມາ​ນີ້​ວ່າ ສານ​ອຸ​ທອນ​ເກົາ​ຫລີ​ໃຕ້ ໄດ້​ຕັດ​ສິນ​ໂທດ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ ກັບ​ຕັນ​ເຮືອ​ເຊວອນ ຂໍ້​ຫາ​ຄາດ​ຕະ​ກຳ​ຜູ້​ໂດຍ​ສານ​ກ່​ວາ 300 ຄົນ ໃນ​ເຫດ​ໂສກ​ນາ​ຕະ​ກຳ​ເຮືອ​ເຊວອນ​ຫລົ້ມ​ ນອກ​ຊາຍ​ຝັ່ງ​ຂອງ​ເມືອງ​ຈິນ​ໂດ ເມື່ອ​ເດືອນ​ເມ​ສາ​ປີ 2014 ທີ່​ຜ່ານ​ມາ ໂດຍ​ການ​ພິ​ຈາ​ລະ​ນາ​ຄະ​ດີ ໄອ​ຍະ​ການ​ໄດ້​ຂໍ​ໃຫ້​ສານ​ອຸ​ທອນ ຍົກ​ເລີກ​ຄຳ​ພິ​ພາກ​ສາ​ເດີມ ທີ່​ຕັດ​ສິນ​ໂທດ​ຈຳ​ຄຸກ 36 ປີ ແກ່ ທ່ານ ລີ ຈຸນ ຊອກ ກັບ​ຕັນ​ເຮືອ​ເຊວອນ ຖານ​ປະ​ຫມາດເລິ່ນ​ເລີ້ ເຮັດ​ໃຫ້​ຜູ້​ໂດຍ​ສານ​ເສຍ​ຊີ​ວິດ ໂດຍ​ໄອ​ຍະ​ການ​ໄດ້​ຂໍ​ໃຫ້​ສານ​ພິ​ຈາ​ລະ​ນາ​ໂທດ​ທີ່​ໜັກ​ກ່​ວາ ໃນ​ຖານ​ຄາດ​ຕະ​ກຳ​ໂດຍ​ເຈ​ຕະ​ນາ ເຊິ່ງ​ຢືນ​ຢັນ​ວ່າ ທ່ານ ລີ ຈຸນ ຊອກ ສົມ​ຄວນ​ໄດ້​ໂທດ​ປະ​ຫານ​ຊີ​ວິດ ຈາກ​ການ​ທີ່​ປະ​ຖິ້ມ​ໃຫ້​ຜູ້​ໂດຍ​ສານ​ເສຍ​ຊີ​ວິດ ທັງ​ທີ່​ຕົນ​ເອງ​ຮູ້​ຢູ່​ແກ່​ໃຈ​ວ່າ​ຄົນ​ເຫລົ່າ​ນັ້ນ​ຈະ​ຕ້ອງ​ຕາຍ.

ໃນ​ຂະ​ນະ​ທີ່​ລູກ​ເຮືອ​ອີກ 14 ຄົນ ເຊິ່ງ​ຖືກ​ຕັດ​ສິນ​ໂທດ​ຈຳ​ຄຸກ ລະ​ຫວ່າງ 5 – 30 ປີ ຢູ່​ສານ​ຂັ້ນ​ຕົ້ນ​ໃນ​ເດືອນ​ພະ​ຈິກ​ 2014 ທີ່​ຜ່ານ​ມາ ສານ​ຂັ້ນ​ອຸ​ທອນ ໄດ້​ຕັດ​ສິນ​ຫລຸດ​ໂທດ​ໃຫ້ ເຫລືອ​ຈຳ​ຄຸກ​ລະ​ຫວ່າງ 18 ເຖິງ 20 ປີ​ແທນ.

ທັງ​ນີ້ ເຫດ​ການ​ເຮືອ​ເຊວອນ​ຫລົ້ມ ເປັນ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 304 ຄົນ ໂດຍ​ມີ​ກ່​ວາ 205 ຄົນ​ເປັນ​ນັກ​ຮຽນ​ມັດ​ທະ​ຍົມ ເຊິ່ງ​ໂສກ​ນາ​ຕະ​ກຳ​ດັ່ງ​ກ່າວ ໄດ້​ສ້າງ​ຄວາມ​ຄຽດ​ແຄ້ນ​ໃຫ້​ແກ່​ຊາວ​ເກົາ​ຫລີ​ທົ່ວ​ປະ​ເທດ ຍ້ອນ​ຜົນ​ການ​ພິ​ສູດ​ໄດ້​ພົບ​ວ່າ ສາ​ເຫດ​ຂອງ​ເຮືອ​ຫລົ້ມ​ນັ້ນ ເກີດ​ມາ​ຈາກ​ການ​ອອກ​ແບບ​ເຮືອ​ຢ່າງ​ຜິດ​ກົດ​ໝາຍ, ການ​ບັນ​ທຸກ​ເຄື່ອງ​ໃນ​ເຮືອ​ເກີນ​ນ້ຳ​ໜັກ ແລະ ລູກ​ເຮືອ​ລຳ​ດັ່ງ​ກ່າວ ລ້ວນ​ແຕ່​ຂາດ​ປະ​ສົບ​ການ ຕະ​ຫລອດ​ຮອດ​ຜູ້​ປະ​ກອບ​ການ​ເອງ​ກໍ​ມີ​ຄວາມ​ອ່ອນ​ແອ.

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...