spot_img
Homeຂ່າວຕ່າງປະເທດເກີດ​ເຫດ​ໄຟ​ໄໝ້​ເຮືອ​ຂ້າມ​ຟາກ ກາງ​ທະ​ເລ​ແມ​ດິ​ແຕ​ຣາ​ນຽນ ປະ​ເທດ​ແອັດ​ສະ​ປາຍ!

ເກີດ​ເຫດ​ໄຟ​ໄໝ້​ເຮືອ​ຂ້າມ​ຟາກ ກາງ​ທະ​ເລ​ແມ​ດິ​ແຕ​ຣາ​ນຽນ ປະ​ເທດ​ແອັດ​ສະ​ປາຍ!

Published on

558000005043101

ໄຟ​ໄໝ້​ເຮືອ​ຂ້າມ​ຟາກ​ສັນ​ຊາດ​ອີ​ຕາ​ລີ ກາງ​ທະ​ເລ​ເມ​ດີ​ແຕ​ຣາ​ນຽນ ປະ​ເທ​ດ​ແອັດ​ສະ​ປາຍ ຜູ້​ໂດຍ​ສານ ແລະ ລູກ​ເຮືອ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ປອດ​ໄພ ມີ​ຜູ້​ບາດ​ເຈັບ​ເລັກ​ໜ້ອຍ 3 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 29 ເມ​ສານີ້ວ​ວ່າ ເກີດ​ເຫດ​ເຮືອ​ຂ້າມ​ຟາກ ຊໍ​ເຣນ​ໂຊ ຂອງ​ບໍ​ລິ​ສັດ​ສັນ​ຊາດ​ອີ​ຕາ​ລີ ໄຟ​ໄໝ້​ຢູ່​ກາງ​ທະ​ເລ​ເມ​ດິ​ແຕ​ຣາ​ນຽນ ໃນ​ຂະ​ນະ​ທີ່​ກຳ​ລັງ​ເດີນ​ທາງ​ຈາກ​ເກາະ​ມາ​ຢໍ​ກາ​ມາ ໄປ​ຍັງ​ທ່າ​ເຮືອ​ບາ​ເລນ​ເຊຍ ປະ​ເທດ​ແອັດ​ສະ​ປາຍ  ເຊິ່ງ​ມີ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ​ທັງ​ໝົດ 156 ຄົນ ໂດຍ​ພາຍ​ຫລັງ​ເກີດ​ເຫດ ເຈົ້າ​ໜ້າ​ທີ່​ໜ່ວຍ​ສຸກ​ເສີນ​ແອັດ​ສະ​ປາຍ ໄດ້​ດຳ​ເນີນ​ການ​ອົບ​ພະ​ຍົບ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ​ຢ່າງ​ໜ້ອຍ 150 ຄົນ ຂຶ້ນ​ສູ່​ເຮືອ​ອີກ​ລຳ​ໜຶ່ງ​ໄດ້​ຢ່າງ​ປອດ​ໄພ ໂດຍ​ເບື້ອງ​ຕົ້ນ​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ​ເລັກ​ໜ້ອຍ 3 ຄົນ.

ທັງ​ນີ້ ເຫດ​​ການດັ່ງ​ກ່າວ ຍັງ​ບໍ່​ທັນ​ຮູ້​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ເກີດ​ມີ​ໄຟ​ໄໝ້ ແຕ່​ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ຂອງ​ແອັດ​ສະ​ປາຍ​ລາຍ​ງານ​ວ່າ ໄຟ​ໄໝ້​ໄດ້​ມີ​ຈຸດ​ເລີ່ມ​ຕົ້ນ​ມາ​ຈາກ​ຫ້ອງ​ເຄື່ອງ​ຈັກ​ຂອງ​ເຮືອ.

558000005043102

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)