spot_img
Homeຄວາມງາມເຄັດ​ລັບ​ແຕ່ງ​ໜ້າ 5 ຂໍ້ ປ່ຽນ​ມາ​ເຮັດ​ແລ້ວ​ຊີວິດ​ຈະ​ດີ

ເຄັດ​ລັບ​ແຕ່ງ​ໜ້າ 5 ຂໍ້ ປ່ຽນ​ມາ​ເຮັດ​ແລ້ວ​ຊີວິດ​ຈະ​ດີ

Published on

1

-ຫາ​ສິ່ງ​ທີ່​ເໝາະ​ກັບ​ຕົວ​ເອ ແມ່ນຢູ່​ວ່າການ​ແຕ້ມ​ຄິ້ວ​​ແບບ​ໜາ​ຈະ​ເປັນ​ເທນ​ແຕ່ງ​ໜ້າ​ສຸດ​ຮ໋ອດໃນ​ໄລຍະ​ນີ້ ແຕ່​ໃຫ້ຮູ້ວ່າ​ອີກ​ບໍ່ດົນ​ເທນ​ນີ້​ກໍ​ຈະ​ເລືອນ​ລາງ​ຫາຍ​ໄປ​ຕາມ​ການ​ເວລາທາງ​ທີ່​ດີ​ສາວໆຄວນ​ຈະ​ຮູ້​ຈັກ​ໃບ​ໜ້າ​ຂອງ​ຕົວ​ເອງ​ແລະ​ຮູ້​ວ່າ​ການ​ແຕ່ງ​ໜ້າ​ແບບໃດ​ເໝາະ​ກັບ​ຕົວ​ເອງ​ຫລາຍ​ທີ່ສຸດ​ຈະ​ດີກວ່າເພາະ​ເຈົ້າ​ຈະ​ງາມ​ໄດ້​ໃນ​ແບບ​ຕົວ​ເອງ​

-ແສງ​ທຳມະຊາດ​ດີ​ທີ່​ສຸ ຖ້າ​ບໍ່​ຢາກ​ແຕ່ງ​ໜ້າ​ອອກ​ມາ​ແລ້ວ​ພາດຊະນິດ​ທີ່​ຮຽກວ່າ​ແລ້ວ​ອອກ​ມາ​ເປັນ​ໜ້າ​ຂາວ​ຟູ​​ໜແຕ່​ຄໍ​ດຳກໍ​ລອງ​ຊື້​ແວ່ນ​​ໃຫຍ່​ໆມາ​ຕິດ​ໄວ້​ໃກ້​ປະຕູປ່ອງຢ້ຽມເບິ່ງ​​ເວລາ​ຈະ​ແຕ່ງ​ໜ້າ​ໃຫ້​ເປີດ​​ຜ້າກັ້ງ​ອອກ​ເພື່ອ​ໃຫ້​ແສງ​ຈາກ​ທຳມະຊາດ​ເຂົ້າ​ມາ​ໃຫ້​ຫລາຍ​ທີ່ສຸດພຽງເທົ່ານີ້​ແຫລະ​ແຕ່ງ​ແນວໃດ​ກໍ​ງາມ​ —ບຳ​ລຸງ​ທຸກ​ເທື່ອ​ຫລັງ​ລ້າງ​ໜ້າຢ່າ​ຄິດວ່າ​ທຸກ​ບັນຫາ​ຜິວ​ຈະ​ເອົາ​ຢູ່​ໄດ້​ດ້ວຍ​ຮອງ​ພື້ນ​ພຽງ​ຢ່າງ​ດຽວເພາະ​ຖ້າ​ຜິວ​ເຈົ້າ​ແຫ້ງ​ແຕກ​ເປັນ​​ເກັດ​ຂຶ້ນ​ມາຍິ່ງ​ລົງ​ຮອງ​ພື້ນ​ທັບ​ໄປ​ຍິ່ງ​ຈະ​ເບິ່ງ​ບໍ່ດີທາງ​ທີ່​ດີ​ຫລັງ​ລ້າງ​ໜ້າ​ທຸກ​ເຊົ້າໃຫ້​ຮີບ​ຫາ​ມອຍ​ເຈີ​ໄລ​ເຊີ​ມາ​ບຳ​ລຸງ​ຜິວ​ໃຫ້​ໄວຫລັງ​ຈາກ​ນັ້ນ​ບໍ່​ວ່າ​ຈະ​ລົງ​ເມກ​ອັບ​ອັນໃດ​ຕໍ່ຜິວ​ກໍ​ງາມ​​ບໍ່ມີ​ບ່ອນ​ຕິ​

-ຢ່າ​ລືມ​ເບ​ນເຄື່ອງ​ສຳ​ອາງ ສາວໆບາງ​ຄົນ​ຝີ​ມື​ການ​ແຕ່ງ​ໜ້າຂັ້ນເທບແຕ່​ມາ​ຕົກ​ມ້າ​ຕາຍ​ບ່ອນ​ທີ່​ບໍ່​ເບ​ນ ເຄື່ອງ​ສຳ​ອາງ​ໃຫ້​ນຽນ​ເຂົ້າ​ກັບ​ຜິວ​ນີ້​ແຫລະພໍ​ອອກ​ມາ​ກໍ​ກາຍ​ເປັນ​ດ່າງໆບໍ່​ນຽນ​ຢ່າງ​ທີ່​ຕັ້ງ​ໃຈ​ໄວ້ທາງ​ທີ່​ດີ​ລອງ​ຫາ​ຟອງ​ນ້ຳ​ຫລື​ແປງ​ດີໆຈັກ​ອັນ​ມາ​ເພື່ອ​ເບ​ນຮອງ​ພື້ນ​ຫລື​ອາຍ​ແຊ​ໂດເບິ່ງ​ຮັບຮອງ​ວ່າ​ເມກ​ອັບ​ທີ່ດີຈະ​ຊ່ວຍ​ອັບ​ໃຫ້​ເຈົ້າ​ງາມ​ເບິ່ງ​ດີ​ຂຶ້ນ​ເປັນ​ກອງ​

ຢ່າ​ແຕ້ມໄອໄລ​ເນີ​ທີ່​ຂອບ​ຕາ​ລຸມ​ຢ່າງ​ດຽວ ຫາກ​ສາວໆຄົນ​ໃດ​ເຄີຍ​ແຕ້ມ​ອາຍ​ໄລ​ເນີ​ທີ່​ຂອບ​ຕາ​ລຸມ​ພຽງ​ຢ່າງ​ດຽວບອກ​ເລີຍ​ເຊົາເຮັດ​ຊະເພາະ​ການ​ແຕ້ມອາຍ​ໄລ​ເນີລ໌​ທີ່​ຂອບ​ຕາ​ລຸມ​ຢ່າງ​ດຽວ​ເຮັດໃຫ້​ຕາ​ຂອງ​ເຈົ້າ​ເບິ່ງ​ນ້ອຍ​ແລະ​ເບິ່ງ​ອ່ອນ​ລ້າເອົາ​ເປັນ​ວ່າ​ແຕ້ມ​ອາຍ​ໄລ​ເນີລ໌​ທີ່​ຂອບ​ຕາ​ເທິງ​ດ້ວຍ​ຈະ​ຊ່ວຍ​ໃຫ້​ເບິ່ງ​ເກ໋​ກວ່າ​​

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...