​ສະ​ຫະ​ປະ​ຊາ​ຊາດ ຂໍ​ອະ​ນຸ​ມັດ​ງົບ​ສຸກ​ເສີນ 15 ລ້ານ​ໂດ​ລາ ຊ່ວຍ​ເນ​ປານ!

​​614747-01

ສະ​ຫະ​ປະ​ຊາ​ຊາດ ກຳ​ລັງ​ຂໍ​ອະ​ນຸ​ມັດ​ງົບ​ປະ​ມານ​ສຸກ​ເສີນ ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ປະ​ເທດ​ເນ​ປານ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 28 ເມ​ສານີ້​ວ່າ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເຮັດ​ໜັງ​ສື​ຂໍ​ອະ​ນຸ​ມັດ​ງົບ​ປະ​ມານ​ສຸກ​ເສີນຂອງ​ຕົນ​ແລ້ວ ຈຳ​ນວນ 15 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ໃນ​ເນ​ປານ ແລະ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 4 ພັນ​ກ່​ວາ​ຄົນ ແລະ ໄດ້​ຮັບ​ບາດ​ເຈັບ​ອີກກ່​ວາ 7,500 ຄົນ ໂດຍ​ງົບ​ປະ​ມານ​ສຸກ​ເສີນ​ດັ່ງ​ກ່າວ​ນີ້ ຈະ​ສາ​ມາດ​ຈັດ​ຫາ​ບ່ອນ​ພັກ​ອາ​ໄສ​ຊົ່ວ​ຄາວ ແລະ ສິ່ງ​ຂອງ​ອຸ​ປະ​ໂພກ – ບໍ​ລິ​ໂພກ​ທີ່​ຈຳ​ເປັນ​ຕ່າງໆ ລວມ​ເຖິງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ຊົ່ວ​ຄາວ ເພື່ອ​ລຳ​ລຽງ​ຄວາມ​ຊ່ວຍ​ເຫລືອ ໄປ​ຍັງ​ຜູ້​ປະ​ສົບ​ໄພ.

ຂະ​ນະ​ດຽວ​ກັນ ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ເມີນ​ໂດຍ​ເບື້ອງ​ຕົ້ນ​ວ່າ ປະ​ຊາ​ຊົນ​ປະ​ມານ 8 ລ້ານ​ຄົນ ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ​ຈາກ​ແຜ່ນ​ດິນ​ໄຫວ ໂດຍ​ໃນ​ຈຳ​ນວນ​ນັ້ນ ປະ​ມານ 1.4 ລ້ານ​ຄົນ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ດ້ານ​ອາ​ຫານ ໂດຍ​ສະ​ເພາະ​ຜູ້​ທີ່​ອາ​ໄສ​ໃນ​ບໍ​ລິ​ເວນ​ເມືອງ​ໂພ​ຄາ​ຣາ ສູນ​ກາງ​ຂອງ​ແຜ່​ນ​ດິນ​ໄຫວຄັ້ງ​ນີ້ ເຊິ່ງ​ມີ​ຈຳ​ນວນ 750,000 ຄົນ.