ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກ​ຣນ ຕັ້ງ​ເປົ້າ​ຈະ​ພາ​ປະ​ເທດ​ເຂົ້າ EU ພາຍ​ໃນ​ປີ 2020 ນີ້!

Petro Poroshenko, 'Chocolate King', Ukrainian MP and backer of the Euromaiodan protests in Kiev

ປະ​ທາ​ນາ​ທິ​ບໍ​ດີ ເປ​ໂຕ​ຣ ໂປ​ໂຣ​ເຊັນ​ໂກ ຜູ້​ນຳ​ອູ​ແກ​ຣນ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະ​ເທດ​ຕົນ​ຈະ​ສາ​ມາດ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່​ຂອງ​ສະ​ຫະ​ພາບ​ເອີ​ຣົບ ພາຍ​ໃນ 5 ປີ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 28 ເມ​ສາ​ນີ້​ວ່າ ທ່ານ ເປ​ໂຕ​ຣ ໂປ​ໂຣ​ເຊັນ​ໂກ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກ​ຣນ ເຊິ່ງ​ກ້າວ​ຂຶ້ນ​ຄອງ​ອຳ​ນາດ​ ເປັນ​ຜູ້​ນຳ​ປະ​ເທດ​ຄົນ​ທີ 5 ຂອງ​ອູ​ແກ​ຣນ ນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ​ປີ 2014 ຜ່ານ​ມາ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ຕົນ ໃນ​ລະ​ຫວ່າງ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ ອູ​ແກ​ຣນ – ສະ​ຫະ​ພາບ​ເອີ​ຣົບ ​ທີ່​ນະ​ຄອນ​ຫລວງ​ຄຽບ ມື້​ວັນ​ຈັນ​ທີ 27 ເມ​ສາ​ຜ່ານ​ມາ​ນີ້ ໂດຍ​ທ່ານ​ໄດ້​ລະ​ບຸ​ວ່າ ປະ​ເທດ​ຂອງ​ຕົນ​ມີ​ຄວາມ​ມຸ່ງ​ໝັ້ນ​ຕໍ່​ແຜນ​ການ​ດັ່ງ​ກ່າວ ແລະ ຈະ​ເລັ່ງ​ດຳ​ເນີນ​ທຸກ​ມາດ​ຕະ​ການ ຕະ​ຫລອດ​ຈົນ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ເຂົ້າ​ສູ່​ຂະ​ບວນ​ການ​ພິ​ຈາ​ລະ​ນາ ເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່​ຂອງ​ສະ​ຫະ​ພາບ​ເອີ​ຣົບ ໃນ​ປີ 2020.