spot_img
Homeຂ່າວຕ່າງປະເທດອາ​ຊຽນ​ໂຈະ​ຂໍ້​ສະ​ເໜີ​ໃຊ້​ເຂດ​ເວ​ລາ +8 ເປັນ​ເຂດ​ເວ​ລາ​ດຽວ​ກັນ​ທົ່ວ​ພາກ​ພື້ນ!

ອາ​ຊຽນ​ໂຈະ​ຂໍ້​ສະ​ເໜີ​ໃຊ້​ເຂດ​ເວ​ລາ +8 ເປັນ​ເຂດ​ເວ​ລາ​ດຽວ​ກັນ​ທົ່ວ​ພາກ​ພື້ນ!

Published on

MALAYSIA-ASEAN-SUMMIT-CHINA-MARITIME-DIPLOMACY

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ ເຫັນ​ພ້ອມ​ໂຈະຂໍ້​ສະ​ເໜີ​ແນວ​ຄິດ​ການ​ປັບ​ໃຊ້​ເຂດ​ເວ​ລາ​ດຽວ​ກັນ​ທົ່ວ​ພາກ​ພື້ນ ຍ້ອນ​ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 27 ເມ​ສາ​ຜ່ານ​ມາ​ນີ້​ວ່າ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ເຊິ່ງ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ ໃນ​ມື້​ວັນ​ທີ 26 ເມ​ສາ​ຜ່ານ​ມາ​ນີ້ ໄດ້​ຕົກ​ລົງ​ກັນ​ກ່ຽວ​ກັບ ການ​ໂຈະ​ຂໍ້​ສະ​ເໜີ​ຂອງ​ມາ​ເລ​ເຊຍ ໃນ​ນາມ​ທີ່​ເປັນ​ປະ​ທານ​ອາ​ຊຽນ​ຕາມ​ວາ​ລະ​ໝູນ​ວຽນ​ໃນ​ປີ​ນີ້ ທີ່​ສະ​ເໜີ​ຟື້ນ​ຄືນ​ແນວ​ຄິດ​ຂອງ​ກຸ່ມ​ອາ​ຊຽນ​ຜ່ານ​ມາ ໃນ​ການ​ໃຊ້​ເຂດ​ເວ​ລາ​ດຽວ​ກັນ​ຂຶ້ນ​ມາ​ຫາ​ລື​ອີກ​ເທື່ອ​ໜຶ່ງ ໂດຍ​ຂໍ້​ສະ​ເໜີ​ດັ່ງ​ກ່າວ ແມ່ນ​ຈະ​ເຮັດ​ໃຫ້​ທົ່ວ​ພາກ​ພື້ນ​ອາ​ຊຽນ ໃຊ້​ເຂດ​ເວ​ລາ +8 ຈາກ​ມາດ​ຕະ​ຖານກ​ຣີ​ນິດ ເຊິ່ງ​ຢູ່​ໃນ​ເຂດ​ເວ​ລາ​ດຽວ​ກັນ​ກັບ​ຈີນ (ໄວ​ກ່​ວາ​ເວ​ລາ​ໃນ​ລາວ 1 ຊົ່ວ​ໂມງ) ໂດຍ​ເຊື່ອ​ວ່າ​ການ​ປ່ຽນ​ແປງ​ດັ່ງ​ກ່າວ ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທາງ​ທຸ​ລະ​ກິດ ຈາກ​ການ​ເຊື່ອມ​ໂຍງ​ຂອງ​ຕະ​ຫລາດ ແລະ ພາກ​ການ​ທະ​ນາ​ຄານ.

ທ່ານ ອາ​ນິ​ຟາ ອາ​ມານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດມ​າ​ເລ​ເຊຍ ໄດ້​ກ່າວ​ພາຍ​ຫລັງ​ການ​ຫາ​ລື​ປະ​ຈຳ​ປີ ຂອງ​ລັດ​ຖະ​ມົນ​ຕີ​ອາ​ຊຽນ​ ໃນ​ນະ​ຄອນ​ຫລວງ​ກົວ​ລາ​ລຳ​ເປີ​ວ່າ ປະ​ເທດ​ສະ​ມາ​ຊິກ​ກຸ່ມ​ອາ​ຊຽນ ມີ​ຄວາມ​ເຫັນ​ຕ່າງ​ກັນ​ໃນ​ບັນ​ຫາ​ນີ້ ແລະ ກອງ​ປະ​ຊຸມ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ໂຈະບັນ​ຫາ​ນີ້​ໄວ້​ກ່ອນ.

ທັງ​ນີ້ ບັນ​ດາ​ປະ​ເທດ​ໃນ​ສະ​ມາ​ຊິກ​ອາຊຽນ​ທັງ 10 ປ​ະ​ເທດ​ນັ້ນ ແມ່ນ​ນຳ​ໃຊ້​ເຂດ​ເວ​ລາ​ທາງ​ການ​ຂອງ​ຕົນ​ແຕກ​ຕ່າງ​ກັນເຊັ່ນ ປະ​ເທດ​ມຽນ​ມາ ໃຊ້​ເຂດ​ເວ​ລາ +6:30 ສ່ວນໄທ, ລາວ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ແມ່ນ​ນຳ​ໃຊ້​ເຂດ​ເວ​ລາ +7, ບັນ​ດາ​ປະ​ເທດ​ທີ່​ໃຊ້​ເຂດ​ເວ​ລາ +8 ແມ່ນ​ໄດ້​ແກ່ ຟິ​ລິບ​ປິນ, ມາ​ເລ​ເຊຍ, ບ​ຣູ​ໄນ ແລະ ສິງ​ກະ​ໂປ, ສ່ວນ​ອິນ​ໂດ​ເນ​ເຊຍ ແມ່ນ​ກຳ​ນົດ​ມີ​ຫລາຍ​ເຂດ​ເວ​ລາ ຕັ້ງ​ແຕ່ +7 ຫາ +9 ຈາກ​ເວ​ລາ​ມາດ​ຕະ​ຖານ​ກ​ຣີ​ນິດ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...