spot_img
Homeຂ່າວຕ່າງປະເທດຜູ້ຈັດການ ທຄຕລ ສະຫວັນ ຫາຍໂຕໄປໃນມຸກດາຫານ

ຜູ້ຈັດການ ທຄຕລ ສະຫວັນ ຫາຍໂຕໄປໃນມຸກດາຫານ

Published on

ຂ່າວເພຈປະເທດລາວ: ຜູ້ຈັດການ ທະນາຄານການຄ້າລາວປະຈໍາແຂວງສະຫວັນນະເຂດຫາຍໂຕໄປແບບໄຮຮ່ອງຮອຍ ຂະນະທີ່ຂ້າມໄປຢາມພີ່ນ້ອງຢູ່ ແຂວງມຸກດາຫານ(ປະເທດໄທ) ເຊິ່ງການຫາຍໂຕໄປຄັ້ງນີ້ ເຈົ້າໜ້າທີ່ຕໍາຫລວດໄທພວມເລັ່ງສືບສວນສອບສວນຫາສາເຫດດ້ວຍວິທີແກະລາຍນີວມືຕາມລົດ, ເບິ່ງກ້ອງວົງຈອນປິດ, ດັກເບິ່ງເບີໂທລະສັບເວລາລົມກັນ ແລະ ອື່ນໆ ສ່ວນປະຊາຊົນຕັ້ງຂໍສັງເກດວ່າອາດອຸ້ມໄປຮຽກຄ່າໄຖ ຫລື ບໍ່?

11170367_1426859570964126_5844562287846235882_n

ຕາມຂໍ້ມູນລະບຸວ່າ: ວັນທີ 27 ເມສາ ເວລາ 16.00 ກົມຕຳຫລວດ ເມືອງມຸກດາຫານ ແຂວງມຸກດາຫານ(ປະເທດໄທ) ໄດ້ຮັບແຈ້ງຄວາມຈາກ ນາງ ລ້ຽບ ເຈດຕະວົງ ອາຍຸ 67 ປີ ຄົນແຂວງສະຫວັນນະເຂດ ໃຫ້ຊ່ອຍຕິດຕາມຊອກຫາ ທ້າວ ອະທິວາ ເຈດຕະວົງ ອາຍຸ 47ປີ ເປັນລູກຊາຍ
ເຊິ່ງໄດ້ຂັບລົດເກັ່ງຢີ່ຫໍ້ ເກຍ ລຸ້ນ ອັອບຕິວາ ສີດຳ ປ້າຍ ກຂ 9121 ສະຫວັນນະເຂດ ຫາຍໂຕໄປໂດຍບໍ່ຮູ້ສາເຫດ
ໃນຕອນທ່ຽງ ວັນທີ 26 ເມສາ ປີ 2015 ຈົນຮອດຕອນເຊົ້າຂອງວັນທີ 27 ທາງທະນາຄານການຄ້າໄດ້ຕິດຕໍ່ ມາວ່າທ້າວ ອະທິວາ ບໍ່ໄດ້ເຂົ້າມາເຮັດວຽກ ເຊິ່ງທ້າວ ອະທິວາ ມີຕຳແຫນ່ງ ເປັນຜູ້ຈັດການ
ຫລັງຈາກ ນາງລ້ຽບ ໄດ້ໂທເຂົ້າເບີມືຖືລູກຊາຍກໍ່ບໍມີສັນຍານ ຈຶ່ງໄດ້ໂທຫາພີ່ນ້ອງຢູ່ ມຸກກາຫານ ວ່າໃນ ເວລາ 15:00 ຂອງວັນທີ 26 ເມສາ ໄດ້ພາກັນໄປກິນເຂົ້າຢູ່ຮ້ານອາຫານ ແລະ ໄປກິນຊີ້ນດາດຕໍ່ ເວລາຕໍ່ມາແລ້ວທ້າວ ອະທິວາ ກໍ່ໄດ້ໄປສົ່ງພີ່ນ້ອງຢູ່ບ້ານ ແລ້ວເດີນທາງກັບ ປະເທດລາວຄົນດຽວ ສ່ວນພີ່ນ້ອງກໍ່ຄິດວ່າທ້າວ ອະທິວາ ຮອດປະເທດລາວແລ້ວ
ຫລັງຈາກນັ້ນໃນເວລາ 17:00 ວັນທີ 27 ກໍ່ໄດ້ເຫັນ ລົດລົດເກັ່ງຢີ່ຫໍ້ ເກຍ ລຸ້ນອັອບຕິວາ ສີດຳ ປ້າຍ ກຂ 9121 ສະຫວັນນະເຂດ ຈອດປະໄວ້ຂ້າງທາງ ຢູ່ເມືອງມຸກດາຫານ ບ້ານ ດອນຕານ (ປະເທດໄທ) ກົງກັນຂ້າມຮ້ານອາຫານ ຕຳນານປ່າ ແຕ່ບໍ່ເຫັນເຈົ້າຂອງລົດ ເບື້ອງຕົ້ນສັນນິຖານວ່າ ມີການລັກພາໂຕ ຫລື ຖືກຊິງສັບ ເພາະເຈົ້າຂອງລົດໃສ່ສາຍຄໍ ແລະ ໃສ່ຄຳຫນັກລວມກັນປະມານ 10 ບາດ (ລາຍລະອຽດເປັນຈັງໃດຈະແຈ້ງໃຫ້ຊາບພາຍຫລັງ)

10378074_1426859564297460_7987059529797430746_n

11169833_1426859567630793_98762655884609984_n

11179942_1426859574297459_4336733198690742024_n

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...