spot_img
Homeຂ່າວຕ່າງປະເທດໄທຢຶດງາຊ້າງ 3 ໂຕນ ປາຍທາງປະເທດລາວ

ໄທຢຶດງາຊ້າງ 3 ໂຕນ ປາຍທາງປະເທດລາວ

Published on

ສຳນັກຂ່າວຕ່າງປະເທດລາຍງານ ມື້ນີ້ ວັນທີ 27 ເມສາ 2015 ວ່າ ເຈົ້າໜ້າທີ່ໄທສາມາດກວດຢຶດ ງາຊ້າງໄດ້ຫຼາຍກວ່າ 3 ໂຕນ ມູນຄ່າຫຼາຍກວ່າ 50 ຕື້ກີບ ມີປາຍທາງທີ່ປະເທດລາວ ກຽມປະສານຕຳຫຼວດສາກົນ ສືບສວນຫານາຍທຶນທີ່ຢູ່ເບື້ອງຫຼັງ.

ງາຊ້າງຈຳນວນນີ້ປົນມາກັບໃບຊາ ສະແດງເອກະສານເປັນໃບຊາ ຈຳນວນ 11,000 ກິໂລກະລາມ ຕົ້ນທາງຈາກປະເທດເຄນຢາ ທີ່ເຈົ້າໜ້າທີ່ໄທກວດຢຶດໄດ້ ແມ່ນຈາກຕູ້ຄອນເທຣນເນີ ທີ່ມາກັບເຮືອ  RHL FELICITAS ເຂົ້າມາພັກທີ່ແຫຼມສະບັງ ປະເທດໄທ ເພື່ອກຽມສົ່ງມາຍັງປະເທດລາວ.

ທ່ານ ພົນເອກ ສະເຫຼີມກຽດ ສີວໍຣະຂານ ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດ (ໄທ) ກ່າວວ່າ ງາຊ້າງຈຳນວນນີ້ຖືເປັນລາຍທີ 2 ໃນອາທິດ ໂດຍໄດ້ປະສານກັບກົມພາສີ ແລະກົມອຸທະຍານແຫ່ງຊາດ ສັດປ່າ ແລະພັນພືດ (ຂອງໄທ) ກວດສອບບໍລິສັດຮັບ-ສົ່ງສິນຄ້າຜ່ານແດນ ທັງຈາກປະເທດໄທແລະບໍລິສັດຂົນສົ່ງໃນປະເທດລາວ ພ້ອມປະສານຕຳຫຼວດສາກົນຕິດຕາມ ຈັບກຸມນາຍທຶນທີ່ຢູ່ເບື້ອງຫຼັງ ແລະເອົາງາຊ້າງທັງໝົດໄປກວດດີເອນເອ ພ້ອມສືບສວນຂະຫຍາຍຜົນທາງລັບ ຂະບວນການຄ້າງາຊ້າງເຫຼົ່ານີ້.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...