spot_img
Homeຂ່າວຕ່າງປະເທດອາ​ຊຽນ - ອີ​ຢູ ຕົກ​ລົງ​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ ເຂດ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ​ຄືນ​ໃໝ່

ອາ​ຊຽນ – ອີ​ຢູ ຕົກ​ລົງ​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ ເຂດ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ​ຄືນ​ໃໝ່

Published on

EU Asean relations flag

ອາ​ຊຽນ ແລະ ສະ​ຫະ​ພາບ​ເອີ​ຣົບ ຕົກ​ລົງ​ກັນ​ທີ່​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເຂດ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ສອງ​ພາກ​ພື້ນ​ອີກ​ເທື່ອ​ໜຶ່ງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ ລາຍ​ງານ​ໃນ​ວັນ​ທີ 26 ເມ​ສາ​ຜ່ານ​ມາ​ນີ້​ວ່າ ອາ​ຊຽນ ແລະ ສະ​ຫະ​ພາບ​ເອີ​ຣົບ ເຊິ່ງ​ເຄີຍ​ຫາ​ລື​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ຮ່ວມ​ກັນ ໃນ​ປີ 2007 ແຕ່​ໄດ້​ຍົກ​ຢຸດ​ຕິ​ລົງ​ໃນ​ປີ 2009 ເນື່ອງ​ຈາກ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້ ໂດຍ​ສະ​ເພາະ​ກ່ຽວ​ກັບ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ຕໍ່​ບັນ​ຫາ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ໃນ​ມຽນ​ມາ.

ລ່າ​ສຸດ​ໃນ​ມື້​ວັນ​ທີ 26 ເມ​ສາ​ຜ່ານ​ມາ​ນີ້ ສອງ​ຝ່າຍ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ຫາ​ລື​ເພື່ອ​ພິ​ຈາ​ລະ​ນາໃນ​ທ້າຍ​ປີ​ນີ້ ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ຕົກ​ລົງ​ເຂດ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ສອງ​ພາກ​ພື້ນ​, ເນື່ອງ​ຈາກ​ສະ​ຫະ​ພາບ​ເອີ​ຣົບ ເປັນ​ຄູ່​ຄ້າ​ລາຍ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອາ​ຊຽນ ດ້ວຍ​ມູນ​ຄ່າ​ການ​ຄ້າ​ລວມ 248,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ປີ 2014.

 

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...