spot_img
Homeຂ່າວຕ່າງປະເທດຍອດ​ຜູ້​ເສຍ​ຊີ​ວິດ​ແຜ່ນ​ດິນ​ໄຫວ​ເນ​ປານ ລ່າ​ສຸດ​ຮອດ 2,500 ຄົນ​ແລ້ວ!

ຍອດ​ຜູ້​ເສຍ​ຊີ​ວິດ​ແຜ່ນ​ດິນ​ໄຫວ​ເນ​ປານ ລ່າ​ສຸດ​ຮອດ 2,500 ຄົນ​ແລ້ວ!

Published on

dwssdc

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 27 ເມ​ສາ​ນີ້​ວ່າ ຈາກ​ເຫດ​ການ​ແຜ່ນ​ດິນ​ໄຫວ​ທີ່​ປະ​ເທດ​ເນ​ປານ ເມື່ອ​ວັນ​ທີ 25 ເມສາ ຂະ​ໜາດ 7.8 ແລະ ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຊ້ຳ (Aftershock) 30 ຄັ້ງ ລ່າ​ສຸດ​ມີ​ລາຍ​ງານໃນ​ເວ​ລາ 0:05 ນາ​ທີ ຂອງ​ມື້​ນີ້ (27 ເມ​ສາ) ຍອດ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ ຈຳ​ນວນ​ 2,500 ຄົນ​ແລ້ວ ແລະ ມີ​ຜູ້​ບາດ​ເຈັບ ພ້ອມ​ສິ່ງ​ປຸກ​ສ້າງ​ເສຍ​ຫາຍ​ຢ່າງ​ຫລວງ​ຫລາຍ.

ປັດ​ຈຸ​ບັນ​ປະ​ຊາ​ຊົນ​ຊາວ​ເນ​ປານ​ຜູ້​ປະ​ສົບ​ໄພ ແມ່ນ​ຂາດ​ແຄ​ນ​ທີ່​ຢູ່​ອາ​ໄສ ຕ້ອງ​ໄດ້​ນອນ​ຢູ່​ຕາມ​ຂ້າງ​ຖະ​ໜົນ ໂດ​ຍ​ບາງ​ສ່ວນ​ຍັງ​ພາ​ກັນ​ຢ້ານ​ກົວ ບໍ່​ກ້າ​ກັບ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ເຮ​ືອນ​ຂອງ​ຕົນ ເນື່ອງ​ຈາກ​ຍັງ​ເກີດ​ແຜ່ນ​ດິນ​ໄຫວ​ຊ້ຳ​ຕາມ​ມາ​ຢ່າງ​ຕໍ່​ເນື່ອງ, ນອກ​ຈາກ​ນີ້ ປະ​ຊ​າ​ຊົນ​ຍັງ​ກຳ​ລັງ​ປະ​ສົບ​ກັບ​ບັນ​ຫາ​ຂາດ​ແຄນ​ອາ​ຫານ ແລະ ນ້ຳ​ສະ​ອາດອີກ​ດ້ວຍ.

4DQpjUtzLUwmJZZC6ROzVGC1z58OQVqzYnTdvfxqzJNT

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...