spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ທີ່ເນປານ ທະລຸ 2,300 ຄົນແລ້ວ

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ທີ່ເນປານ ທະລຸ 2,300 ຄົນແລ້ວ

Published on

10-14-333x300

ເກີດເຫດແຜ່ນດິນໄຫວຂະໜາດ 7.5  ຣິກເຕີ ທີ່ປະເທດເນປານ ແຮງສັ່ນສະເທືອນໄກເຖິງອິນເດຍ ຜູ້ເຫັນເຫດການ ບອກວ່າ ອາຄານບ້ານເຮືອນຫຼາຍຫຼັງໃນນະຄອນຫຼວງ ກາດມັນດຸຖະຫຼົ່ມລົງມາ.

ຢູເອັສຈີເອັສ ແຈ້ງວ່າ ແຜ່ນດິນໄຫວເກີດຂຶ້ນເມື່ອເວລາ 13.11 ນາທີ ຂອງວັນທີ 25 ເມສາ 2015 ຕາມເວລາໃນປະເທດລາວ ເຊິ່ງໄວກວ່າເນປານ 1 ຊົ່ວໂມງ 15 ນາທີ ໄກຈາກເມືອງໂປຂຣາ ເມືອງໃຫຍ່ອັນດັບສອງຂອງປະເທດໄປທາງຕາເວັນອອກ 75 ກິໂລແມັດ ແລະຫ່າງໄກຈາກນະຄອນຫຼວງກາດມັນດຸ ໄປທາງຕາເວັນອອກສຽງເໜືອ 77 ກິໂລແມັດ ສູນກາງແຜ່ນດິນໄຫວເລິກພຽງ 11.9 ກິໂລແມັດ.

10-01-300x300

ດ້ານສຳນັກຂ່າວຣອຍເຕີອ້າງວ່າ ຜູ້ເຫັນເຫດການເລົ່າວ່າ ອາຄານບາງຫຼັງໃນນະຄອນຫຼວງກາດມັນດຸ ຖະຫຼົ່ມລົງມາຍ້ອນແຜ່ນດິນໄຫວ ແລະຮູ້ສຶກເຖິງແຮງສັ່ນສະເທືອນໄດ້ໄກເຖິງນະຄອນຫຼວງ ນິວແດນລີແລະຫຼາຍເມືອງ ທາງເໜືອຂອງອິນເດຍ.

164-500x281

ຫຼ້າສຸດມື້ນີ້ ວັນທີ 26 ເມສາ 2015 ສື່ຕ່າງປະເທດລາຍງານວ່າ ໄດ້ພົບເຫັນຜູ້ເສຍຊີວິດແລ້ວເຖິງ 2,300 ຄົນແລ້ວ ໃນນັ້ນ ລວມທັງ Dan Fredinburg ຜູ້ບໍລິານ Google ເປັນໜຶ່ງໃນຜູ້ປະສົບເຫດ ແລະໄດ້ເສຍຊີວິດລົງແລ້ວ ໂດຍນ້ອງສາວຂອງເຂົາໄດ້ໂພສຂໍ້ຄວາມ ຢືນຢັນຜ່ານອິນສຕາແກຣມ @danfredinburg ວ່າອ້າຍຂອງເຂົາໄດ້ຮັບບາດເຈັບທີ່ຫົວຢ່າງຮຸນແຮງ ຫຼັງປະສົບເຫດຫິມະຖະຫຼົ່ມເທິງຍອດພູ ເອເວີເຣສ ເຊິ່ງເປັນຜົນກະທົບຈາກເຫດແຜ່ນດິນໄຫວ ນັບວ່າເປັນຄວາມສູນເສຍອັນຍິ່ງໃຫຍ່ ຂອງບໍລິສັດ Google ແລະຂອງໂລກ.

EyWwB5WU57MYnKOuFtMuzE9LBuAYR03cE0SMB54YdmvdthwLdpeH0j

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...