spot_img
Homeຄວາມງາມຮູ້ທັນຜະລິດຕະພັນ​ປ່ຽນ​ສີ​ຜົມ

ຮູ້ທັນຜະລິດຕະພັນ​ປ່ຽນ​ສີ​ຜົມ

Published on

women.haijai.com

ຜະລິດຕະພັນ​ປ່ຽນ​ສີ​ຜົມ​ໃນ​ທ້ອງຕະຫ​ລາດ​ມີ​ຫລາຍ​ປະ​ເພດ​ໃຫ້​ເລືອກ​ໃຊ້​ໂດຍ​ສ່ວນ​ມາ​ຜະລິດຕະພັນ​ຈະ​ເປັນ​ເຄ​ມີ​ເກືອບ​ທັງ​ໝົດໃນ​ປະຈຸບັນ​ຜະລິດຕະພັນ​ປ່ຽນ​ສີ​ຜົມ​ຫລື​ຢາ​ຍ້ອມ​ຜົມແບ່ງ​ອອກ​ເປັນ3ປະ​ເພດຕາມ​ຄວາມ​ຄົງ​ທົນ​ຂອງ​ສີ​ຜົມ​ທີ່​ປ່ຽນໄດ້​ແກ່ຢາ​ຍ້ອມ​ຜົມ​ຊະນິດ​ຊົ່ວ​ຄາວ,ຊະນິດ​ເຄິ່ງ​ຖາວອນແລະ​ຊະນິດ​ຖາວອນ

  1. ປ່ຽນ​ຜົມ​ແບບ​ຊົ່ວ​ຄາວເປັນ​ຢາ​ຍ້ອມ​ຜົມ​ທີ່​ບໍ່​ສາມາດ​ແຊກ​ຜ່ານ​ເຂົ້າໄປ​ໃນ​ເສັ້ນ​ຜົມ​ໄດ້ເພາະ​ຖືກ​ສ້າງ​ຂຶ້ນ​ມາ​ໃຫ້​ມີ​ໂກ​ເລ​ກຸນ​ໃຫຍ່ສາມາດ​ລ້າງ​ອອກ​ໄດ້​ໂດຍ​ການ​ສະ​ຜົມ1-2ເທື່ອເນື່ອງ​ຈາກ​ເຄືອບ​​ເສັ້ນ​ຜົມ​ສ່ວນ​ນອກ
  2. ປ່ຽນ​ສີ​ຜົມ​ແບບ​ເຄິ່ງ​ຖາວອນຈະ​ຕິດ​ຢູ່​ໄດ້​ປະ​ມານ3ອາທິດ​ຫລື​ປະ​ມານ1ເດືອນເພາະ​ເປັນ​ຢາ​ຍ້ອມ​ຜົມ​ທີ່​ສາມາດ​ຜ່ານ​ເຂົ້າໄປ​ຈັບ​ຕົວ​ຢູ່ໃນ​ຊັ້ນ​ກາງ​ຂອງ​ເສັ້ນ​ຜົມ​ໄດ້
  3. ປ່ຽນ​ສີ​ຜົມ​ແບບ​ຖາວອນ ເປັນ​ຢາ​ຍ້ອມ​ຜົມ​ທີ່​ຄົງ​ທົນ​ຖາວອນບໍ່​ສາມາດ​ລ້າງ​ອອກ​ໄດ້​ດ້ວຍ​ການ​ສະ​ຜົມ ສີ​ຈະ​ຕິດ​ທົນ​ແລະ​ບໍ່​ຊີດ​ຈາງ​ງ່າຍແບ່ງ​ອອກ​ເປັນ​ຊະນິດ​ເຄືອບ​ເສັ້ນ​ຜົມ​ທີ່​ເຄືອບ​ສະເພາະ​ເທິງ​ຊັ້ນ​ນອກ​ຂອງ​ເສັ້ນ​ຜົມແລະ​ແບບ​ຊຶມ​ຜ່ານ​ເສັ້ນ​ຜົມ​ໄດ້ພາຍ​ໃນ​ກ່ອງ​ປະກອບ​ດ້ວຍນ້ຳ​ຢາ​ສີ​ອອກ​ຊິ​ເດ​ຊັ່ນ​ແລະ​ນ້ຳ​ຢາ​ໂກກ

ໃນ​ການ​ເລືອກ​ຊື້​ຜະລິດຕະພັນ​ຍ້ອມ​ຜົມ​ໃນ​ທ້ອງຕະຫ​ລາດທີ່​ມີ​ໃຫ້​ເລືອກ​ຫລວງຫລາຍເພື່ອ​ຄວາມ​ປອດ​ໄພ​ຕໍ່​ຕົນເອງນອກ​ຈາກ​ອ່ານ​ວິທີ​ໃຊ້​ແບບ​ລະອຽດ​ແລ້ວສິ່ງ​ທີ່​ຕ້ອງ​ຄຳ​ນຶງ​ເຖິງ​ກໍ​ຄືການ​ທົດສອບ​ການ​ແພ້ເພາະ​ອາດຈະ​ເຮັດໃຫ້​ເກີດ​ການ​ລະ​ຄາຍ​ເຄືອງຈົນ​ເຖິງ​ຂັ້ນ​ຮຸນແຮງທັງ​ນີ້​ທັງ​ນັ້ນ​ກໍ​ຂຶ້ນ​ຢູ່​ກັບ​ສະພາບ​ຜິວ​ໜັງ​ຂອງ​ແຕ່​ລະ​ຄົນ​ນຳແລະ​ກ່ອນ​ຊື້​ຄວນ​ສັງເກດ​ເຄື່ອງ​ໝາຍ ອຍ.ຈາກ​ຄະນະ​ກຳມະການ​ອາຫານ​ແລະ​ຢາ​ລວມ​ໄປ​ເຖິງ​ແຫລ່ງ​ຜະລິດຜູ້​ຜະລິດແລະ​ມາດຕະຖານ​ການ​ຄວບ​ຄຸມ​ທີ່​ຜ່ານ​ການ​ກວດ​ສອບ​ຈາກ​ຫນ່ວຍ​ງານ​ຂອງ​ລັດ​ແລະ​ຫລີກ​ລ້ຽງ​ສານ​ເຄ​ມີ​ຕ້ອງ​ຫ້າມ​ທີ່​ບໍ່​ຄວນ​ມີ​ໃນ​ຜະລິດຕະພັນປ້ອງ​ກັນ​ການ​ສະ​ສົມ​ທີ່​ອາດຈະ​ກໍ່​ໃຫ້​ເກີດ​ພະຍາດ​ມະ​ເລັງ​ຫລື​ອັນຕະລາຍ​ອື່ນໆແລະ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຜະລິດຕະພັນ​ນີ້​ໄດ້ຮັບ​ການ​ກວດ​ສອບ ແລະ​ຮັບຮອງ​ຄວາມ​ປອດ​ໄພ​ຢ່າງ​ຖືກ​ຕ້ອງ

ວິທີ​ທົດສອບ​ກ່ອນ​ຕັດ​ສິນ​ໃຈ​ເຮັດ​ສີ​ຜົມ

-ເຮັດ​ຄວາມ​ສະ​ອາດ​ບໍລິເວນ​ຫລັງ​ໃບ​ຫູ​ແລະ​ເຊັດ​ໃຫ້​ແຫ້ງ

-ບີບ​ສີ​ອອກ​ຊິ​ເດ​ຊັ່ນແລະ​ນ້ຳ​ຢາ​ໂກກ​ອອກ​ມາ​ເລັກນ້ອຍນຳ​ມາ​ປະສົມ​ກັນແລະ​ໃຊ້​ສຳ​ລີ​ພັນ​ປາຍ​ໄມ້​ຈຸ່ມ​ນ້ຳ​ຢາ ທີ່​ໄດ້ທາ​ບໍລິເວນ​ຫລັງ​ໃບ​ຫູ​ປະ​ໄວ້ 48 ຊົວໂມງໂດຍ​ບໍ່​ຕ້ອງ​ລ້າງ​ອອກ​

-ຖ້າ​ເກີດ​ຮອຍ​ແດງ,ຮອຍ​ໄໝ້,ຄັນຫລື​ບວມໃນ​ບໍລິເວນ​ສີ​ທີ່​ທາ​ຖິ້ມ​ໄວ້

-ຫ້າມ​ໃຊ້​ນ້ຳ​ຢາ​ປ່ຽນ​ສີ​ຜົມ,ປ່ຽນ​ສີ​ຂົນ​ຄິ້ວ,ຂົນ​ຕາ ເພາະ​ອາດ​ເຮັດໃຫ້​ຕາບອດ​ໄດ້

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...