spot_img
Homeຄວາມງາມນ້ຳມັນໝາກພ້າວສູດສຳລັບຜົມແຫ້ງເສຍ

ນ້ຳມັນໝາກພ້າວສູດສຳລັບຜົມແຫ້ງເສຍ

Published on

20150228_beauty_3

            ສູດນີ້ເພີ່ມພະລັງຄວາມແຂງແຮງແລະຄວາມຊຸ່ມຊື່ນໃຫ້ແກ່ເສັ້ນຜົມຄູນ 4 ທັງນໍ້າມັນໝາກພ້າວ ແລະໂຍເກິດຊ່ວຍເຕີີມໂປຕີນຊ່ອມແຊມຜົມເສຍ ນ້ຳເຜິ້ງທີ່ອຸດົມໄປດ້ວຍວິຕາມິນໃຫ້ຄວາມຊຸ່ມຊື່ນແລະນ້ຳໝາກນາວຊ່ວຍປ້ອງກັນການລຸດລົ່ນຂອງເສັ້ນຜົມທີ່ແຫ້ງເສຍໄດ້

ສ່ວນປະສົມ

  • ນ້ຳມັນໝາກພ້າວ 2 ບ່ວງແກງ
  • ໂຍເກິດລົດທຳມະຊາດ 1ຖ້ວຍ
  • ນ້ຳເຜິ້ງ 1ບ່ວງແກງ
  • ນ້ຳໝາກນາວ 1ບ່ວງແກງ

ວິທີເຮັດ

  1. ຕີນ້ຳມັນໝາກພ້າວກັບໝາກນາວໃຫ້ເຂົ້າກັນ ເຕີມນ້ຳເຜີ້ງລົງໄປຜະສົມໃຫ້ເຂົ້າກັນ
  2. ເທໂຍເກິດລົງໄປເທື່ອລະນ້ອຍປະສົມຈົນເປັນເນື້ອດຽວກັນ

ວິທີໃຊ້

ເທສ່ວນປະສົມໃຫ້ທົ່ວເສັ້ນຜົມ ລະຫວ່າງໜັກຄວນນວດຜົມເບົາໆເພື່ອຊ່ວຍກະຕຸ້ນການໄຫລວຽນເລືອດໃຊ້ໝັກຜົມຄັ້ງລະ 1 ບ່ວງແກງໝັກຄັ້ງລະ 30 ນາທີ ຫາກຜົມແຫ້ງເສຍຫລາຍຄວນໝັກດົນເຖິງ 60 ນາທີແລ້ວໆສະຜົມໃຫ້ສະອາດ ເກັບສ່ວນປະສົມທີ່ເຫລືອໄວ້ໃນຕູ້ເຢັນເພື່ອໃຊ້ໃນຄັ້ງຕໍ່ໄປແຕ່ກ່ອນໃຊ້ຄວນນຳມາວາງໄວ້ໃນບ່ອນທີ່ມີອຸນນະພູມປົກກະຕິຈະຊ່ວຍໃຫ້ນ້ຳມັນໝາກພ້າວບໍ່ຈັບເປັນກ້ອນ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...