spot_img
Homeຂ່າວຕ່າງປະເທດຊິ​ລີ ເລັ່ງ​ອາ​ນາ​ໄມ​ເສດ​ຂີ້​ເຖົ່າປົກ​ຄຸມ ຫລັງ​ເຫດ​ພູ​ເຂົາ​ໄຟ​ລະ​ເບີດ

ຊິ​ລີ ເລັ່ງ​ອາ​ນາ​ໄມ​ເສດ​ຂີ້​ເຖົ່າປົກ​ຄຸມ ຫລັງ​ເຫດ​ພູ​ເຂົາ​ໄຟ​ລະ​ເບີດ

Published on

aHR0cDovL3BlMS5pc2Fub29rLmNvbS9ucy8wL3VkLzM1Ny8xNzg1NDY2LzYxNDEzMy0wMS5qcGc=

ປະ​ຊາ​ຊົນ​ຊາວ​ຊີ​ລີ ຮ່ວມ​ກັບ​ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ ໄດ້​ເລັ່ງ​ເຮັດ​ອາ​ນາ​ໄມ​ພື້ນ​ທີ່ ຫລັງ​ຂີ້​ເຖົ່າ​ປົກ​ຄຸມ​ຈາກ​ເຫດ​ພູ​ເຂົາ​ໄຟ​ລະ​ເບີດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 24 ເມ​ສາ​ນີ້​ວ່າ ປະ​ຊາ​ຊົນ ແລະ ເຈົ້າ​ໜ້າ​ທີ່​ກູ້​ໄພ​ສຸກ​ເສີນ ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ຊິ​ລີ ໄດ້​ເລັ່ງ​ເຮັດ​ອາ​ນາ​ໄມ​ພື້ນ​ທີ່ ທີ່​ມີ​ຂີ້​ເຖົ່າ​ລົງ​ມາ​ປົກ​ຄຸມຫລັງ​ຈາກ​ການ​ລະ​ເບີດ​ຂອງ​ພູ​ເຂົາ​ໄຟ ໂດຍ​ພູ​ເຂົາ​ໄຟ​ທີ່​ສະ​ຫງົບ​ມາ 4 ທົດ​ສະ​ວັດ ໄດ້​ເກີດ​ລະ​ເບີດ​ຂຶ້ນໃນ​ມື້​ວັນ​ພຸດ​ທີ 22 ເມ​ສາ​ຜ່ານ​ມາ ເຮັດ​ໃຫ້​ເສດ​ຝຸ່ນ ແລະ ຂີ້​ເຖົ່າ​ພຸ່ງ​ລອຍ​ຂຶ້ນ​ຟ້າ​ສູງ​ເຖິງ 10 ກິ​ໂລ​ແມັດ ໂດຍ​ເຈົ້າ​ໜ້າ​ທີ່​ໄດ້​ອົບ​ພະ​ຍົບ​ປະ​ຊາ​ຊົນ​ໃນ​ລັດ​ສະ​ໝີ 21 ກິ​ໂລ​ແມັດ ອອກ​ຈາກ​ພື້ນ​ທີ່​ດັ່ງ​ກ່າວ.

ຢ່າງ​ໃດ​ກໍ​ຕາມ ການ​ລະ​ເບີດ​ຂອງ​ພູ​ເຂົາ​ໄຟ​ໃນ​ຄັ້ງ​ທຳ​ອິດ ແມ່ນ​ເກີດ​ຂຶ້ນ​ໃນ​ຕອນ​ກາງ​ເດິກ​ຂອງ​ຄືນ​ວັນ​ພຸດ​ທີ່​ຜ່ານ​ມາ ປະ​ມານ 90 ນາ​ທີ ກ່ອນ​ທີ່​ຈະ​ປ່ອຍ​ຂີ້​ເຖົ່າ​ຮູບດອກ​ເຫັດ​ຂຶ້ນ​ກາງ​ອາ​ກາດ ແລະ ໃຊ້​ເວ​ລາ 7 ຊົ່​ວ​ໂມງ​ຕໍ່​ມາ ກໍ​ຈິ່ງ​ມີ​ກາ​ນ​ລະ​ເບີດ​ອີກ​ເທື່ອ​ໜຶ່ງ ໂດຍ​ແຮງ​ລະ​ເບີດ​ໃນ​ຄັ້ງ​ທີ​ສອງ​ນີ້ ມີ​ລາ​ວາ​ພຸ້ງ​ຂຶ້ນ​ທ້ອງ​ຟ້າ ກໍ່​ໃຫ້​ເກີດ​ແສງ​ສະ​ຫວ່າງ​ໄປ​ທົ່ວ​ບໍ​ລິ​ເວນ ແຕ່​ກໍ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ​ເທື່ອ.

 

 

 

ບົດຄວາມຫຼ້າສຸດ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...