spot_img
Homeຂ່າວຕ່າງປະເທດໂຕ​ໂຍ​ຕ້າ ຄອງ​ແຊັ້ມ​ຂາຍ​ລົດ​ຫລາຍ​ທີ່​ສຸດໃນ​ທົ່ວ​ໂລກ ປະ​ຈຳ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້!

ໂຕ​ໂຍ​ຕ້າ ຄອງ​ແຊັ້ມ​ຂາຍ​ລົດ​ຫລາຍ​ທີ່​ສຸດໃນ​ທົ່ວ​ໂລກ ປະ​ຈຳ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້!

Published on

613936-01

ບໍ​ລິ​ສັດ​ ໂຕ​ໂຍ​ຕ້າ ມໍ​ເຕີ້ ຄອງ​ແຊັ້ມ​ຍອດ​ຈຳ​ໜ່າຍ​ລົດ​ຍົນ​ສູງ​ທີ່​ສຸດ​ໃນ​ທົ່ວ​ໂລກ ໂດຍ​ໄຕ​ມາດ​ທຳ​ອິດ ແມ່ນ​ບັນ​ລຸ 2.52 ລ້ານ​ຄັນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 24 ເມ​ສາ​ນີ້​ວ່າ ບໍ​ລິ​ສັດ ໂຕ​ໂຍ​ຕ້າ ມໍ​ເຕີ້ ໄດ້​ເປີດ​ເຜີຍຍອດ​ຈຳ​ໜ່າຍ​ລົດ​ຍົນ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ​ບັນ​ລຸ 2.52 ລ້ານ​ຄັນ ເຊິ່ງຫລຸດ​ລົງ 2.5% ທຽບ​ໃສ່​ປີ​ທີ່​ຜ່ານ​ມາ, ສ່ວນ ໂຟກ​ສະ​ວາ​ເກັ້ນ ຂອງ​ເຢຍ​ລະ​ມັນ ກໍ​ໄດ້​ເປີດ​ເຜີຍ​ວ່າ ມີ​ຍອດ​ຈຳ​ໜ່າຍ​ໄຕ​ມາດ​ທຳ​ອິດ 2.49 ລ້ານ​ຄັນ, ຈີ​ເອັມ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຈຳ​ໜ່າຍ​ລົດ​ຍົນ​ໄດ້ 2.4 ລ້ານ​ຄັນ ເຊິ່ງ​ທັງ​ສອງ​ບໍ​ລິ​ສັດ​ໄດ້​ກ່າວ​ວ່າ ຍອດ​ຈຳ​ໜ່າຍ​ລົດ​ຍົນ​ຂອງ​ຕົນ​ເອງ ເພີ່ມ​ຂຶ້ນ​ເມື່ອ​ທຽບ​ກັບ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ກາຍ.

ສຳ​ລັບ​ໂຕ​ໂຍ​ຕ້າ​ແລ້ວ ຄາດ​ໝາຍ​ວ່າ​ຈະ​ຈຳ​ໜ່າຍ​ລົດ​ໄດ້​ທັງ​ໝົດ 10.15 ລ້ານ​ຄັນ​ໃນ​ປີ​ນີ້ ຈາກ​ເມື່ອ​ປີ​ທີ່​ຜ່ານ​ມາ ສາ​ມາດ​ຂາຍ​ໄດ້​ສູງ​ເປັນ​ປະ​ຫວັດ​ການ​ເຖິງ 10.23 ລ້ານ​ຄັນ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...