spot_img
Homeຂ່າວຕ່າງປະເທດທຸບ​ສະ​ຖິ​ຕິ! ນັກ​ທ່ອງ​ທ່ຽວ​ຕ່າ​ງ​ປະ​ເທດ ໄຫລ​ເຂົ້າ​ຍີ່​ປຸ່ນ​ໃນ​ເດືອນ​ມີ​ນາ ບັນ​​ລຸ 1.5 ລ້ານຄົນ!

ທຸບ​ສະ​ຖິ​ຕິ! ນັກ​ທ່ອງ​ທ່ຽວ​ຕ່າ​ງ​ປະ​ເທດ ໄຫລ​ເຂົ້າ​ຍີ່​ປຸ່ນ​ໃນ​ເດືອນ​ມີ​ນາ ບັນ​​ລຸ 1.5 ລ້ານຄົນ!

Published on

japan

ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ໄຫລ​ເຂົ້າ​ຍີ່​ປຸ່ນ​ໃນ​ເດືອນ​ມີ​ນາ​ຜ່ານ​ມາ ເພີ່ມ​ຂຶ້ນ 1 ລ້ານ 5 ແສນ​ຄົນ ທຳ​ລາຍ​ສະ​ຖິ​ຕິ​ທີ່​ເຄີຍ​ບັນ​ທຶກ​ໄວ້​ກ່ອນ​ໜ້າ​ນີ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 24 ເມ​ສາ​ນີ້​ວ່າ ສະ​ຖິ​ຕິ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ປະ​ເທດ ທີ່​ເດີນ​ທາງ​ເຂົ້າ​ໄປ​ທ່ຽວ​ໃນ​ປະ​ເທດ​ຍີ່​ປຸ່ນ ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເປັນ​ເດືອນ​ທີ 26 ຕິດ​ຕໍ່​ກັນ​ແລ້ວ ໂດຍ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ມີ​ຈຳ​ນວນ​ສູງ​ເຖິງ 1,526,000 ຄົນ ເຊິ່ງ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ກັບ​ປີ​ກາຍ ແມ່ນ​ເພີ່ມ​ຂຶ້ນ​ເຖິງ 45.3% ແລະ ຍັງ​ເປັນ​ສະ​ຖິ​ຕິ​ທີ່​ສູງ​ສຸດ ຈາກ​ການ​ເກັບ​ກຳ​ຂໍ້​ມູນ​ຂອງ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່​ປຸ່ນ​ອີກ​ດ້ວຍ.

ທັງ​ນີ້ ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ຖື​ເປັນ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ໄປ​ຍີ່​ປຸ່ນ​ຫລາຍ​ທີ່​ສຸດ ຈຳ​ນວນ​ກ່​ວາ 338,200 ຄົນ ໂດຍ​ເພີ່ມ​ຂຶ້ນ​ຈາກ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ເຖິງ 83.7% ຮອງ​ລົງ​ມາ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ໄຕ້​ຫວັນ ແລະ ເກົາ​ຫລີ​ໃຕ້.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...