spot_img
Homeຂ່າວຕ່າງປະເທດ​ເກົາ​ຫລີ​ໃຕ້ ອະ​ນຸ​ມັດ​ແຜນ​ກູ້​ຊາກ​ເຮືອ​ເຊວອນ​ແລ້ວ ກຳ​ນົດ​ເດືອນ​ກັນ​ຍາ​ປີ​ນີ້!

​ເກົາ​ຫລີ​ໃຕ້ ອະ​ນຸ​ມັດ​ແຜນ​ກູ້​ຊາກ​ເຮືອ​ເຊວອນ​ແລ້ວ ກຳ​ນົດ​ເດືອນ​ກັນ​ຍາ​ປີ​ນີ້!

Published on

korea04_1

ລັດ​ຖະ​ບານເກົາ​ຫລີ​ໃຕ້ ​ອະ​ນຸ​ມັດ​ແຜນກຳ​ນົດ​ມື້​ກູ້​ຊາກ​ເຮືອ​ເຊວອນ​ແລ້ວ ໃນ​ເດືອນ​ກັນ​ຍາ​ປີນີ້ ຫລັງ​ເຫດ​ເຮືອ​ຫລົ້ມ​ຜ່ານ​ມາ 1 ປີ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ເມ​ສາ​ນີ້​ວ່າ ລັດ​ຖະ​ບານ​ເກົາ​ຫລີ​ໃຕ້ ໄດ້​ອະ​ນຸ​ມັດ​ແຜນ​ການ​ກູ້​ຊາກ​ເຮືອ​ເຊວອນ​ແລ້ວ ໂດຍ​ກຳ​ນົດ​ເອົາ​ເດືອນ​ກັນ​ຍາ​ປີ​ນີ້ ເຊິ່ງ​ນັບ​ເປັນ​ເວ​ລາ 1 ປີ​ເຄິ່ງ ຫລັງ​ຈາກ​ທີ່​ເກີດ​ເຫດ​ໂສກ​ນາ​ຕະ​ກຳ​ເຮືອ​ລຳ​ດັ່ງ​ກ່າວ​ຫລົ້ມ​ລົງ​ໃນ​ທະ​ເລ ໂດຍ​ລັດ​ຖະ​ບານ​ເກົາ​ຫລີ​ໃຕ້ ໄດ້​ເປີດ​ເຜີຍ​ເລື່ອງ​ດັ່ງ​ກ່າວ ໃນ​ວັນ​ທີ 22 ເມ​ສາ​ຜ່ານ​ມາ​ນີ້​ວ່າ ທາງ​ການ​ຈະ​ເລີ່ມ​ກູ້​ຊາກ​ເຮືອ​ເຊວອນ ເຊິ່ງ​ຄາດ​ວ່າ​ຈະ​ໃຊ້​ເວ​ລາ​ປະ​ມານ 12 – 18 ເດືອນ ກ່​ວາ​ທຸກ​ຢ່າງ​ຈະ​ສຳ​ເລັດ​ສົມ​ບູນ.

ທັງ​ນີ້ ເຮືອ​ເຊວອນ ໄດ້​ເກີດ​ອຸ​ບັດ​ເຫດ​ຈົມ​ລົງ​ໃນ​ທະ​ເລ​ຊາຍ​ຝັ່ງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ໃນ​ມື້​ວັນ​ທີ 16 ເມ​ສາ 2014 ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ຜູ້​ໂດຍ​ສານ​ກຳ​ລັງ​ມຸ່ງ​ໜ້າ​ສູ່​ຣີ​ສອດ​ທາງ​ພາກ​ໃຕ​ຂອງ​ເກາະ​ເຈ​ຈູ ເຊິ່ງ​ຜູ້​ໂດຍ​ສານ​ໂດຍ​ສ່ວນ​ໃຫຍ່ ແມ່ນ​ເດັກ​ນ້ອຍ​ນັກ​ຮຽນ​ມັດ​ທະ​ຍົມ ທີ່​ຈະ​ເດີນ​ທາງ​ໄປ​ທັດ​ສະ​ນະ​ສຶກ​ສາ ໂດຍ​ໂສກ​ນາ​ຕະ​ກຳ​ດັ່ງ​ກ່າວ​ນີ້ ມີ​ຜູ້​ລອດ​ຊີ​ວິດ​ພຽງ​ແຕ່ 174 ຄົນ ເທົ່າ​ນັ້ນ ສ່ວນ​ທີ່​ເຫລືອ​ອີກ 304 ຄົນ​ ແມ່ນ​ເສຍ​ຊີ​ວິດ ແລະ ໃນ​ຈຳ​ນວນ​ດັ່ງ​ກ່າວ​ນີ້ ຍັງ​ບໍ່​ສາ​ມາດ​ເກັບ​ກູ້​ສົບ​ຂຶ້ນ​ມາ​ໄດ້ 9 ສົບ.

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...