spot_img
Homeຂ່າວຕ່າງປະເທດຍອດ​ການ​ສົ່ງ​ອອກ​ເຂົ້າ​ຂອງ​ມຽນ​ມາ ເພີ່ມ​ຂຶ້ນ 40% ຕັ້ງ​ເປົ້າປີ 2020 ​ສົ່ງ​ອອກ 4 ລ້ານ​ໂຕນ!

ຍອດ​ການ​ສົ່ງ​ອອກ​ເຂົ້າ​ຂອງ​ມຽນ​ມາ ເພີ່ມ​ຂຶ້ນ 40% ຕັ້ງ​ເປົ້າປີ 2020 ​ສົ່ງ​ອອກ 4 ລ້ານ​ໂຕນ!

Published on

MYANMAR-LIFESTYLE-ECONOMY-RICE

ມຽນ​ມາ​ສົ່ງ​ອອກ​ເຂົ້າ​ໃນ​ສົກ​ປີ​ຜ່ານ​ມາ ບັນ​ລຸ 1.7 ລ້ານ​ໂຕນ ເພີ່ມ​ຂຶ້ນ 40% ໂດຍ​ສ່ວນ​ໃຫຍ່​ແມ່ນ​ສົ່ງ​ຂາຍ​ໄປ​ຍັງ​ປະ​ເທດ​ຈີນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ເມ​ສາ​ຜ່ານ​ມາ​ນີ້​ວ່າ ປະ​ລິ​ມານ​ກາ​ນ​ສົ່ງ​ອອກ​ເຂົ້າ​ຂອງ​ມຽນ​ມາ ບັນ​ລຸ​ເກືອບ 2 ລ້ານ​ໂຕນ ໃນ​ສົກ​ປີ​ງົບ​ປະ​ມານ 2014-2015 ເຊິ່ງ​ສິ້ນ​ສຸດ​ລົງ​ໃນ​ເດືອນມ​ມີ​ນາ​ທີ່​ຜ່ານ​ມາ ສົ່ງ​ຜົນ​ເຮັດ​ໃຫ້​ການ​ສົ່ງ​ອອກ​ເຂົ້າ ເພີ່ມ​ຂຶ້ນ 40% ເມື່ອ​ທຽບ​ກັບ​ປີ​ກາຍ.

ດ​ຣ. ໂຊ ຕຸນ ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ມຽນ​ມາ ໄດ້​ລະ​ບຸ​ວ່າ ເຂົ້າ​ສ່ວນ​ໃຫຍ່​ແມ່ນ​ສົ່ງ​ອອກ​ໄປ​ປະ​ເທດ​ຈີນ ໂດຍ​ມີ​ອັດ​ຕາ​ສ່ວນ 1.1 ລ້ານ​ໂຕນ, ສ່ວນ​ທາງ​ດ້ານ​ກະ​ຊວງ​ການ​ຄ້າ​ມຽນ​ມາ​ກໍ​ໄດ້​ລະ​ບຸ​ວ່າ ມຽນ​ມາ​ສົ່ງ​ອອກ​ເຂົ້າ​ໄປ​ທັງ​ໝົດ 1.7 ລ້ານ​ໂຕນ ໃນ​ສົກ​ປີ 2014-2015 ຜ່ານ​ມາ ສ້າງ​ລາຍ​ຮັບ​ໄດ້ 645 ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ປະ​ເທດ​ທີ່​ເປັນ​ປາຍ​ທາງ​ສົ່ງ​ອອກ ໃນ​ສົກ​ປີ​ດັ່ງ​ກ່າວ​ນີ້​ແມ່ນ ສ​ປ ຈີນ, ຍີ່​ປຸ່ນ ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊີ, ເອີ​ຣົບ ແລະ ອາ​ຟ​ຣິ​ກາ.

ທັງ​ນີ້ ລັດ​ຖະ​ບານ​ມຽນ​ມາ ໄດ້​​ມີ​ແຜນ​ສົ່ງ​ອອກ​ເຂົ້າ ໂດຍຕັ້ງ​ເປົ້າ​ໝາຍ​ພາຍ​ໃນ​ປີ 2020 ທີ່​ຈະ​ມາ​ເຖິງ​ນີ້ ແມ່ນ​ຈະ​ເພີ່ມ​ການ​ສົ່ງ​ອອກ​ເຂົ້າ​ຂອງ​ປະ​ເທດ ໃຫ້​ໄດ້ 4 ລ້ານ​ໂຕນ.

 

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...