Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ ນ.ວ ຕັດສີນລົງໂທດຈຳຄຸກ 7 ປີ ຊ່ຽວ​ຊານ​ຊາວ​ອູ​ແກ​ຣນ ຂໍ້ຫາທຳຮ້າຍຮ່າງກາຍ!

ສານ ນ.ວ ຕັດສີນລົງໂທດຈຳຄຸກ 7 ປີ ຊ່ຽວ​ຊານ​ຊາວ​ອູ​ແກ​ຣນ ຂໍ້ຫາທຳຮ້າຍຮ່າງກາຍ!

Published on

thief foriegn

ໃນວັນທີ 21 ເມສານີ້, ສານປະຊາຊົນນະຄອນຫລວງວຽງຈັນ,ໄດ້ຕັດສີນລົງໂທດ ທ້າວ ໂອເລັກ ອາຍຸ 50 ປີສັນຊາດ ອູແກຣນ, ໃຫ້ຈຳຄຸກເປັນເວລາ 7 ປີ ພ້ອມ ປັບໃໝ ໜຶ່ງລ້ານກີບ ແລະ ຮັບຜິດຊອບຄ່າເສຍຫາຍທາງແພ່ງໃນຈຳນວນ 24 ລ້ານກວ່າກີບ, ໃນສະຖານທຳຮ້າຍຮ່າງກາຍ, ໂດຍຄະດີມີຢູ່ວ່າ: ທ້າວ ໂອເລັກ ໄດ້ເຂົ້າມາເຮັດວຽກ ເປັນຊ່ຽວຊານສຳຫລວດແຮ່ທາດ ຢູ່ເມືອງຊຽງຄໍ້ ແຂວງ ຫົວພັນ ແລະ ເວລາປະມານ 9:00 ໂມງ ຂອງວັນທີ 2 ຕຸລາ 2013 ທ້າວ ໂອ ເລັກ ແລະ ທ້າວ ຈົມທອງ ອາຍຸ 49 ປີ ຢູ່ບ້ານຊຽງຄໍ້, ໄດ້ພາກັນດື່ມເບຍຢູ່ແຄ໊ມຂອງ ບໍລິສັດເປັນເວລາຫລາຍຊົ່ວໂມງ ທັງສອງມີອາການມຶນເມົາແຮງ, ໃນຂະນະນັ້ນ ທ້າວໂອເລັກ ຊອກຫາໂທລະສັບ ແລະ ກຸນແຈລົດບໍ່ເຫັນ, ຈຶ່ງຖາມທ້າວ ຈົມທອງ ຫລາຍຄັ້ງຍ້ອນຄິດວ່າທ້າວ ຈົມທອງ ເປັນຄົນເຊື່ອງ, ຈຶ່ງເກີດຄວາມໂມໂຫແລ້ວ ໄປຈັບເອົາພ້າທີ່ວາງໄວ້ເທິງໜ້າ ໂຕະໃກ້ຄຽງມາຟັນບໍລິເວນຄາງ ແລະ ບ່າໄລ ທ້າວ ຈົມທອງ ຈົນໄດ້ແລ່ນໜີອອກໄປຂໍຄວາມ ຊ່ວຍເຫລືອນຳປະຊາຊົນ ໃກ້ຄຽງນຳສົ່ງໂຮງໝໍ, ສ່ວນທ້າວ ໂອເລັກ ແມ່ນໄດ້ຂີ່ລົດຈັກກັບມານອນຢູ່ບ່ອນເຮັດວຽກ ແລະຕໍ່ມາເຈົ້າໜ້າທີ່ຈຶ່ງຈັບ ຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...