spot_img
Homeຂ່າວເຫດການທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າກົມການບິນພົນລະເຮືອນຈີນ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າກົມການບິນພົນລະເຮືອນຈີນ

Published on

somsavad

ຂປລ. ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 19 ​ເມສາ 2015 ຢູ່​ຫ້ອງ​ວ່າການ​ລັດຖະບານ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກງານ​ເສດຖະກິດ ​ການ​ຜະລິດ ​ແລະ ຈໍລະ​ຈອນ ​ ໄດ້​ໃຫ້ກຽດຕ້ອນຮັບ ການ​ເຂົ້າຢ້ຽມຄຳນັບ​ຂອງ ທ່ານ ລີ​ຈ້ຽນ ຫົວໜ້າກົມ​ການບິນ ​ພົນລະ​ເຮືອນ ສປ ຈີນ ​ແລະ ຄະນະ ​ໃນ​ໂອກາດ​ທີ່​ເດີນທາງ​ ມາ​ເຄື່ອນ​ໄຫວ​ເຮັດ​ວຽກ ​ແລະ ຢ້ຽມຢາມ​ລາວ.

ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ຕີ​ລາຄາ​ສູງ ຕໍ່ການ​ເດີນທາງ​ມາ​ເຮັດ​ວຽກ ຂອງ​ຄະນະ​ຜູ້​ແທນ ກົມ​ການບິນ ​ພົນລະ​ເຮືອນຈີນ ​ໃນ​ເທື່ອ​ນີ້. ອັນເປັນການ ເສີມຂະຫຍາຍ ສາຍພົວພັນ ການຮ່ວມມືຍຸດທະສາດ ຂອງສອງປະເທດ ກໍຄືສອງກົມ ການບິນ ລາວ-ຈີນ ໂດຍສະເພາະ ການທີ່ຈະຊື້ເຮືອບິນ ມາດຕະຖານຈາກ ສປ ຈີນ ເພື່ອນຳມາບໍລິການຢູ່ ສປປ ລາວ ​ ແລະ ການ​ຮ່ວມ​ມືກັນ ກໍຄື​ການ​ບໍລິການຫລັງການ​ຂາຍ ​ເພື່ອ​ພ້ອມ​ກັນ​ສ້າງ ​ໃຫ້​ເປັນ​ມາດຕະຖານ​ໃໝ່ ທີ່​ມີ​ຊື່ສຽງ ​ແລະ ສາກົນ​ໃຫ້ ການ​ຍອມຮັບ, ອີກດ້ານໜຶ່ງ ​ໃນ​ເງື່ອນ​ໄຂ​ ຂອງ​ການ​ເຊື່ອມ​ໂຍງ ທັງ​ໃນ​ພາກພື້ນ ​ແລະ ສາກົນ ພວກ​ເຮົາ​ຍິ່ງ​ຕ້ອງ​ໄດ້​ມີ​ ການ​ຮ່ວມ​ມື​ກັນ​ ຢ່າງ​ສະໜິດ​ແໜ້ນ ​ເພື່ອ​ປະກອບສ່ວນ​ ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ ມີ​ຄວາມ​ຄ່ອງ​ຕົວ​ຂຶ້ນ ​ແລະ ​ເຮັດ​ໃຫ້ການ​ພັດທະນາ​ ເສດຖະກິດ-ສັງຄົມ ມີ​ການ​ຂະຫຍາຍຕົວ​ຂຶ້ນ​ເປັນ​ກ້າວໆ. ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ກົມ​ການບິນ​ ພົນລະ​ເຮືອນຈີນ ​ຈະ​ໃຫ້ການ​ຊ່ວຍ​ເຫລືອ ຝ່າຍ​ລາວ​ຢ່າງ​ຕັ້ງໜ້າ ທັງ​ການ​ພັດທະນາ​ ຊັບພະຍາກອນ​ມະນຸດ ກໍຄື​ການ​ຮ່ວມ​ມື​ຊ່ວຍ​ເຫລືອ ດ້ານ​ອື່ນໆ ຂອງກົມ​ການບິນ​ພົນລະ​ເຮືອນລາວ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ຂຶ້ນ​ໄປ​ເລື້ອຍໆ.

ທ່ານ ລີ​ຈ້ຽນ ຕາງໜ້າ​ຄະນະກົມ​ການບິນ ​ພົນລະ​ເຮືອນ ສປ ຈີນ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ທ່ານ​ຮອງ​ນາຍົກ​ ທີ່​ໃຫ້​ກຽດ​ຕ້​ອນຮັບ ​ໃນ​ການ​ເຂົ້າ​ຢ້ຽມ​ຄຳນັບ ​ຄັ້ງ​ນີ້ ພ້ອມ​ທັງ ​ໄດ້​ແຈ້ງ​ຈຸດປະສົງ​ ຂອງ​ການ​ຢ້ຽ​ມຢາມ ​ແລະ ຜົນ​ການ​ພົບ​ປະ​ສອງ​ຝ່າຍ ໃຫ້​ທ່ານ​ຮອງ​ນາຍົກ​ຊາບ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...