spot_img
Homeຂ່າວພາຍ​ໃນນະຄອນຫຼວງ ມ້າງຄະດີຢາເສບຕິດໄດ້ 62 ລາຍ ສ້າງບ້ານປອດຢາເສບຕິດໄດ້ 139 ບ້ານ

ນະຄອນຫຼວງ ມ້າງຄະດີຢາເສບຕິດໄດ້ 62 ລາຍ ສ້າງບ້ານປອດຢາເສບຕິດໄດ້ 139 ບ້ານ

Published on

TREATEMENT_CENTER_432x250_GLICKR.COM

ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວ ປະຈຳສົກປີ 2011-2012 ແລະ ການເຄື່ອນໄຫວວຽກງານ ປະຈຳປີ 2012-2013

ຂອງຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ
ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ກຸ ຈັນສີນາ ຮັກສາການປະທານຄະນະກຳມະການແຫ່ງຊາດ
ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍທ່ານຮອງເຈົ້າ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດຣ. ຈັນທີ ວິໄລສັກ ຫົວໜ້າຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ ນະຄອນຫຼວງວຽງຈັນ ໄດ້ຂຶ້ນ
ຜ່ານບົດສະຫຼຸບປະຈຳປີວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 1 ປີຜ່ານມາ ໂດຍໄດ້ເຜີຍແຜ່ຜົນຮ້າຍໄພອັນຕະລາຍ
ຂອງຢາເສບຕິດ ແລະ ວິທີປ້ອງກັນແກ້ໄຂບໍ່ໃຫ້ມີຢາເສບຕິດໃຫ້ພໍ່ແມ່ປະຊາຊົນ ຊາວໜຸ່ມ ກຳມະກອນ ນັກຮຽນ ນັກສຶກສາພາຍ
ໃນ 9 ຕົວເມືອງ ໄດ້ທັງໝົດ 146 ເທື່ອລົງໃຫ້ຄຳປຶກສາແກ່ກຸ່ມເປົ້າໝາຍ ແລະ ຄອບຄົວເປົ້າໝາຍໄດ້ທັງໝົດ 271 ຄົນ ສຳເລັດ
ການຕິດຕັ້ງປ້າຍໂຄສະນາຕ້ານຢາເສບຕິດ 5 ຈຸດ ແລະ  ສ້າງບ້ານປອດຢາເສບຕິດໄດ້ 139 ບ້ານ ເຊິ່ງກວມເອົາ 28,89% ໃນ
ຈຳນວນ 483 ບ້ານ ມາຮອດປັດຈຸບັນສ້າງໄດ້ 245 ບ້ານ ກວມເອົາ 51% ພ້ອມນັ້ນ ທາງຕຳຫຼວດຕ້ານສະກັດກັ້ນຢາເສບຕິດນະ
ຄອນຫຼວງ ສາມາດມ້າງລາຍຄະດີໄດ້ທັງໝົດ 62 ລາຍ ຜູ້ຕ້ອງຫາ 137 ຄົນ ກອງກາງປະເພດຢາເສບຕິດມີຄື: ຢາບ້າເມັດ ຈຳ
ນວນ 36.224 ເມັດ ຢາບ້າມຸ່ນ ຈຳນວນ 7 ກຼາມ ຢາໄອ້ ຈຳນວນ 0,6 ກຣາມ ກັນຊາແຫ້ງ ຈຳນວນ 1.592 ກຣາມ ແລະ 7
ຖົງນ້ອຍ ນ້ຳຢາ (ບໍ່ຮູ້ຊະນິດ) ຈຳນວນ 3 ຫຼອດ ພ້ອມນັ້ນກໍໄດ້ສົມທົບກັບຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບ
ຄຸມຢາເສບຕິດ ແລະ ບັນດາແຂວງ ຈູດທຳລາຍຢາເສບຕິດມີຄື: ເຣໂຣອິນ 33 ແທ່ງ ນ້ຳໜັກ 12.525 ກິໂລ ຢາບ້າ 470.170
ກິໂລ ກັນຊາແຫ້ງ 1.535 ກິໂລ ແປ້ງຝຸ່ນສີຂາວ ເຈືອປົນກັບສານເຄມີຕົ້ນທີ່ສາມາດຜະລິດຢາເສບຕິດໄດ້ ຈຳນວນ 8 ເປົາ ນ້ຳ
ໜັກ 226.5 ກິໂລ.
ຜ່ານການເກັບກຳຂໍ້ມູນສະຖິຕິຜູ້ຕິດຢາເສບຕິດ 9 ຕົວເມືອງ ໃນນະຄອນຫູວງວຽງຈັນ ສາມາດສັງລວມໄດ້ຄື: ຜູ້ຕິດຢາເສບຕິດປະ
ເພດຢາບ້າ ລວມມີ 7.724 ຄົນ ຍິງ 532 ຄົນ ກຸ່ມສ່ຽງ 424 ຄົນ ເສບ 5.400 ຄົນ ຂາຍ 790 ຄົນ ຂາຍ ແລະ ເສບ 1.023
ຄົນ ແລະ ໃຫ້ຄຳປຶກສາກຸ່ມເປົ້າໝາຍ ແລະ ຄອບຄົວຜູ້ຕິດຢາເສບຕິດ ລວມ 131 ເປົ້າໝາຍ ໃນພິທີດັ່ງກ່າວ ກໍໄດ້ປະກາດການ
ຈັດຕັ້ງໃໝ່ ໂດຍແຕ່ງຕັ້ງທ່ານ ດຣ. ຈັນທີ ວິໄລສັກ ຮອງຫົວໜ້າຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ
ນະຄອນຫຼວງວຽງຈັນ ເປັນຫົວໜ້າຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ ນະຄອນຫຼວງວຽງຈັນ ແລະ
ຍົກຍ້າຍທ່ານ ທະນົງສັກ ວົງໄກສອນ ຫົວໜ້າຂະແໜງໂຄສະນາອົບຮົມຊາວໜຸ່ມ ນວ ມາເປັນຮອງຫົວໜ້າຫ້ອງການຄະນະກຳມະ
ການກວດກາ ແລະ ຄວບຄຸມຢາເສບຕິດ ນວ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...