spot_img
Homeຂ່າວພາຍ​ໃນຍ້ອງຍໍພະນັກງານ-ກົມກອງ ທີ່ມີຜົນງານອຸປະຖຳກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ

ຍ້ອງຍໍພະນັກງານ-ກົມກອງ ທີ່ມີຜົນງານອຸປະຖຳກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ

Published on

 

:ພິທີປະດັບຫຼຽນໄຊ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ພະນັກງານ ແລະ ກົມກອງທີ່ມີຜົນງານ ໃນການອຸປະຖຳກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2013 ນີ້ ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ຫຼັກ 5) ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນຍັງ ວໍລະ ຈິດ, ກຳມະ ການກົມ ການເມືອງ ສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະ ເທດ; ທ່ານ ສົມມາດ ພົນເສນາ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າອະນຸກຳມະການ, ຜູ້ປະຈຳການອະນຸກຳມະການເສດຖະກິດ; ມີຫົວໜ້າອະນຸກຳມະການ ເສດຖະກິດ; ມີບັນດາກຳມະການສູນກາງພັກ, ບັນດາຄະນະພັກແຂວງ, ຄະນະພັກກະຊວງ, ບັນດາອົງການຈັດ ຕັ້ງມະຫາຊົນ, ບັນດາລັດວິສາຫະກິດ, ບັນດາບໍລິສັດ ຫ້າງ ຮ້ານ, ບັນດາແຂກທີ່ຖືກເຊີນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ.

ການປະດັບຫຼຽນໄຊ ແລະ ມອບໃບຍ້ອງຄັ້ງນີ້ ມີຜູ້ທີ່ມີຜົນງານດີເດັ່ນໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 16 ທ່ານ, 6 ກົມກອງ; ຫຼຽນໄຊແຮງງານຊັ້ນ III ຈຳນວນ13 ທ່ານ, 5 ກົມກອງ; ຫຼຽນກາແຮງງານ 10 ທ່ານ, 23 ກົມກອງ ແລະ ມອບໃຍຍ້ອງຍໍລັດຖະບານ 21 ກົມກອງ. ການຍ້ອງຍໍດັ່ງກ່າວໄດ້ມີຂຶ້ນ ໃນໂອ ກາດສະຫຼຸບການ ຈັດຕັ້ງປະ ຕິ ບັດ ວຽກ ງານຂອງອະນຸກຳມະການເສດຖະກິດ ແລະ ການຍ້ອງຍໍພະນັກງານ ແລະ ກົມກອງດີເດັ່ນ ທີ່ມີຜົນງານປະກອບສ່ວນເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ຮັບໝາກຜົນ ຢ່າງ ຈົບງາມ ຊຶ່ງບັນດາອະນຸກຳມະການຕ່າງໆ ໄດ້ເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ ໂດຍສະເພາະ ອະນຸ ກຳມະການເສດຖະກິດ ໄດ້ຂຶ້ນແຜນຄວາມຕ້ອງການດ້ານງົບປະມານ, ພ້ອມ ທັງຕິດຕາມ ກວດກາ ແລະ ສະ ຫຼຸບການເບີກຈ່າຍ ເລີ່ມແຕ່ສົກປີ 2008-2009 ເຖິງສົກປີ 2010-2011 ຊຶ່ງສາມາດສະຫຼຸບການໃຊ້ຈ່າຍ ທີ່ເປັນງົບ ປະມານຂອງລັດ ຕະຫຼອດ ໄລ ຍະ 3 ປີ ມີຈຳນວນ 45 ຕື້ກວ່າກີບ. ນອກນັ້ນ ຍັງມີລາຍຈ່າຍເປັນວັດຖຸ ມີມູນຄ່າ ເກືອບ 450 ລ້ານກີບ ແລະ ມີເງິນອຸປະຖຳຍັງເຫຼືອ 9 ຕື້ກວ່າກີບ ຊຶ່ງຕົວເລກດັ່ງກ່າວ ແມ່ນໄດ້ ຮັບການລາຍງານ ຈາກກະຊວງການເງິນ ສະບັບເລກທີ 1199/ອສກ ລົງວັນທີ 19/05/2011.

ເວົ້າລວມແລ້ວ ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຂັ້ນເທິງ ກໍຄື ກົມການເມືອງສູນກາງພັກ ບວກ ກັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ເປັນເຈົ້າການ ຂອງບັນດາພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງການສະໜັບສະໜູນ ຊຸກຍູ້ ຈາກບັນດາຄະນະພັກຕ່າງໆ, ບັນດາລັດວິສາສາຫະກິດ, ບໍລິສັດ ຫ້າງ ຮ້ານ ເຮັດໃຫ້ວຽກງານ ຂອງອະ ນຸກຳມະ ການ ເສດ ຖະກິດ ສາມາດດຳເນີນໄປຢ່າງເປັນປົກກະຕິ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້.

ທີ່ມາhttp://www.kpl.net.la

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...