Homeອຸບັດເຫດແລະປາກົດການຫຍໍ້ທໍ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ມອບ​ເຄື່ອງ​ເປົ່າ​ລະ​ດັບ​ທາດ​ເຫລົ້າໃຫ້​ຕຳ​ຫລວດ ກວດ​ຜູ້​ຂັບ​ຂີ່​ໄລ​ຍະ​ປີ​ໃໝ່

​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ມອບ​ເຄື່ອງ​ເປົ່າ​ລະ​ດັບ​ທາດ​ເຫລົ້າໃຫ້​ຕຳ​ຫລວດ ກວດ​ຜູ້​ຂັບ​ຂີ່​ໄລ​ຍະ​ປີ​ໃໝ່

Published on

20150409095121

ໃນ​ໄລຍະ​ສົ່ງ​ທ້າຍ​ປີ​ເກົ່າ ແລະ ຕ້ອນຮັບ​ປີ​ໃໝ່​ລາວ ປະຈຳ​ປີ 2015 ຫຼາຍ​ພາກສ່ວນ​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການ​ຈັດຕັ້ງ​ປະຕິບັດ ວຽກ​ງານ​ຫຼຸດຜ່ອນ​ອຸບັດ​ຕິ​ເຫດ​ຕາມ​ຖະໜົນ ແນໃສ່ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ ກໍ່​ຄື​ການ​ຫຼຸດຜ່ອນຄວາມ​ເສຍ​ຫາຍ​ທັງ​ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ​ບັນດາເຜົ່າ.

ໃນ​ອາທິດ​ຜ່ານ​ມາ ກະຊວງສາທາລະນະ​ສຸກ ໄດ້​ມອບ​ເຄື່ອງວັດ​ລະດັບ​ທາດ​ເຫຼົ້າ​ໃນ​ລົມຫາຍໃຈ (ເຄື່ອງ​ເປົ່າ​ລະດັບ​ທາດເຫຼົ້າ) ຈຳນວນ 10 ຊຸດ ມູນ​ຄ່າ 100 ລ້ານ​ກີບ ໃຫ້​ແກ່​ກົມ​ຕຳຫຼວດ​ຈະລາຈອນ ກະຊວງ​ປ້ອງກັນ​ຄວາມ​ສະຫງົບ ເພື່ອ​ນຳ​ໃຊ້ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ ​ໂຄງການ​ຫຼຸດຜ່ອນ​ອຸບັດ​ຕິ​ເຫດ​ຕາມຖະໜົນ​ ຂອງ​ເຈົ້າ​ໜ້າທີ່​ຈະລາຈອນ ໂດຍ​ສະເພາະແມ່ນ ​ໄລຍະ​ບຸນປີໃໝ່​ລາວ ໃຫ້​ກຽດ​ເຂົ້າຮ່ວມ​ພິທີ​ຄັ້ງ​ນີ້ ມີ​ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດ​ຖະມົນຕີ​ວ່າການ​ກະຊວງ​ສາ​ທາ​ລະນະ​ສຸກ ທ່ານ ພັນ​ໂທ ຄຳ​ທະຫວາຍ ເພັດ​ອຸໄທ ຫົວໜ້າ​ກົມ​ຕຳຫຼວດ​ຈະລາຈອນ ພ້ອມ​ດ້ວຍ​ບັນດາ​ລັດຖະມົນຕີ​ຊ່ວຍ ຫົວໜ້າ​ກົມ ຫ້ອງການ ແລະ ພະນັກງານ​ກ່ຽວຂ້ອງ​ສອງ​ຝ່າຍ.

ຂ່າວ​ແຈ້ງ​ຕື່ມ​ອີ​ກວ່າ: ນະຄອນຄຸນ​ໝິງ ​ສປ ຈີນ ໄດ້​ໃຫ້ການ​ຊ່ວຍເຫຼືອ​ເຄື່ອງ​ວັດ​ລະດັບ​ທາດ​ເຫຼົ້າ​ ຈຳນວນ 30 ຊຸດ ມູນ​ຄ່າ 38.203 ໂດ​ລາ​ສະຫະລັດ ຫຼື ປະມານ 310 ລ້ານ​ກີບ ໃຫ້​ແກ່​ນະຄອນຫຼວງວຽງ​ຈັນ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການກວດກາ​ຕໍ່​ຜູ້​ລະເມີດ​ຂັບ​ຂີ່​ພາຫະນະ ແນໃສ່​ຫຼຸດຜ່ອນ​ອຸບັດ​ຕິ​ເຫດຕາມ​ຖະໜົນ​ຢູ່​ນະຄອນຫຼວງ​ວຽງຈັນ.

ພິທີ​ມອບ-ຮັບ​ເຄື່ອງ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 11 ເມສາ 2015 ຢູ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ມອບ​ໂດຍ​ທ່ານ ລຽງ​ຈຽງ​ຈູນ ທີ່​ປຶກສາ​ການເມືອງສະຖານທູດ​ຈີນ ປະຈຳ​ລາວ (ຕາງໜ້າ​ນະຄອນ​ຄຸນ​ໝິງ) ແລະ ຮັບ​ໂດຍ​ທ່ານ ພູ​ວົງ ວົງ​ຄຳ​ຊາວ ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ນະຄອນ​ຫຼວງ​ວຽງ​ຈັນ ຈາກ​ນັ້ນ ກໍ່​ໄດ້ມອບ​ຕໍ່ໃຫ້​ທ່ານ ​ພັທ ຄຳ​ແພງ ໄຊ​ຍະ​ລາດ ຄະນະ​ກອງ​ບັນຊາການ​ປ້ອງ​ກັນ​ຄວາມ​ສະຫງົບ ນະຄອນ​ຫຼວງ​ວຽງ​ຈັນ ເພື່ອ​ນຳໄປໃຊ້​ຕາມ​ຈຸດປະສົງ ໂດຍ​ສະເພາະແມ່ນ​ ນຳ​ໃຊ້​ໃນ​ໄລຍະ​ປີ​ໃໝ່​ລາວ ​ພສ 2558.

ອີງ​ຕາມ​ຂໍ້​ມູນ​ຂອງ​ກະຊວງ​ສາທາ​ລະນະ​ສຸກ​ໃຫ້​ຮູ້​ວ່າ: ປັດຈຸບັນ ຄົນ​ລາວ​ທີ່​ມີ​ອາຍຸ​ແຕ່ 15 ປີ​ຂຶ້ນ​ໄປ ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ປະມານ 15 ລິດ/ຄົນ/ປີ ໂດຍ​ສະເພາະແມ່ນ ​ເຄື່ອງ​ດື່ມ​ປະເພດເບຍ ແລະ 60% ຂອງ​ການ​ເກີດອຸບັດ​ຕິ​ເຫດ​ ແມ່ນ​ເກີດ​ຈາກ​ການດື່ມ​ສິ່ງ​ມຶນເມົາ​ແລ້ວ​ຂັບ​ຂີ່ ໃນ​ໄລຍະ 20 ປີຜ່ານມາ ມີ 2.360 ຄົນ ເສຍ​ຊີວິດ​ຈາກ​ອຸບັດ​ຕິ​ເຫດ​ຕາມຖະໜົນ ເຊິ່ງ​ນີ້​ສະແດງ​ໃຫ້​ເຫັນເຖິງ​ຜົນ​ຮ້າຍ​ຂອງ​ການ​ດື່ມ​ເຫຼົ້າ-ເບຍ​ແລ້ວ​ຂັບ​ ຂີ່ ແລະ ເພື່ອ​ຫຼຸດຜ່ອນ​ບັນຫາ​ດັ່ງກ່າວ ທຸກ​ຄົນ​ໃນສັງຄົມ​ຕ້ອງ​ເປັນ​ເຈົ້າ​ການ ມີ​ສະຕິ​ລະວັງ​ຕົວ ດື່ມ​ແລ້ວ​ບໍ່​ຂັບ​ຂີ່ ແລະ ພ້ອມ​ກັນ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ​ຢ່າງ​ເຂັ້ມ​ງວດ ໂດຍ​ສະເພາະແມ່ນ ​ຜູ້​ໃຊ້​ລົດ​ໃຊ້ຖະໜົນ ​ຕ້ອງ​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ​ຫຼາຍ​ຂຶ້ນ​ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...