spot_img
Homeມຸມຂ່າວ AECຍທຂ ເລັ່ງສ້າງລະບຽບການ-ນິຕິກຳຮອງຮັບ AEC

ຍທຂ ເລັ່ງສ້າງລະບຽບການ-ນິຕິກຳຮອງຮັບ AEC

Published on

20150409094623

ສຳ​ມະ​ນາ​ກ່ຽວ​ກັບລະບຽບການ ແລະ ຂັ້ນ​ຕອນໃນ​ການ​ລົງທຶນ ຢູ່​ໃນ​ຂະແໜງ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ) ຈັດຂຶ້ນ​ວັນ​ທີ 8 ເມສາ 2015 ທີ່​ຣີສອດ​ນາ​ປ່າ​ກວາງ ແຂວງ​ວຽງຈັນ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ເພັດ​ສະໝອນ ວິ​ຣະ​ພັນ ຮອງ​ຫົວໜ້າ​ກົມ​ແຜນການ ແລະ ການ​ຮ່ວມ​ມື ກະຊວງ ​ຍທຂ ມີ​ບັນດາ​ຮອງ​ຫົວໜ້າ​ຫ້ອງການ ກົມ ສະ​ຖາ​ບັນ ພະ​ແນກ ຕາງໜ້າ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ກະຊວງ​ແຜນການ ແລະ ການລົງທຶນ ພະນັກງານ​ວິຊາ​ການ ເຂົ້າ​ຮ່ວມ.

ທ່ານ ຈັນທະ​ພອນ ພັນ​ວິ​ສຸກ ຫົວໜ້າ​ພະ​ແນກ​ຮ່ວມ​ມື ແລະ ລົງທຶນ ກົມ​ແຜນການ ແລະ ການຮ່ວມ​ມື ກະຊວງ ​ຍທຂ ກ່າວ​ວ່າ: ດັ່ງ​ທີ່​ພວກ​ເຮົາ​ຮູ້​ກັນ​ແລ້ວ​ວ່າ ​ສປປ ລາວ ຂອງ​ພວກ​ເຮົາ​ໄດ້​ເຂົ້າເປັນ​ສະມາຊິກ WTO ເປັນ​ປະເທດ​ທີ 158 (ປັດຈຸບັນ WTO ມີສະມາຊິກ​ທັງ​ໝົດ 160 ປະເທດ) ໃນ​ການ​ເຂົ້າ​ເປັນ​ສະມາຊິກ​ດັ່ງກ່າວ ທຸກ​ປະເທດ​ຕ້ອງ​ໄດ້​ປະຕິບັດຕາມ​ລະບຽບ ແລະ ເງື່ອນໄຂຕ່າງໆທີ່​ອົງການ WTO ວາງອອກ ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ສິ່ງກີດຂວາງ​ທາງ​ດ້ານ​ການ​ຄ້າ ແລະ ໃນ​ທ້າຍ​ປີ 2015 ​ສປປ ລາວ ກໍ່​ຈະ​ເຂົ້າ​ເປັນ​ປະຊາ​ຄົມເສດຖະກິດ​ອາ​ຊຽນ (AEC) ເຊິ່ງປັດຈຸບັນ​ແມ່ນ​ກຳລັງ​ເຈລະຈາ​ກັນ ຢູ່​ໃນ​ກອບ​ການ​ຮ່ວມ​ມື​ທັງ​ສອງຝ່າຍ (WTO ແລະ AEC) ສິ່ງ​ທີ່ພົ້ນ​ເດັ່ນ​ແມ່ນ​ມັນ​ຮຽກຮ້ອງໃຫ້ບັນດາ​ປະເທດ​ສະມາຊິກ​ ຕ້ອງສ້າງ​ລະບຽບ ແລະ ນິຕິ​ກຳ ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ຄ້າ​ພາຍ​ໃນ ສາກົນ ແລະ ພາກ​ພື້ນ ເພື່ອ​ດຶງ​ດູດ​ເອົາ​ການ​ລົງທຶນ ເຊິ່ງ​ການ​ລົງທຶນ​ຂອງ​ແຕ່​ລະປະເທດ​ແມ່ນ​ມີ​ຄວາມ​ສຳຄັນ ແລະ ມີ​ຜົນ​ປະໂຫຍດ​ໃນ​ການສ້າງສາ​ພັດທະນາ​ຫຼາຍ​ຢ່າງ ເຊັ່ນ: ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແຮງ​ງານ​ທີ່​ມີສີມື ແຫຼ່ງ​ທຶນ ເຕັກໂນ​ໂລ​ຊີ ແລະ ອື່ນໆ.

ເພື່ອ​ຈະ​ເຮັດ​ໄດ້​ແນວ​ນັ້ນ ພວກເຮົາ​ຕ້ອງ​ໄດ້​ມີ​ແຜນ​ຍຸດ​ທະ​ສາດໃນ​ການ​ລົງທຶນ ລະບຽບ​ການ ແລະ ຂັ້ນ​ຕອນ​ອະນຸຍາດ​ການ​ລົງທຶນ​ຕ້ອງ​ຈະແຈ້ງ ແລະ ເປັນ​ທຳ ມີ​ການ​ຂົນສົ່ງ ແລະ ຄຸ້ມ​ຄອງ​ທຸລະ​ກິດ ທັງ​ພາຍ​ໃນ ແລະ ຕ່າງປະເທດ ເຊິ່ງ​ຢູ່​ໃນ​ຂະແໜງ ​ຍທຂ ພວກ​ເຮົາ ຜ່ານ​ການ​ລົງທຶນ​ໃນ​ຂະແໜງ​ພື້ນຖານໂຄງ​ລ່າງ ກໍ່​ສາມາດ​ຮັບປະກັນ​ການ​ຄົມ​ມະ​ນາຄົມ​ຂົນສົ່ງ ການ​ສັນຈອນ​ໄປ​ມາໄດ້​ດີ​ສົມຄວນ ພ້ອມ​ດຽວ​ກັນ​ນັ້ນ ວຽກ​ງານ​ລົງທຶນ​ຢູ່​ໃນ​ຂະແໜງພວກ​ເຮົາ ກໍ່​ຍັງ​ມີ​ຫຼາຍ​ດ້ານ​ທີ່ຕ້ອງ​ປັບປຸງ ເຊັ່ນ: ພວກ​ເຮົາ​ເຂົ້າໃຈ​ວ່າ ກະຊວງ​ພວກ​ເຮົາ​ແມ່ນເປັນ​ກະຊວງ​ເຕັກນິກ ບໍ່​ກ່ຽວ​ກັບການ​ລົງທຶນ ແຕ່​ວ່າ​ໃນ​ຕົວ​ຈິງແລ້ວ ວຽກ​ງານ​ການ​ຄ້າ ແລະ ການ​ລົງທຶນ ຢູ່​ໃນ​ຂະແໜງ​ພວກເຮົາ​ ກໍ່​ຕ້ອງ​ໄດ້​ມີ​ລະບຽບ​ການ​ຮອງຮັບ​ໃນ​ວຽກ​ງານ​ດັ່ງກ່າວ.

ທັງ​ນີ້ ກໍ່​ເພື່ອ​ເປັນ​ການ​ປຶກສາ​ຫາລື ສັງ​ລວມ​ເອົາ​ບັນຫາຂໍ້ຄິດ​ເຫັນ​ຕ່າງໆ ເພື່ອ​ມາ​ສ້າງ​ເປັນລະບຽບ ແລະ ນິຕິ​ກຳກ່ຽວ​ກັບການ​ລົງທຶນ​ໃນ​ຂະແໜງ ​ຍທຂ ໃຫ້​ສອດຄ່ອງ​ກັບ​ສາກົນ ເຮັດ​ໃຫ້ບັນຊີ​ປະເພດ​ທຸລະ​ກິດ​ໃນ​ຂະແໜງ ​ຍທຂ ສອດຄ່ອງ​ກັບ​ເງື່ອນໄຂການ​ເຊື່ອມ​ໂຍງ​ກັບ AEC ແລະ WTO.

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...