spot_img
Homeຂ່າວຕ່າງປະເທດສະ​ພາ​ການ​ຄ້າ​ສະ​ຫະ​ລັດ ຊຸກ​ດັນ​ລັດ​ຖະ​ບານ ຮີ​ບ​ຢຸ​ຕິ​ການ​ຂວ້ຳ​ບາດ​ຕໍ່​ກູ​ບາ!

ສະ​ພາ​ການ​ຄ້າ​ສະ​ຫະ​ລັດ ຊຸກ​ດັນ​ລັດ​ຖະ​ບານ ຮີ​ບ​ຢຸ​ຕິ​ການ​ຂວ້ຳ​ບາດ​ຕໍ່​ກູ​ບາ!

Published on

EyWwB5WU57MYnKOuFtHjOumqzLeI9kv1Yz9ngAby0M8psFxb6sichR

ສະ​ພາ​ການ​ຄ້າ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຊຸກ​ດັນ​ລັດ​ຖະ​ບານ​ຮີບ​ຢຸດ​ຕິ​ການ​ຂວ້ຳ​ບາດ​ຕໍ່​ປະ​ເທດ​ກູ​ບາ

ທ່ານ ໂທ​ມັ​ສ ໂດ​ນາ​ຮິວ ປະ​ທານ​ສະ​ພາ​ການ​ຄ້າ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເຊິ່ງ​ຕໍ່​ຕ້ານ​ການ​ຂວ້ຳ​ບາດ​ການ​ຄ້າ​ຕໍ່​ກູ​ບາ​ມາ​ຕັ້ງ​ແຕ່​ດົນ ໄດ້​ເປີດ​ເຜີຍ​ຢູ່​ເມືອງ​ປາ​ນາ​ມາ ຊິ​ຕີ້ ປະ​ເທດ​ປາ​ນາ​ມາ ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ເມ​ຣິ​ກາ ລະ​ຫວ່າງວັນ​ທີ 10-11 ເມ​ສາ ເຊິ່ງ​ມີ​ລະ​ດັບ​ຜູ້​ນຳ​ທັງ 35 ປະ​ເທດ ເຂົ້າ​ຮ່ວມ​ ລວມ​ທັງ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ແຫ່ງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ປະ​ທາ​ນາ​ທິ​ບໍ​ດີ ຣາ​ອູນ ກາ​ສະ​ໂຕ​ຣ ແຫ່ງ​ກູ​ບາວ່າ ພັກ​ຝ່າຍ​ຄ້ານ​ຣິ​ພ​ັບ​ພ​ລິ​ກັນ ຄວນ​ຖອນ​ຂວ້ຳ​ບາດ​ການ​ຄ້າ​ຕໍ່​ກູ​ບາ ແລະ ເຊື່ອ​ວ່າ​ເຮັດ​ໄດ້​ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ໃນ​ປີ​ໜ້າ. ທັງ​ນີ້, ທ່ານ​ໂອ​ບາ​ມາ ໄດ້​ຫລຸດ​ຜ່ອນ​ມາດ​ຕະ​ການ​ຫ້າມ​ຄ້າ​ຂາຍ​ກັບ​ກູ​ບາ​ແລ້ວ​ໃນ​ບາງ​ສ່ວນ ພ້ອມ​ທັງ​ຂໍ​ໃຫ້​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ ຮ່ວມ​ມື​ກັນ​ຍົກ​ເລີກ​ການ​ຂວ້ຳ​ບາດ​ດັ່ງ​ກ່າວ ແຕ່​ຊ້ຳ​ພັດ​ຖືກ​ກະ​ແສ​ຄັດ​ຄ້ານ​ຈາກ​ສະ​ມາ​ຊິກ​ພັກ​ຣິ​ພັບ​ພ​ລິ​ກັນ ທີ່​ຄອບ​ຄອງ​ສຽງ​ສ່ວນ​ຫລາຍ​ແລ້ວ​ໃນ​ສະ​ພາ​ຜູ້​ແທນ.

ຂະ​ນະ​ດຽວ​ກັນ ທ່ານ ໂອ​ບາມາ ແລະ ທ່ານ ກາ​ສະ​ໂຕ​ຣ ກຽມ​ພົບ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອ​ດັ່ງ​ກ່າວ​ນີ້​ເປັນ​ຄັ້ງ​ທຳ​ອິດ ໃນ​ຂະ​ນະ​ທີ່​ທາງ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຢູ່​ລະ​ຫວ່າງ​ການ​ຕັດ​ສິນ​ໃຈ​ວ່າ​ ຈະ​ຍົກ​ກູ​ບາ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ສະ​ໜັບ​ສະ​ໜູນ​ກຸ່ມ​ກໍ່​ການ​ຮ້າຍ ຫລື ບໍ່ ເຊິ່ງ​ຖ້າ​ຫາກ​ຕັດ​ສິນ​ໃຈ​ຍົກ​ກູ​ບາ​ອອກ​ແລ້ວ ສະ​ພາ​ຜູ້​ແທນ​ສະ​ຫະ​ລັດ ກໍ​ຈະ​ມີ​ເວ​ລາ 45 ວັນ ໃນ​ການ​ລົງ​ມະ​ຕິ​ເຫັນ​ດີ ຫລື ບໍ່​ເຫັນ​ດີ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...