spot_img
Homeຄວາມງາມ5 ຄວາມ​ຜິດ​ພາດຂອງ​ສາວໆ​ໃນ​ການ​ໃຊ້ມາດ​ຄາ​ລ່າ

5 ຄວາມ​ຜິດ​ພາດຂອງ​ສາວໆ​ໃນ​ການ​ໃຊ້ມາດ​ຄາ​ລ່າ

Published on

1

– ປັດ​ທັບ​ເປັນ​ສິບໆຮອບ: ມາດ​ຄາ​ລ່າ​ສ່ວນ​ໃຫຍ່​ຖືກ​ອອກ​ແບບ​ມາ​ໃຫ້​ປັດ​ທັບ​ພຽງສອງ​ສາມ​ຮອບ​ເທົ່າ​ນັ້ນສະ​ນັ້ນຍິ່ງ​ປັດ​ຫລາຍ​ເທົ່າ​ໃດ​ກໍ​ມີ​ໂອ​ກາດ​ທີ່​ຈະ​ແຫ້ງ​​ໄດ້​ຫລາຍ​ເທົ່າ​ນັ້ນແຖມ​ຍັງ​ອາດ​ຈັບ​ຕົວ​ເປັນ​ກ້ອນ​

1

– ປ໊ຳແປງ: ການດຶງ​ແປງມາດ​ຄາ​ລ່າເຂົ້າ​ອອກ​ໄວ​ໆກ່ອນ​ປັດ​ນັ້ນ​ຈະ​ເຮັດໃຫ້​ເກີດ​ຟອງ​ອາ​ກາດ​ຂຶ້ນ​ໃນ​ຫລອດ​ມາດ​ຄາ​ລ່າຊຶ່ງ​ອາດ​ເຮັດໃຫ້​ປັດ​ມາດ​ຄາ​ລ່າ​ບໍ່​​ລຽບ​ເທົ່າ​ທີ່​ຄວນເພາະ​ຈະ​ເກີດ​ປຸ່ມ​ປົມ​ແລະ​ສະ​ເກັດ​ມາດ​ຄາ​ລ່າ​ໄດ້

mascara in hand

– ເກັບ​ໄວ້​ດົນ​ເກີນ: ເຈົ້າ​ຈື່ບໍ່​ໄດ້​ວ່າ​ເຈົ້າ​ຊື້ມາດ​ຄາ​ລ່າຫລອດ​ນີ້​ມາ​ຕັ້ງ​ແຕ່​ມື້ໃດກໍ​ຄວນ​ໂຍນ​ມັນ​ຖິ້ມ​ໄປ​ຊະ ເພາະ​ເຊື້ອ​ພະຍາດ​ທີ່​ເຕີບໂຕ​ຢູ່ໃນ​ຫລອດ​ມາດ​ຄາ​ລ່າ​ນັ້ນ​ອາດ​ເຮັດໃຫ້​ເກີດ​ອາການ​ຕາ​ແດງ​ແລະເຄືອງ​ຕາ​ ໄດ້

Ink for eyelashes

– ປັດ​ບໍ່​ເຖິງ​ໂຄນ: ເວລາ​ປັດມາດ​ຄາ​ລ່າຄວນ​ຈະ​ຊິກ​ແຊັກ​ໄປ​ມາ​ໃຫ້​ເຖິງ​ໂຄນເພາະ​ຖ້າ​ເຈົ້າ​ປັດ​ມາດ​ຄາ​ລ່າ​ບໍ່​ເຖິງ​ໂຄນ​ກໍ​ອາດເຮັດໃຫ້​ຂົນ​ຕາ​ເບິ່ງ​ສັ້ນ​ກວ່າ​ທີ່​ຄວນ​ຈະ​ເປັນ​ໄດ້

Woman applying mascara on eyelashes

– ອອກ​ແຮງ​ຫລາຍ​ເກີນ:ການ​ອອກ​ແຮງ​ກົດ​ບໍລິເວນ​ຂົນ​ຕາ​ຫລາຍ​ເກີນ​ໄປ​ກໍ​ອາດ​ເຮັດໃຫ້​ເກີດ​ຮອຍ​ເປື້ອນເທິງ​ເປືອກ​ຕາ​ໄດ້

5

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...