spot_img
Homeຊີວິດແລະຄວາມຮັກຊົນເຜົ່າລາຫູ

ຊົນເຜົ່າລາຫູ

Published on

11027436_744804045616868_4299470121125595440_n

ຊົນເຜົ່າລາຫູ ມີຖິ່ນຖານພູມລຳເນົາເດີມ ຢູ່ທາງທິດຕາເວັນຕົກສຽງໃຕ້ຂອງປະເທດຈີນ ແລະ ໄດ້ອົບພະຍົບລົງມາທາງໃຕ້, ປັດຈຸບັນຊົນເຜົ່າລາຫູ ດຳລົງຊີວິດ ແລະ ຕັ້ງພູມລຳເນົາຢູ່ບັນດາແຂວງພາກເໜືອ ຂອງລາວເຊັ່ນ: ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວ ນອກຈາກນີ້ແລ້ວຊົນເຜົ່າລາຫູ ຍັງມີຢູ່ພາກໃຕ້ຂອງຈີນ, ມຽນມາ, ຫວຽດນາມ ແລະ ພາກເໜືອຂອງປະເທດໄທ.

ພົນລະເມືອງຂອງຊົນເຜົ່ານີ້ໃນລາວມີທັງໝົດ 14,970 ຄົນ, ຍິງ 7,556 ຄົນ (ສຳຫຼວດປີ 1995).

11081221_744804655616807_6246841758114851364_n

ຊົນເຜົ່ານີ້ເອີ້ນຕົນເອງວ່າ: “ລາຫູ” ຊື່ທີ່ເຂົາເຈົ້າມັກກໍ່ແມ່ນ “ລາຫູ” ແຕ່ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ: “ມູເຊີ” ຄຳວ່າ “ມູເຊີ” ມີຄວາມໝາຍແນວໃດ, ເລີ່ມໃຊ້ເວລາໃດ, ເປັນພາສາຂອງຊົນເຜົ່າໃດນັ້ນຍັງບໍ່ທັນຮູ້ຊັດເຈນ, ແຕ່ຄຳທີ່ເອີ້ນວ່າ “ລາຫູ” ນັ້ນມາຈາກຄຳວ່າ: “ລ້າຮູ” ໃນຄວາມໝາຍຂອງພາສາຊົນເຜົ່ານີ້ເອງແປວ່າ “ລ້ຽງເສືອ” (ລ້າແປວ່າ: ເສືອ ແລະ ຮູ ແປວ່າລ້ຽງ) ແຕ່ຖ້າຈະເອົາຄວາມໝາຍທີ່ແທ້ຈິງກໍ່ຄື “ຜູ້ລ້ຽງເສືອ” ນັ້ນເອງ.

ຊົນເຜົ່າລາຫູ ປະກອບດ້ວຍຫຼາຍແຊງເຊັ່ນ: ລາຫູນະ (ມູເຊີຂາວ), ລາຫູຊີ (ມູເຊີດຳ) ແລະ ລາຫູເຊແລະ (ມູເຊແດງ ຫຼື ກຸ່ຍ).

ພາສາຂອງຊົນເຜົ່າລາຫູ ຈັດຢູ່ໃນໝວດພາສາຈີນ-ຕີເບດ, ສາຂາຕີເບດ-ມຽນມາ ເຂົາເຈົ້າບໍ່ມີຕົວໜັງສືຂຽນ. ແຕ່ລະແຊງລາຫູ ຈະມີສຽງສຳນຽງໃນການປາກເວົ້າແຕກຕ່າງກັນເລັກນ້ອຍ, ແຕ່ໂດຍທົ່ວໄປແລ້ວສຽງຂອງລາຫູ ເປັນສຽງສຳນຽງມາດຕະຖານ ທັງເປັນພາສາກາງຂອງຊົນເຜົ່າລາຫູ ບໍ່ວ່າຈະເປັນຢູ່ແຄວ້ນຢູນານ, ມຽນມາ, ໄທ, ລາວ ແລະ ຫວຽດນາມ.

11041198_744804558950150_1287238991271939208_n

ຊົນເຜົ່າລາຫູ ມີພື້ນຖານຄວາມເຊື່ອຖືໃນເລື່ອງຜີ, ຜີທີ່ມີອຳນາດທີ່ສຸດໄດ້ແກ້ຜີຟ້າ, ນອກຈາກຜີຟ້າແລ້ວ ຍັງເຊື່ອຖືຜີເຮືອນ, ຜີບ້ານ, ຢູ່ແຕ່ລະເຮືອນຈະມີຮ້ານບູຊາຜີ. ຜີທີ່ກ່າວມານັ້ນແມ່ນຜີດີສຳລັບຊົນເຜົ່າລາຫູ ແຕ່ກົງກັນຂ້າມສຳລັບຜີຮ້າຍທີ່ ຊົນເຜົ່ານີ້ເກັງກົວນັ້ນກໍ່ມີຢູ່ຫຼາຍຜີເຊັ່ນ: ຜີນ້ຳ, ຜີປ່າ, ຜີໄຮ່, ຜີພູເຂົາ ແລະ ອື່ນໆ.

ຂໍ້ມູນ: ກົມຊົນເຜົ່າ.
ພາບ: ຊົນເຜົ່າລາຫູ ແຂວງຫຼວງນ້ຳທາ.

Photo BY: www.luangnamthanaturelife.com | www.thejungle-ecotour.com

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...