ຊິວ່າແລ້ວ ກໍບໍ່ຮູ້ລະອຽດວ່າເຫຼົ້າ ເກີດຂຶ້ນໃນສັງຄົມລາວຍຸກໃດສະໄໝໃດ ແຕ່ທີ່ແນ່ນອນນັ້ນ ຄົນລາວຮູ້ຈັກບົ່ມເຫຼົ້າ ແລະວິທີການຕົ້ມກັ່ນເຫຼົ້າ. ເຫຼົ້າເດັດ ຫຼືເຫຼົ້າຂາວ ຫຼືເຫຼົ້າຕົ້ມ ທີ່ຜ່ານຂະບວນການຜະລິດແບບພື້ນເມືອງ ຈະມີລົດຊາດຫອມ ກືນງ່າຍ ບໍ່ມີສານເຄມີເຈືອປົນ (ຍົກເວັ້ນສານເຫຼົ້າ) ແຕ່ຖ້າເວົ້າເລື່ອງອຸນຫະພູມ ຄວາມປຸກແລ້ວ ເຫຼົ້າຕົ້ມແບບບູຮານນີ້ກໍປຸກພໍສົມຄວນ ເຖິງຂັ້ນຈູດໄຟໃຫ້ລຸກໄດ້ ຄ້າຍຄືເຫຼົ້້າເກົ້າສິບ. ເຫຼົ້າທີ່ເອົາມາຕົ້ມຈະມີສອງປະເພດເຫຼົ້າ ຄືເຫຼົ້າສາໂທ ແລະເຫຼົ້າໄຫ.
1. ເຫຼົ້າສາໂທ ເຮັດຂຶ້ນໂດຍການເອົາເຂົ້າສານໜຽວໜຶ້ງສຸກດີແລ້ວ ນຳໄປລ້າງນ້ຳໃຫ້ຢາງເຂົ້າອອກ ແລ້ວປະສົມດ້ວຍແປ້ງ(ຫົວເຊື້ອເຫຼົ້າ) ມີທັງແບບຫວານ ຫຼືແບບຂົມຫວານ ແລ້ວໃສ່ພາຊະນະປົກປິດໄວ້ ໃຫ້ແຈບດີ ປະໄວ້ປະມານ 3 ມື້ກໍເປັນກິນແລ້ວ. ຕອນເປັນເຫຼົ້າໃໝ່ໆ ເພິ່ນເອີ້ນເຫຼົ້າຕື່ນ ແຕ່ເມື່ອປະໄວ້ດົນໄປ ຈະມີນ້ຳຊຶມອອກມາຫຼາຍຂຶ້ນ ແລ້ວເຮົາກໍໄດ້ນ້ຳເຫຼົ້າສາໂທ, ຕັກອອກມາດື່ມແລ້ວກໍສາມາດຕື່ມນ້ຳດື່ມໃສ່ປະໄວ້ຕໍ່ໄປໄດ້ອີກໄລຍະໜຶ່ງ…
2. ເຫຼົ້າໄຫ ແມ່ນເຮັດຂຶ້ນໂດຍການເອົາເຂົ້າສານ(ໝ່າ) ປະສົມກັບຂີ້ແກບ ແລ້ວໜຶ້ງໃຫ້ສຸກ ເມື່ອສຸກແລ້ວປະໃຫ້ເຢັນ ແລ້ວເອົາແປ້ງເຫຼົ້າ(ຫົວເຊື້ອເຫຼົ້າ) ມາໂຮຍຄົນເຂົ້າກັນໃຫ້ດີ ໃສ່ພາຊະນະປະໄວ້ປະມານ 2-3 ມື້ ກໍຈະມີກິ່ນຫອມຂອງເຫຼົ້າ ເມື່ອເປັນເຫຼົ້າແດ່ແລ້ວ ກໍເອົາມາຢັດໃສ່ໄຫໃຫ້ແໜ້ນໆ ອັດປາກໄຫດ້ວຍຂີ້ເທົ່າປະສົມນ້ຳ ເມື່ອກະດື່ມກໍພຽງແກະຂີ້ເທົ່າອັດປາກແຂງໆ ນັ້ນອອກ ເພິ່ນເອີ້ນຂີ້ເທົ່າອັດປາກໄຫເຫຼົ້າວ່າ ດັ່ງເຫຼົ້າ ແລ້ວກໍເອົານ້ຳດື່ມສະອາດຕື່ມໃສ່ໄຫເຫຼົ້າ ໃຫ້ເຕັມດີ ແລ້ວໃຊ້ໄມ້ທໍ່ດູດ (ເພິ່ນເອີ້ນວ່າໄມ້ບົ່ວເຫຼົ້າ) ມາປັກໃສ່ແລ້ວດູດກິນ ໂດຍການເຕີມນ້ຳໃສ່ເລື້ອຍໆ ຈົນເຫຼົ້າຈືດ ຈຶ່ງເຊົາກິນ.
ທັງເຫຼົ້າສາໂທແລະເຫຼົ້າໄຫ ເມື່ອກິນບໍ່ຈືດ ດື່ມບໍ່ທັນ ຫຼືມີລົດສົ້ມ ເພິ່ນຈະແກບັນຫາດ້ວຍການ ເອົາໄປຕົ້ມກັ່ນເອົາແຕ່ອາຍຂອງມັນ ເປັນເຫຼົ້າຂາວໄວ້ດື່ມ.
ການຕົ້ມເຫຼົ້າ ກໍຄືເອົາເຫຼົ້າທີ່ຈະຕົ້ມ ໃສ່ໝໍ້ທີ່ມີຊົງອ່າວສູງ, ຂ້າງເທິງຈະອັດດ້ວຍໝໍ້ນ້ຳ ຫຼືອຸນ້ຳເຢັນ ເມື່ອອາຍເຫຼົ້າທີ່ຖືກຕົ້ມຢູ່ດ້ານລຸ່ມ ທັ່ງຂຶ້ນມາແລ້ວຈະກະທົບໃສ່ກັບ ພາຊະນະທີ່ເຢັນ ແລ້ວເກີດເປັນນ້ຳຍ້ອຍລົງ ເພິ່ນຈຶ່ງເຮັດພາຊະນະຕົ່ງໄວ້ ແລ້ວຕໍ່ທໍ່ອອກມາຂ້າງນອກ ນ້ຳທີ່ຍ້ອຍອອກມານັ້ນຄື ເຫົ້ຼາຂາວ. ຕົ້ມໄປ ຊິມໄປ ຈົນນ້ຳທີ່ຍ້ອຍອອກມານັ້ນຈືດ ແລ້ວຈຶ່ງເຊົາ.
ບົດໂດຍ: ແອັດມິນຊຽງ