spot_img
Homeຂ່າວຕ່າງປະເທດລັດ​ຖະ​ບານ​ເກົາ​ຫລີ​ໃຕ້ ເປີດ​ເຜີຍກູ້​ຊາກ​ເຮືອ ເຊວອນ ໃຊ້​ງົບ​ເຖິງ 110 ລ້ານ​ໂດ​ລາ!

ລັດ​ຖະ​ບານ​ເກົາ​ຫລີ​ໃຕ້ ເປີດ​ເຜີຍກູ້​ຊາກ​ເຮືອ ເຊວອນ ໃຊ້​ງົບ​ເຖິງ 110 ລ້ານ​ໂດ​ລາ!

Published on

558000004212903

ລັດ​ຖະ​ບານ​ເກົາ​ຫລີ​ໃຕ້ເປີດ​ເຜີຍ ກູ້​ຊາກ​ເຮືອ​ເຊວອນ ອາດ​ໃຊ້​ງົບ​ສູງ​ເຖິງ 110 ລ້ານ​ໂດ​ລາ ຫລັງ​ມີ​ກະ​ແສ​ຮຽກ​ຮ້ອງ​ຈາກ​ຍາດ​ພີ່​ນ້ອງ ໃຫ້​ກູ້​ຊາກ​ເຮືອ ກ່ອນ​ຄົບ​ຮອບ 1 ປີ​ ເຫດ​ເຮືອ​ອັບ​ປາງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັ​ນ​ທີ 8 ເມ​ສາ​ຜ່ານ​ມາ​ນີ້​ວ່າ ໃນ​ວັນ​ທີ 16 ເມ​ສາ​ຈະ​ມາ​ເຖິງ​ນີ້ ແມ່ນ​ຈະ​ຄົບ​ຮອບ 1 ປີ ເຫດ​ເຮືອ​ຂ້າມ​ຟາກເຊວອນ ຂອງ​ເກົາ​ຫລີ​ໃຕ້ອັບ​ປາງ​ກາງ​ທະ​ເລ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ກ່​ວາ 300 ຄົນ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ນັກ​ຮຽນ​ມັດ​ທະ​ຍົມ ທີ່​ກຳ​ລັງ​ຈະ​ເດີນ​ທາງ​ໄປ​ທັດ​ສະ​ນະ​ສຶກ​ສາ​ເທິງ​ເກາະ​ເຊ​ຈູ.  ບັນ​ດາ​ພໍ່​ແມ່​ຜູ້​ປົກ​ຄອງ​ທີ່​ສູນ​ເສຍ​ລູກ​ຂອງ​ຕົນ ໄດ້​ພ້ອມ​ກັນ​ເດີນ​ຂະ​ບວນ ເປັນ​ໄລ​ຍະ​ທາງ 35 ກິ​ໂລ​ແມັດ ຈາກ​ເມືອງ​ອັນ​ຊານ ໄປ​ຍັງ​ນະ​ຄອນ​ຫລວງ​ເຊ​ອູນ ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ເພື່ອ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ກູ້​ຊາກ​ເຮືອ​ລຳ​ດັ່ງ​ກ່າວ ແລະ ຕັ້ງ​ຄະ​ນະ​ກຳ​ມະ​ການ​ອິດ​ສະ​ຫລະ​ຂຶ້ນ​ມາ ເພື່ອ​ທຳ​ການ​ສືບ​ສວນ​ອຸ​ບັດ​ເຫດ​ດັ່ງ​ກ່າວ​ນີ້ ກ່ອນ​ທີ່​ຈະ​ເຖິງ​ມື້​ວັນ​ຄົບ​ຮອບ 1 ປີ ຂອງ​ເຫດ​ໂສກ​ນາ​ຕະ​ກຳ.

ທັງ​ນີ້ ໜ່ວຍ​ກູ້​ໄພ​ສາ​ມາດ​ນຳ​ຮ່າງ​ຂອງ​ຜູ້​ໂດຍ​ສານ​ຂຶ້ນ​ມາ​ໄດ້ 295 ສົບ ແລະ ປິດ​ພາ​ລະ​ກິດ​ການ​ຄົ້ນ​ຫາ​ພາຍ​ໃນ​ຕົວ​ເຮືອ ນັບ​ຕັ້ງ​ແຕ່​ເດືອນ​ພະ​ຈິກ​ປີ 2014 ຜ່ານ​ມາ ເຊິ່ງ​ຍັງ​ມີ​ອີກ 9 ສົບ ທີ່​ຍັງ​ບໍ່​ສາ​ມາດ​ຄົ້ນ​ຫາ​ພົບ​ເທື່ອ, ດ້ານ​ກະ​ຊວງ​ມະ​ຫາ​ສະ​ໝຸດ ແລະ ການ​ປະ​ມົງ​ເກົາ​ຫລີ​ໃຕ້ ກໍ​ໄດ້​ອອກ​ມາ​ເປີດ​ເຜີຍ​ໃນ​ວັນ​ທີ 8 ເມ​ສາ​ຜ່ານ​ມາ​ນີ້​ວ່າ ການ​ດຶງ​ກູ້​ຊາກ​ເຮືອ​ເຊວອນ ກັບ​ຂຶ້ນ​ມາ​ເທິງ​ຜິວ​ນ້ຳ​ນັ້ນ ແມ່ນ​ຈະ​ຕ້ອງ​ໃຊ້​ງົບ​ປະ​ມານ 120,000 ລ້ານວອນ (ສະ​ກຸນ​ເງິນ​ເກົາ​ຫລີ) ຫລື ປະ​ມານ 110 ລ້ານ​ໂດ​ລາ​ສະ​ລັດ ເຊິ່ງ​ທາງ​ລັດ​ຖະ​ບານ​ຍັງ​ຄົງ​ບໍ່​ທັນ​ອະ​ນຸ​ມັດ​ໃຫ້​ມີ​ການ​ກູ້​ຊາກ​ເຮືອ​ເທື່ອ.

TOPSHOTS-SKOREA-ACCIDENT-BOAT-PROTEST

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...