Homeຂ່າວຕ່າງປະເທດກາ​ແດງ​ສາກົນ ກຽມ​ສົ່ງ​​ເຄື່ອງຊ່ວຍ​ເຫລືອ​ເຂົ້າ​ເຢ​ເມນ 48 ​ໂຕນ!

ກາ​ແດງ​ສາກົນ ກຽມ​ສົ່ງ​​ເຄື່ອງຊ່ວຍ​ເຫລືອ​ເຂົ້າ​ເຢ​ເມນ 48 ​ໂຕນ!

Published on

610472-01

ອົງການ​ກາ​ແດງ​ສາກົນ ວາງ​ແຜນ​ສົ່ງ​ຄວາມ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ເຂົ້າ​ໃນ​ປະ​ເທດ​ເຢ​ເມນ ພາຍ​ໃນ 2 ມື້.

ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍ​ງານ​ໃນ​ວັນ​ທີ 7 ​ເມສາ​ຜ່ານ​ມາ​ນີ້​ວ່າ ຄະນະ​ກຳມະການ​ກາ​ແດງ​ສາກົນ ກຽມ​ສົ່ງ​ເຮືອບິນ​ບັນທຸກ​ສິ່ງ​ຂອງ​ຊ່ວຍ​ເຫລືອ ຈຳນວນ 48 ​ໂຕນ ສົ່ງ​ໃຫ້​ແກ່​ປະຊາຊົນ​ຊາວ​ເຢ​ເມນ ​ໃນ​ພື້ນ​ທີ່​ສູ້​ຮົບ​ໃນ​ວັນ​ທີ 9 ​ເມສາ​ນີ້ ​ໂດຍ​ມີ​ລາຍ​ງານ​ວ່າ​ມີ​ປະຊາຊົນ​ເສຍ​ຊີວິດ​ນັບ​ຮ້ອຍ​ຄົນ ​ໃນ​ໄລຍະ​ສອງ​ອາທິດ​ຜ່ານ​ມາ ​ເຊິ່ງອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ສິດທິ​ເດັກ ​ໄດ້​ສົ່ງ​ຄວາມ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ເຂົ້າ​ໄປ ​ແຕ່​ກໍ​ພົບ​ກັບ​ອຸປະສັກ​ຈາກ​ກາ​ນສູ້​ຮົບ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...