Homeຂ່າວຕ່າງປະເທດ​ໄຕ້​ຫວັນ​ແຫ້ງ​ແລ້ງ​ໜັກ! ທາງການ​ເຖິງ​ຂັ້ນ​ງົດ​ຈ່າຍ​ນ້ຳ​ປະປາຢູ່​ເມືອງ​ຫລວງ!

​ໄຕ້​ຫວັນ​ແຫ້ງ​ແລ້ງ​ໜັກ! ທາງການ​ເຖິງ​ຂັ້ນ​ງົດ​ຈ່າຍ​ນ້ຳ​ປະປາຢູ່​ເມືອງ​ຫລວງ!

Published on

EyWwB5WU57MYnKOuFtJkbHINzk7jnYr75PCdmTXWnKVHie62B5iIlg

ຊາວ​ໄຕ້​ຫວັນ​ຢູ່​ນະຄອນຫລວງ​ໄທ​ເປ ​ແລະ ຫລາຍ​ເມືອງ​ທາງ​ພາກ​ເໜືອ ພົບ​ພາວະ​ແຫ້ງ​ແລ້ງ​ໜັກ ຈົນ​ຕ້ອງ​ຢຸດ​ຈ່າຍ​ນ້ຳ​ປະ​ປາ​ໃຫ້​ແກ່​ປະຊາຊົນ.

ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍ​ງານ​ໃນ​ວັນ​ທີ 8 ​ເມສາ​ນີ້​ວ່າ ຊາວ​ໄຕ້​ຫວັນ​ຕ້ອງ​​ປະ​ເຊີນ​ກັບ​ພາວະ​ແຫ້ງ​ແລ້ງ​ໜັກ ​ເຖິງ​ຂັ້ນ​ທາງ​ການ​ຕ້ອງ​ໄດ້​ໃຊ້​ມາດ​ຕະການ​ງົດ​ຈ່າຍ​ນ້ຳ​ປະປາ 2 ມື້​ຕໍ່​ອາທິດ ​ໃນ​ຫລາຍ​ເມືອງ​ທາງ​ພາກ​ເໜືອ​ຂອງ​ໄຕ້​ຫວັນ ຫລັງ​ຈາກ​ປີ​ນີ້​ມີ​ຝົນຕົກ​ໃນ​ໄຕ້​ຫວັນ ​ໃນ​ປະລິມານ​ໜ້ອຍ​ທີ່​ສຸດ​ໃນ​ຮອບ 70 ປີ ຫລື ​ເຮັດ​ໃຫ້​ລະດັບ​ນ້ຳ​ໃນ​ອ່າງ​ເກັບ​ນ້ຳ​ເໜືອ​ເຂື່ອນ ຫລຸດ​ລົງ​ຕ່ຳ​ກ່ວາ​ປົກກະຕິ.

ພື້ນ​ທີ່​ທີ່​ໄດ້​ງົດ​ຈ່າຍ​ນ້ຳ​ປະປາ 2 ມື້​ຕໍ່​ອາທິດ​ນັ້ນ ​ແມ່ນ​ໄດ້​ແກ່ ນະຄອນຫລວງ​ໄທ​ເປ, ​ເມືອງ​ເຕົ້າ​ຢວນ ​ແລະ ​ເຂດ​ຊິນ​ສູ ​ເຊິ່ງ​ເປັນ​ເກາະ​ຢູ່​ທາງ​ພາກ​ເໜືອ​, ລາຍ​ງານ​ຂ່າວ​ໄດ້​ລະບຸ​ວ່າ ປະລິມານ​ນ້ຳ​ໃນ​ອ່າງ​ເກັບ​ນ້ຳ​ຊິ​ເໝິນ ຫລຸດ​ລົງ​ເຫລືອ​ພຽງ​ແຕ່ 24.56% ​ຂອງ​ຄວາມ​ຈຸ​ອ່າງ​ເທົ່າ​ນັ້ນ ​​ເຊິ່ງຖື​ວ່າ​ເປັນ​ປະລິມານ​ນ້ຳ​ຕ່ຳ​ທີ່​ສຸດ ​ໂດຍ​ປະຊາຊົນ​ທີ່​ອາ​ໄສ​ໃນ​ພື້ນ​ທີ່​ທາງ​ພາກ​ເໜືອ ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ທາງ​ການ ​ໃຫ້​ໃຊ້​ພາຊະນະ​ສຳຮອງ​ເກັບ​ກັກ​ນ້ຳ​ໄວ້ ສຳລັບ​ໄວ້​ໃຊ້​ປຸງ​ແຕ່ງອາຫານ, ຊັກ​ລ້າງ ​ແລະ ​ໃນ​ຫ້ອງ​ນ້ຳ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...