spot_img
Homeຂ່າວຕ່າງປະເທດບຸກຄົນ​ອາຍຸ​ຍືນ​ທີ່​ສຸດ​​ໃນ​ໂລກ ​ເສຍ​ຊີວິດ​​ແລ້ວ ຫລັງ​ຮັບ​ຕຳ​ແໜ່​ງ​ໄດ້​ພຽງ 6 ມື້!

ບຸກຄົນ​ອາຍຸ​ຍືນ​ທີ່​ສຸດ​​ໃນ​ໂລກ ​ເສຍ​ຊີວິດ​​ແລ້ວ ຫລັງ​ຮັບ​ຕຳ​ແໜ່​ງ​ໄດ້​ພຽງ 6 ມື້!

Published on

b_2

​​ແມ່ຕູ້ ​ເກີ​ທຣູດ ວີ​​ເວີ ອາຍຸ 116 ປີ​ ຊາວ​ອາ​ເມຣິກັນ ​ເສຍ​ຊີວິດ​ຈາກ​ພະຍາດ​ປອດ​ບວມ ຫລັງ​ຮັບ​ຕຳ​ແໜ່​ງອາຍຸ​ຍືນ​ທີ່​ສຸດ​ໃນ​ໂລກ​ໄດ້​ພຽງ 6 ມື້.

ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍ​ງານ​ໃນ​ວັນ​ທີ 7 ​ເມສາ​ຜ່ານ​ມາ​ນີ້​ວ່າ ​ແມ່ຕູ້ ​ເກີ​ທຣູດ ວີ​ເວີ ອາຍຸ 116 ປິ ອາ​ໄສ​ຢູ່​ລັດ​ອາ​ກັນ​ຊໍ ສະຫະລັດ​ອາ​ເມຣິກາ ​ໄດ້​ເສຍ​ຊີວິດ​ລົງ​ແລ້ວ ດ້ວຍ​ພາວະ​ແຊກ​ຊ້ອນ​ຈາກ​ພະຍາດ​ປອດ​ບວມ ​ໃນ​ເວລາ 10 ​ໂມງ​ເຊົ້າ ຂອງ​ວັນ​ຈັນ​ທີ 6 ​ເມສາ​ຜ່ານ​ມາ ຕາມ​ເວລາ​ທ້ອງ​ຖິ່ນ​ຢູ່​ສະຫະລັດ ຫລັງ​ຈາກ​ທີ່​ແມ່ຕູ້ ຫາ​ກໍ​ໄດ້​ຮັບ​ຕຳ​ແໜ່​ງບຸກຄົນ​ທີ່​ມີ​ອາຍຸ​ຍືນ​ຍາວ​ທີ່​ສຸດ​ໃນ​ໂລກ ຈາກ​ກິນ​ເນັສ ​ເວີນ ​ເຣັກຄອດ ຄົນ​ໃໝ່​​ໄດ້​ພຽງ 6 ມື້.

​ແມ່ຕູ້ ວີ​ເວີ ​ໄດ້​ຮັບ​ຕຳ​ແໜ່​ງບຸກຄົນ​ທີ່​ມີ​ອາຍຸ​ຍືນ​ທີ່​ສຸດ​ໃນ​ໂລກຄົນ​ໃໝ່ ​ແທນ​ແມ່ຕູ້ ມິ​ຊາ​ໂອະ ​ໂອ​ງາ​ວະ ຊາວ​ຍີ່ປຸ່ນ ທີ່​ຫາ​ກໍ​ເສຍ​ຊີວິດ​ລົງ​ຢ່າງ​ສະຫງົບ ​ໃນ​ອາທິດ​ທີ່​ຜ່ານ​ມາ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...