spot_img
Homeຂ່າວເຫດການອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ເລືອກຕັ້ງໄດ້ເລຂາຄະນະພັກຜູ້ໃໝ່!

ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ເລືອກຕັ້ງໄດ້ເລຂາຄະນະພັກຜູ້ໃໝ່!

Published on

meeting

ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ສຳເລັດລົງດ້ວຍຜົນອັນຈົບງາມໃນບ່າຍວັນທີ 7 ເມສານີ້, ພາຍຫລັງດຳເນີນ ມາເປັນເວລາ 2 ວັນຢູ່ສຳນັກງານລັດວິສາຫະກິດໄຟຟ້າລາວ ນະຄອນ ຫລວງ ວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ດຣ ສຸລິວົງ ດາລາວົງ ເຂລາຄະ ນະພັກ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ໂດຍການເຂົ້າຮ່ວມ ຂອງສະຫາຍ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນ ກາງພັກ, ມີບັນດາສະມາຊິກພັກອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ, ກອງປະຊຸມໄດ້ໃຊ້ສິດປະຊາທິປະ ໄຕປ່ອນບັດຄັດເລືອກເອົາຄະນະພັກກະຊວງຊຸດໃໝ່ ໂດຍເປັນເອກກະສັນເລືອກສະຫາຍ ດຣ ຄຳມະນີ ອິນທິລາດ ເປັນເລຂາຄະນະພັກ, ສະຫາຍ ທອງພັດ ອິນທະວົງ ເປັນຮອງເລຂາ ແລະ ສະຫາຍນາງ ຈັນສະຫວາດ ບຸບຜາ ເປັນປະທານ ກວດກາພັກ.

ກອງປະຊຸມໄດ້ມີມະຕິຮັບຮອງເອົາທິດທາງລວມຂອງແຜນພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າຄື: “ພັດທະນາພະລັງງານ ແລະ ບໍ່ແຮ່ຕາມທິດຫັນເປັນອຸດສະຫະກຳ ແລະ ທັນສະໄໝ, ຂຸດຄົ້ນ ແລະ ນ້ຳໃຊ້ທ່າແຮງຊັບພະຍາ ກອນທຳມະຊາດໃຫ້ຮັບປະກັນຄວາມຍືນຍົງ, ສົ່ງເສີມຫົວໜ່ວຍເສດຖະກິດຂອງຊາດໃຫ້ເຂັ້ມ ແຂງ, ຍູ້ແຮງການສະໜອງ ໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງ, ເຊື່ອມໂຍງແລກປ່ຽນພະລັງງານກັບປະ ເທດເພື່ອນບ້ານ ແລະ ພາກພື້ນ, ພັດທະນາພະລັງງານ ແລະ ບໍ່ແຮ່ເພີ່ມຂຶ້ນດ້ວຍສີຂຽວ ແລະ ສົດໄສ ”.

ໃນໂອກາດນີ້, ສະຫາຍເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ກໍໄດ້ໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນທີ່ຄະນະພັກກະຊວງຊຸດເກົ່າໄດ້ຊີ້ນຳ-ນຳພາ, ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກກໍຄືການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ, ສ້າງປະຖົມປັດ​ໄຈພື້ນຖານໃຫ້ແກ່ການພັດທະນາປະເທດຊາດດີຂຶ້ນກວ່າເກົ່າ, ດັ່ງນັ້ນ, ຈຶ່ງສະເໜີໃຫ້ຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ຊຸດໃໝ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ດີ, ໂດຍສະເພາະການຊື່ມຊືມມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງພັກເປັນປົກກະຕິ ແລະ ເຂົ້າສູ່ຊີວິດຕົວຈິງໃນຖັນແຖວສະມາຊິກພັກ, ພະນັກ ງານ-ລັດຖະ ກອນຢ່າງເລິກເຊິ່ງທົ່ວເຖິງ, ຍົກສູງທັດສະນະຫລັກໝັ້ນຊົນຊັ້ນ, ສາມາດຈຳແນກມິດ-ສັດຕູ ໄດ້ຈະແຈ້ງໃນເງື່ອນໄຂເສດ ຖະກິດຕະຫລາດມີການຂະຫຍາຍຕົວໄວ, ມີສະຕິລະວັງຕົວ, ມີຄວາມຊື່ສັດບໍລິສຸດ, ຈົ່ງຮັກພັກດີຕໍ່ພັກ ແລະ ປະເທດຊາດ, ຮູ້ເສຍສະຫລະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ ແລະ ບັນຫາສຳຄັນຂອງການກໍ່ສ້າງ, ການຂະຫຍາຍສະມາຊິກພັກ ຕ້ອງເນັ້ນໃຫ້ໄດ້ດ້ານຄຸນນະພາບຫລາຍກວ່າດ້ານປະລິມານ, ນອກຈາກນີ້, ຂະແໜງພະລັງງານ ແລະ ບໍ່ແຮ່ ຍັງເປັນຂະແໜງ ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ ເພື່ອເປັນພື້ນຖານໃນການຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄໝເທື່ອ ລະກ້າວນັ້ນ, ຕ້ອງເພີ່ມທະວີການສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດພຽງພໍ, ປັບປຸງພື້ນຖານວັດຖຸເຕັກ ນິກໃຫ້ທັນສະໄໝ, ສ້າງລະບົບກົນໄກການຄຸ້ມຄອງທີ່ດີ, ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນ ທຳມະຊາດທີ່ມີເພື່ອນຳ ໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ, ເປີດກວ້າງການຮ່ວມມືກັບສາກົນໃຫ້ຫລາຍກວ່າເກົ່າ, ສາມາດດຶງດູດເອົາການລົງທຶນເຂົ້າໃນ ຂະແໜງດັ່ງກ່າວໃຫ້ຫລາຍຂຶ້ນເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດໃຫ້ມີຄວາມຮັ່ງມີມັ່ງຄັ່ງເຂັ້ມແຂງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...