spot_img
Homeຂ່າວຕ່າງປະເທດຊູ​ຊູ​ກິ ວາງ​ແຜນ​ສ້າງ​ໂຮງ​ງານ​ໃນ​ມຽນ​ມາ ປີ 2020 ເລີ່ມ​ຜ​ະ​ລິດ​ລົດ​ອອກ​ຂາຍ!

ຊູ​ຊູ​ກິ ວາງ​ແຜນ​ສ້າງ​ໂຮງ​ງານ​ໃນ​ມຽນ​ມາ ປີ 2020 ເລີ່ມ​ຜ​ະ​ລິດ​ລົດ​ອອກ​ຂາຍ!

Published on

558000004055601

ບໍ​ລິ​ສັດ ຊູ​ຊູ​ກິ ວາງ​ແຜນ​ສ້າງ​ໂຮງ​ງານ​ຫລາຍ​ສິບ​ລ້ານ​ໂດ​ລາ ໃນ​ປະ​ເທດ​ມຽນ​ມາ ຄາດ​ເລີ່ມ​ຜະ​ລິດ​ພາຍ​ໃນ​ປີ 2020.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ເມ​ສາ​ຜ່ານ​ມາ​ນີ້​ວ່າ ບໍ​ລິ​ສັດ​ຜູ້​ຜ​ະ​ລິດ​ລົດ​ຍົນ​ສັນ​ຊາດ​ຍີ່​ປຸ່ນ ຍີ່​ຫໍ້ ” ຊູ​ຊູ​ກິ ” ວາງ​ແຜນ​ຈະ​ລົງ​ທຶນ​ຫລາຍ​ສິບ​ລ້ານ​ໂດ​ລາ ສ້າງ​ໂຮງ​ງານ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຕິ​ລະ​ວາ ຂອງ​ນະ​ຄອນ​ຢ່າງ​ກຸ້ງ ປະ​ເທດ​ມຽນ​ມາ ໂດຍ​ການ​ກໍ່​ສ້າງ​ໂຮງ​ງານ​ໃໝ່​ນີ້ ຄາດ​ວ່າ​ຈະ​ເລີ່ມ​ຂຶ້ນ​ໃນ​ທ້າຍ​ປີ​ນີ້ ແລະ ເຂົ້າ​ສູ່​ລະ​ບົບ​ການ​ຜະ​ລິດ​ພາຍ​ໃນ​ປີ 2020 ນີ້.

ການ​ລົງ​ທຶນ​ດັ່ງ​ກ່າວ ແມ່ນ​ຈະ​ເປັນ​ການ​ສ້າງ​ຕຳ​ແໜ່ງ​ງານ​ໃນ​ການ​ຈ້າງ​ແຮງ​ງານ​ຊາວ​ມຽນ​ມາ ປະ​ມານ 300 ກ່​ວາ​ຄົນ ເຊິ່ງ​ຈະ​ຜະ​ລິດ​ລົດໃນ​ປະ​ລິ​ມານ 10,000 ຄັນ​ຕໍ່​ປີ ໂດຍ​ຊິ້ນ​ສ່ວນ​ຕ່າງໆ​ແມ່ນ​ຈະ​ນຳ​ເຂົ້າ​ມາ​ຈາກນອກ​ປະ​ເທດ.

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...