Homeຄວາມງາມ7 ເຄື່ອງສຳອາງທີ່ຄວນແລະບໍ່ຄວນແຊ່ຕູ້ເຢັນ

7 ເຄື່ອງສຳອາງທີ່ຄວນແລະບໍ່ຄວນແຊ່ຕູ້ເຢັນ

Published on

11

ເຄື່ອງ​ສຳ​ອາງ​ທີ່​ຄວນ​ແລະ​ບໍ່​ຄວນ​ແຊ່​ຕູ້​ເຢັນຮູ້​ໄວ້​ກ່ອນທີ່ຈະ​ຕ້ອງ​ເສຍ​ເງີນ​ຊື້​ໃໝ່ເພາະ​ບາງຢ່າງ​ແຊ່​ແລ້ວ​ກໍ​ອາດ​ເຮັດໃຫ້​ເຄື່ອງ​ສຳ​ອາງ​ເສື່ອມ​ສະພາບ​ເລີຍ​ກໍ​ໄດ້​

1.ເຄື່ອງ​ສຳ​ອາງ​ທີ່​ເປັນ​ນ້ຳ​ມັນ ພວກ​ເຄື່ອງ​ສຳ​ອາງ​ທີ່​ເປັນ​ນ້ຳ​ມັນ​ຕ່າງໆເປັນ​ສິ່ງ​ທີ່​ບໍ່​ຄວນ​ນຳ​ມາ​ແຊ່​ຕູ້​ເຢັນ​ຢ່າງ​ຍິ່ງເພາະ​ນອກ​ຈາກ​ຈະ​ເຮັດໃຫ້​ນ້ຳ​ມັນ​ແຍກ​ຊັ້ນ​ກັນ​ແລະ​ອາດຈະ​ເຮັດໃຫ້​ແຂງ​ຕົວ​ດ້ວຍ​ແລ້ວຄວາມ​ເຢັນ​ຍັງ​ຈະ​ປ່ຽນ​ເຄ​ມີ​ໃນ​ເຄື່ອງ​ສຳ​ອາງ​ເຮັດໃຫ້​ເຮັດວຽກ​ໄດ້​ບໍ່​ເຕັມ​ປະ​ສິດ​ທິ​ພາບ

 12

2.ອາຍ​ຄີມ​ແລະ​ເຊ​ລ່ຳ ຖ້າ​ຢາກ​ປຸກ​ຄວາມ​ສົດ​ຊື່ນ​ໃຫ້​ຕົວ​ເອງກໍ​ຂໍ​ແນະ​ນຳ​ໃຫ້​ນຳ​ອາຍ​ຄີມ​ແລະ​ເຊ​ລ່ຳ​ໄປ​ແຊ່​ຕູ້​ເຢັນ​ເພາະ​ເວລາ​ເຊົ້າ​ໆຕື່ນ​ມາ​ບໍ່ຄ່ອຍສົດໃສ ເຈິສະ​ກິນ​ແຄ໌​ເຢັນ​ຊື່ນ​ໃຈ​ເຂົ້າໄປ​ຮັບຮອງ​ວ່າ​ຕື່ນ​ຕົວ​ແນ່ນອນແຖມ​ຄວາມ​ເຢັນ​ໃນ​ອາຍ​ຄີມ​ຍັງ​ຊ່ວຍ​ລຸດ​ອາການ​ບວມ​ທີ່​ຖົງ​ໃຕ້​ຕາ​ໄດ້​

 13

3.ເຄື່ອງ​ສຳ​ອາງ​ແບບ​ສໍ ບໍ່​ວ່າ​ຈະ​ເປັນ​ລິບ​ໄລ​ເນີ​ແບບ​​ສໍ​ຫລື​ອາຍ​ໄລ​ເນີລ໌​ແບບ​​ສໍກໍ​ຄູ່​ຄວນ​ແກ່​ການ​ນຳ​ໄປ​ແຊ່​ຕູ້​ເຢັນ​ຫລາຍ​ໆເພາະ​ຫາກ​ແຊ່​ແລ້ວ​ກ່ອນ​ໃຊ້​ຈັບ​ເອົາ​ມາ​ເຫລົາກໍ​ຈະ​ໄດ້​ຜົນ​ລັບທີ່​ນຽນ​ຄົມ​​ສຸດໆເລີຍ​ແຫລະຖ້າ​ມົວ​ແຕ່​ປ່ອຍ​ໃຫ້​ເນື້ອ​ດິນ​ສໍ​ລະ​ລາຍລະ​ວັງ​ຕາ​ຫລື​ປາກ​ຈະ​ເເປື້ອຍໄດ້​

 14

4.ລິບ​ສະຕິກ ຢ່າຟ້າວຄິດວ່າ​ລິ​ປສະຕິກ​ເປັນ​ສິ່ງ​ທີ່​ຄວນ​ແຊ່​ເອົາ​ໄວ້​ໃນ​ຕູ້ເຢັນເພາະ​ອາ​ກາດ​ຮ້ອນ​ຂ້າງ​ນອກ​ຈະ​ເຮັດໃຫ້​ລະ​ລາຍແຕ່​ຄວາມ​ຈິງ​ແລ້ວ​ຫາກ​ນຳ​ລິ​ປສະ​ຕິກ​ໄປ​ແຊ່​ຕູ້​ເຢັນສ່ວນ​ປະສົມ​ໃນ​ລິບ​ຈະ​ແຍກ​ຕົວ​ກັນ​ແລະ​ສູນ​ເສຍ​ຄວາມ​ຊຸ່ມ​ຊື້ນ​ໄປແຕ່​ຖ້າ​ຫາ​ກລິປສະຕິ​ກ​ຫລາຍ​ແທ້ໆກໍ​ໃຫ້​ເອົາ​ໄປ​ແຊ່​ພຽງ​ໄລຍະໜື່ງ​ແລ້ວ​ເອົາ​ອອກ​ມາ​ຈະ​ດີກວ່າ

 15

5.ເຄື່ອງ​ສຳ​ອາງ​ແບບ​ຜົງ ອາຍ​ແຊ​ໂດ,ແປ້ງ​ທາ​ໜ້າແລະ​ບັດ​ອອນຂອງ​ເຫລົ່າ​ນີ້​ເປັນ​ສິ່ງ​ທີ່​ບໍ່​ຄວນ​ນຳ​ໄປ​ແຊ່​ຕູ້​ເຢັນ​ເດັດ​ຂາດພຽງ​ເກັບ​ໄວ້​ໃນ​ທີ່​ແຫ້ງ​ແບບ​ຫ່າງ​ຈາກ​ແສງ​ແດດ​ກໍ​ພຽງ​ພໍ​ແລ້ວເພາະ​ຫາກ​ນຳ​ໄປ​ແຊ່​ຕູ້​ເຢັນຄວາມ​ຊື້ນ​ນີ້​ແຫລະ​ຈະ​ເຮັດໃຫ້​ເຄື່ອງ​ສຳ​ອາງ​ມີ​ບັນຫາ​ທັນ​ທີ

 16

6.ນ້ຳ​ຫອມ   ຮູ້​ວ່າ​ສາວໆຫລາຍ​ຄົນ​ກໍ​ເກັບ​ນ້ຳ​ຫອມ​ໄວ້​ໃນ​ຕູ້​ເຢັນແຕ່​ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ​ເລີຍ​ເພາະ​ບໍ່​ວ່າ​ຈະ​ເກັບ​ໄວ້​ໃນ​ທີ່​ຮ້ອນ​ເກີນ​ໄປ​ຫລື​ເຢັນ​ເກີນ​ໄປກໍ​ອາດຈະ​ເຮັດໃຫ້​ກິ່ນ​ປ່ຽນ​ໄດ້ສະ​ນັ້ນ​ເກັບ​ໄວ້​ໃນ​ທີ່​ອຸນຫະພູມ​ເໝາະ​ສົມ​ບໍ່​ຮ້ອນ​ຫລື​ເຢັນ​ເກີນ​ໄປ​

17

7.ນ້ຳ​ຢາ​ທາ​ເລັບ ຢ່າ​ເກັບ​ນ້ຳ​ຢາ​ທາ​ເລັບ​ໄວ້​ໃນ​ຕູ້​ເຢັນ​ເດັດ​ຂາດເພາະ​ຮູ້​ບໍ​ວ່າ​ນ້ຳ​ຢາ​ທາ​ເລັບ​ເປັນ​ສິ່ງ​ທີ່​ຕິດ​ໄຟ​ໄດ້​ງ່າຍຊຶ່ງ​ອາດຈະ​ສະ​ປາ​ກັບ​ມໍ​ເຕີລ໌​ຕູ້​ເຢັນ​ຈົນ​ເຮັດໃຫ້​ເກີດ​ລະ​ເບີດ​ຕູ້ມ​ໄດ້

18

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...