spot_img
Homeຄວາມງາມແຟ​ຊັ່ນ​ປີໃໝ່ປີ 2015

ແຟ​ຊັ່ນ​ປີໃໝ່ປີ 2015

Published on

12

          ແຟ​ຊັ່ນ​ປີໃໝ່ປີ 2015 ມີ​ຫຍັງ​ແນ່ທີ່​ສາວໆຄວນ​ຈະ​ຕ້ອງ​ມີ​ໄວ້​ສຳລັບ​ເທດ​ສະການ​ຫົດ​ນ້ຳ​ຫລື​ມື້​ປີໃໝ່​ໃນ​ປີ​ນີ້ຖ້າ​ບໍ່​ຢາກ​ຕົກເທນຮີບ​ມາ​ເຊັກ​ກັນ​ເລີຍ
1.ເສື້ອ​ລາຍ​ດອກ ຮິດ​ຕະຫລອດ​ໆເລີຍ​ສຳລັບ​ເສື້ອ​ລາຍ​ດອກ​ຮັບ​ມື້​ປີໃໝ່ນອກ​ຈາກ​ສີ​ສັນ​ຈະ​ສົດ​ໃສ​ເຂົ້າ​ກັບ​ບັນ​ຍາ​ກາດ​ສຸດໆແລ້ວເວລາ​ຫລິ້ນ​ຫົດ​ນ້ຳ​ຍັງ​ຈະ​ຊ່ວຍ​ບໍ່​ໃຫ້​ເບິ່ງ​ໂປ້​ເວລາ​ເສື້ອ​ປຽກ​ໄດ້​ອີກ​ດ້ວຍ​

12
2.ເສື້ອ​​ພາ​ສະຕິກ ສຳລັບ​ໃຜ​ທີ່​ບໍ່​ຢາກ​ຈະ​ໃສ​ເສື້ອ​ລາຍ​ດອກ ກໍ​ມີ​ອີກ​ໜຶ່ງ​ຕົວ​ເລືອກ​ມາ​ຝາກ​​ຄືເສື້ອ​ຮູ້​ພາດ​ຕິກ​ສີ​ສັນ​ສົດ​ໃສສວມ​ໃສ່ທັບ​ກັບ​ເສື້ອ​ກ້າມ​ຫລື​ເສື້ອ​ຍືດໃສ່​ແລ້ວ​ເບິ່ງ​ງາມ​ແລະ​ເທ່​ສຸດໆ

 13

3.ໂສ້ງຂາສັ້ນ ອອກ​ໄປ​ຫລິ້ນ​ນ້ຳ​ທ່າມ​ກາງ​ອາ​ກາດ​ຮ້ອນ​ໆແບບ​ນີ້ໂສ້ງຂາ​ສັ້ນຖື​ເປັນ​ແຟ​ຊັ່ນ​ທີ່​ສາວໆຄວນ​ຈະ​ມີ​ເລີຍ​ເພາະ​ນອກ​ຈາກ​ຈະ​ບໍ່​ອຶດ​ອັດ​ແລ້ວ​ຍັງ​ຊ່ວຍ​ຄາຍ​ຮ້ອນ​ໄດ້​ເປັນ​ຢ່າງ​ດີແຕ່​ຄວນ​ຈະ​ເລືອກ​ໃສ່​ສີ​ສັນ​ສົດ​ໃສ​ໃຫ້​ເຂົ້າ​ກັບ​ເສື້ອ​ຍືດ​ຮັບຮອງ​ແຈ່ມ​ສຸດໆເລີຍ

14
4.ໝວກ​ກັນ​ແດດ  ຫລິ້ນ​ນ້ຳ​​ທ່າມ​ກາງ​ແດດ​ຮ້ອນ​ໆສາວໆຄວນ​ຈະ​ມີ​ໝວກ​ກັນ​ແດດ​ສຳລັບ​ເອົາ​ໄວ້​ໃສ່​ຫລິ້ນ​ນ້ຳ​ກັນ​ນຳແລະ​ໃຜ​ຖ້າ​ຢາກ​ຈະ​ອິນ​ເທນ​ກໍ​ຄວນ​ເລືອກ​ໃສ່​ໝວກ​ສີ​ສັນ​ສົດ​ໃສ​ໃຫ້​ເຂົ້າ​ກັບ​ຊຸດຮັບຮອງ​ວ່າ​ບໍ່​ມີ​ໃຜ​ໂດດ​ເດັ່ນ​ເກີນ​ເຈົ້າ​ແນ່ນອນ​

15

5.ແວ່ນ​ຕາ​ກັນນ້ຳ ຖ້າ​ຢາກ​ຈະ​ຫລິ້ນ​ນ້ຳ​ໃຫ້ມ່ວນສິ່ງ​ທີ່​ສາວໆຈະ​ຕ້ອງ​ມີ​ກໍ​ຄືແວ່ນ​ຕາ​ກັນ​ນ້ຳເພື່ອ​ເອົາ​ໄວ້​ສຳລັບ​ປ້ອງ​ກັນ​ນ້ຳ​ຫລື​ແປ້ງ​ເຂົ້າ​ຕາຊຶ່ງ​ດຽວ​ນີ້​ມີ​ດີ​ໄຊ​ເກ໋ໆແລະ​ສີ​ສັນ​ໃຫ້​ໃສ່​ເລືອກ​ຫລວງຫລາຍໃສ່​ແລ້ວ​ໜ້າ​ຮັກ​

16

6.ເກີບຢາງ ເກີບ​ສຳລັບ​ໃສ່​ຫລິ້ນ​ນ້ຳ​ແນະ​ນຳ​ໃຫ້​ໃສ່​ເກີບ​ຈະ​ດີ​ທີ່ສຸດ​ນອກ​ຈາກ​ຈະ​ບໍ່​ມື່ນແລ້ວຍັງ​ເບົາສະ ບາຍ​ແລະ​ແຫ້ງ​ງ່າຍ​ອີກ​ແລ້ວ​ກໍ​ຢ່າ​ລືມ​ເລືອກ​ດີ​ໄຊສວຍງາມໃຫ້​ເຂົ້າ​ກັບ​ຊຸດ​

17
7.ກະ​ເປົ໋າ​ພາດສະ​ຕິກ​ກັນນ້ຳ   ສິ່ງ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ທີ່​ສາວໆຄວນ​ຈະ​ກຽມ​ເອົາ​ໄວ້​ກ່ອນ​ອອກ​ໄປ​ຫລິ້ນ​ນ້ຳ​​ກໍ​ຄືກະ​ເປົ໋າ​ພາດສະ​ຕິກ​ກັນ​ນ້ຳສຳລັບ​ໃສ່​ຂອງ​ມີ​ຄ່າ,ເງີນຫລື​ໂທລະສັບ​ມື​ຖືຊຶ່ງ​ປະຈຸບັນ​ມີ​ວາງ​ຂາຍ​ກັນ​ ແຖມ​ຍັງມີ​ສີ​ສັນ​ສົດ​ໃສ​ແລະ​ລວດ​ລາຍ​ໜ້າ​ຮັກ​ໆໃຫ້​ເລືອກ​ເປັນ​ເຈົ້າ​ຂອງ​ກັນ​

18

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...