spot_img
Homeຂ່າວຕ່າງປະເທດນາ​ຍົກຣັດ​ເຊຍ ຢ້ຽມ​ຫວຽດ​ນາມ ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ

ນາ​ຍົກຣັດ​ເຊຍ ຢ້ຽມ​ຫວຽດ​ນາມ ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ

Published on

VIETNAM-RUSSIA-DIPLOMACY

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ ຢ້ຽມ​ຢາມ​ຫວຽດ​ນາມ ກຽມ​ຄວາມ​ພ້ອມ​ບັນ​ລຸ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພາບ​ເສດ​ຖະ​ກິດ​ຢູ​ເຣ​ເຊຍ.

ສຳ​ນັກ​ຂ່າວ​ຕ່າງ​ປ​ະ​ເທດ ລາຍ​ງານ​ໃນ​ວັນ​ທີ 6 ເມ​ສາ​ນີ້​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ ດິ​ມິ​ທ​ຣີ ເມດ​ເວ​ເດບ ຂອງ​ຣັດ​ເຊຍ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ເປັນ​ເວ​ລາ 3 ມື້ ຕັ້ງ​ແຕ່​ມື້​ວານ​ນີ້ (5 ເມ​ສາ) ເປັນ​ຕົ້ນ​ໄປ ເພື່ອ​ກຽມ​ຄວາມ​ພ້ອມ​ຂໍ້​ຕົກ​ລົງ​ເຂດ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເສດ​ຖະ​ກິດ​ຢູ​ເຣ​ເຊຍ ໂດຍ​ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້​ນັ້ນ ແມ່ນ​ຍັງ​ບໍ່​ທັນ​ມີ​ກຳ​ນົດ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ເທື່ອ ເຊິ່ງ​ເປັນ​ການ​ຢ້ຽມ​ຢາມ​ເພື່ອ​ຫາ​ລື​ໃນ​ລາຍ​ລະ​ອຽດ​ຂອງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ.

ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ສ​ະ​ຫະ​ພາບ​ເສດ​ຖະ​ກິດ​ຢູ​ເຣ​ເຊຍ ເຊິ່ງ​ປະ​ກອບ​ມີ ຣັດ​ເຊຍ, ເບ​ລາ​ຣຸດ, ກາ​ຊັກ​ສະ​ຖານ ແລະ ອາກ​ເມ​ນີ ແມ່ນ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ສຸດ​ທ້າຍ​ຂອງ​ການ​ເຈ​ລະ​ຈາ  ໂດຍ​ຄາດ​ວ່າ​ຈະ​ມີ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢ່າງ​ເປັນ​ທາງ​ການ​ໄດ້​ພາຍ​ໃນ​ປີ​ນີ້.

ທ່ານ ເມດ​ເວ​ເດບ ກ່າວ​ຕໍ່​ກັບ​ສື່ມວນ​ຊົນ​ຂອງ​ຫວຽດ​ນາມ​ວ່າ ” ເຂດ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພາບ​ເສດ​ຖະ​ກິດ​ຢູ​ເຣ​ເຊຍ ແມ່ນ​ຈະ​ກາຍ​ເປັນ​ຂໍ້​ຕົກ​ລົງ​ສະ​ລັບ​ທຳ​ອິດ ລະ​ຫວ່າງ​ສະ​ຫະ​ພາບ​ເສ​ດ​ຖະ​ກິດ​ຢູ​ເຣ​ເຊຍ ທີ່​ລົງ​ນາມ​ກັບ​ປະ​ເທດ​ທີ 3 “

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...