Homeຂ່າວພາຍ​ໃນຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນປີໃໝ່ລາວ!

ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໃນປີໃໝ່ລາວ!

Published on

20150402094501

ເພື່ອ​ເຮັດ​ໃຫ້​ບຸນປີໃໝ່​ລາວ ​ພສ 2558 ໃຫ້​ມີຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ທັງ​ເປັນ​ການ​ອະນຸ​ຮັກຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ ຕິດ​ພັນ​ກັບ​ການຊົມໃຊ້​ສິນຄ້າ​ລາຄາ​ຍຸຕິ​ທຳ ບົນ​ພື້ນຖານ​ກົນ​ໄກ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ຫຼີກເວັ້ນ​ການ​ເອົາ​ລັດເອົາ​ປຽບ​ລາຄາ​ລະຫວ່າງ​ຜູ້​ຂາຍ-ຜູ້​ຊື້ ແລະ ທັງ​ຮັບປະກັນ​ໃຫ້​ທົ່ວ​ສັງຄົມ​ມີ​ຄວາມ​ສະຫງົບ.

ທ່ານ ສົມ​ປະສົງ ສະຫງວນ​ວົງ ຮອງ​ຫົວໜ້າ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ໃຫ້​ສຳພາດ​ວ່າ: ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນວ ໄດ້​ມີ​ພາລະ​ບົດບາດ​ໃນ​ການ​ຄຸ້ມຄອງ​ສິນຄ້າ ແລະ ໄດ້​ຈັດ​ຕັ້ງ​ປະຕິບັດ​ມີ​ແຜນການລະອຽດ ເປັນຕົ້ນ​ແມ່ນ​ໄດ້​ອອກ​ແຈ້ງ​ການ​ສະບັບ​ເລກ​ທີ 625 ລົງ​ວັນ​ທີ 24 ມີນາ 2015 ຫ້າມ​ສວຍ​ໂອກາດ​ຂຶ້ນ​ລາຄາ​ສິນຄ້າ​ຕາມ​ລຳພັງ​ໃຈ ແລະ ໃຫ້​ຕິດລາຄາ​ສິນຄ້າ​ເປັນ​ເງິນ​ກີບ ໃຫ້​ໜ່ວຍ​ງານ​ກວດກາ ການ​ຄ້າຈຸ​ງານ​ກວດກາ​ການ​ຄ້າ​ປະຈຳ​ແຕ່​ລະ​ເມືອງ ​ເອົາໃຈໃສ່​ຕິດຕາມ​ກວດກາ​ລາຄາ​ສິນຄ້າ​ທີ່​ມີ​ຜົນ​ກະທົບ ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ພະນັກງານ ທະຫານ-ຕຳຫຼວດ ໂດຍ​ສະເພາະ​ແມ່ນ​ສິນຄ້າ​ທີ່​ລັດ ຄຸ້ມ​ຄອງ​ລາຄາ​ບໍ່​ໃຫ້​ມີ​ປາກົດການ​ສິນຄ້າ​ຂາດ​ຕະຫຼາດ ການ​ສວຍໂອກາດ​ກັກ​ຕຸນ​ສິນຄ້າ​ເພື່ອ​ຂຶ້ນ​ລາຄາ​ຂອງ​ບຸກຄົນ ຫຼື ກຸ່ມ​ຄົນ​ບໍ່​ຫັວງ​ດີໃນ​ໄລຍະ​ປີ​ໃໝ່ ໃຫ້​ຜູ້​ປະກອບ​ການ​ທຸລະ​ກິດ​ຊາວ​ຄ້າຂາຍ​ນຳ​ສິນຄ້າ​ຂອງ​ຕົນ​ ອອກມາ​ຈຳໜ່າຍ​ເປັນ​ປົກກະຕິ​ຢູ່​ໃນທ້ອງ​ຕະຫຼາດ ຖ້າ​ມີ​ການ​ຫຼີ້ນ​ບຸນປີ​ໃໝ່​ ກໍ່​ໃຫ້​ມີ​ການ​ແບ່ງ​ໜ້າທີ່​ຜູ້ພັກ ຜູ້​ມາ​ຂາຍ ໃຫ້​ທຸລະ​ກິດ​ຈຳໜ່າຍ​ສິນຄ້າ​ປະເພດ​ເຂົ້າຊີ້ນ (ງົວ ຄວາຍ ໝູ) ປາ ເປັດ ໄກ່ ໄຂ່ ແລະ ອື່ນໆ ຕິດ​ລາຄາ​ສິນຄ້າ​ເປັນເງິນ​ກີບ ​ໃສ່​ບ່ອນ​ທີ່​ສາມາດ​ເຫັນໄດ້​ສະດວກ ມີ​ຄວາມ​ຊັດ​ເຈນ ແລະ ສິນຄ້າ​ປະເພດ​ຄວບ​ຄຸມ ຕ້ອງ​ຕິດ​ລາຄາ​ຕາມ​ແຈ້ງ​ການ​ທີ່ລັດ​ປະກາດ​ໃຊ້ ຄື: ຊີ້ນ ງົວ-ຄວາຍ ປະເພດ 1 ສູງ​ສຸດ​ບໍ່​ໃຫ້ເກີນ 75.000 ກີບ​ຕໍ່​ກິ​ໂລ ຊີ້ນ​ໝູ ປະເພດ 1 ສູງ​ສຸດ​ບໍ່​ໃຫ້​ເກີນ 38.500 ກີບ​ຕໍ່​ກິ​ໂລ ປາ​ນິນກະຊັງ​ ສູງ​ສຸດ​ບໍ່​ໃຫ້​ເກີນ 23.000 ກີບ​ຕໍ່​ກິ​ໂລ ໃນ​ເວລາ​ພະນັກງານລົງ​ກວດກາ​ຕົວ​ຈິງ ​ຫາກ​ພົບ​ເຫັນຫົວໜ່ວຍ​ທຸລະ​ກິດ​ໃດ​ລະເມີດ ໂດຍ​ເຈຕະນາ ແລະ ບໍ່​ເຈຕະນາ ຈະ​ໃຊ້​ມາດ​ຕະການ​ສຶກ​ສາ​ອົບຮົມ ປັບໄໝ ຫຼື ຢຶດ​ສິນຄ້າ​ຕາມ​ແຕ່​ກໍລະ​ນີ​ໜັກ ຫຼື ເບົາ ລົງ​ກວດກາຕິດຕາມ​ແຕ່​ລະ​ມື້ ນັບ​ຕັ້ງແຕ່​ວັນທີ 8-17 ເມສາ 2015.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...